01/14/2026
ທັມມະທານເລີດກວ່າທານທັງຫລາຍ
ພິກຂຸທັງຫລາຍ! ທັມມະທານເລີດກວ່າທານທັງຫລາຍ.
ພິກຂຸທັງຫລາຍ! ກາຣສະແດງທັມເນື່ອງໆແກ່ບຸຄຄົລຜູ້ຕ້ອງກາຣ ຜູ້ງ່ຽງໂສຕະລົງຟັງ ນີ້ເລີດກວ່າກາຣເວົ້າຖ້ອຍຄຳອັນເປັນທີ່ຮັກ.
ພິກຂຸທັງຫລາຍ! ກາຣຊັກຊວນບຸຄຄົລຜູ້ບໍ່ມີສັທທາໃຫ້ຕັ້ງໝັ້ນດຳຣົງຢູ່ໃນສັທທາສັມປະທາ, ຊັກຊວນຜູ້ທຸສີລໃຫ້ຕັ້ງໝັ້ນດຳຣົງຢູ່ໃນສີລສັມປະທາ, ຊັກຊວນຜູ້ມີຄວາມຂີ້ຖີ່ໃຫ້ຕັ້ງໝັ້ນດຳຣົງຢູ່ໃນຈາຄະສັມປະທາ, ຊັກຊວນຜູ້ມີປັນຍາຊາມ(ທຸປປັນຍັງ) ໃຫ້ຕັ້ງໝັ້ນດຳຣົງຢູ່ໃນປັນຍາສັມປະທາ ນີ້ເລີດກວ່າກາຣປະພຶດປະໂຍຊນ໌ທັງຫລາຍ.
ພິກຂຸທັງຫລາຍ! ໂສດາບັນມີຕົນສະເໝີກັບໂສດາບັນ ສະກະທາຄາມີມີຕົນສະເໝີກັບສະກະທາຄາມີ ອະນາຄາມີມີຕົນສະເໝີກັບອະນາຄາມີ ອະຣະຫັນຕ໌ມີຕົນສະໝີກັບອະຣະຫັນຕ໌. ນີ້ເລີດກວ່າກາຣມີຕົນສະເໝີທັງຫລາຍ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໙໓/໒໐໙
Wat Lao Buddha Metta