ວັດຈະເຣີນໄຊ ບ້ານຫ້ວຍຫົງ

ວັດຈະເຣີນໄຊ ບ້ານຫ້ວຍຫົງ ຈະເລີນພອນ

ຂໍເຊີນຊວນຍາດໂຍມຜູ້ມີບຸນທັງຫຼາຍຮ່ວມບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງສາລາໃຫຍ່ ຕັ້ງຢູ່ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັ...
19/08/2026

ຂໍເຊີນຊວນຍາດໂຍມຜູ້ມີບຸນທັງຫຼາຍຮ່ວມບຸນຜ້າປ່າສາມັກຄີ
ເພື່ອສົມທົບທຶນສ້າງສາລາໃຫຍ່
ຕັ້ງຢູ່ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັນທະບູລີນະຄອນຫຼວງວຽງຈັນ
ວັນເສົາ-ວັນອາທິດ ວັນທີ 05-06 ກັນຍາ (09) 2026

ເຊິ່ງມີກຳນົດການງານບຸນດັ່ງນີ້:

#ວັນເສົາ ວັນທີ 05 ກັນຍາ (09) 2026
- ເວລາ 16:00 ໂມງ ເຕົ້າໂຮມພຣະສົງ-ສາມະເນນ ແລະ ຍາດໂຍມຜູ້ມາຮ່ວມບຸນ
ຮັບໂມທະນາທານຕະຫຼອດວັນ
- ເວລາ 17:00 ໂມງ ພິທີສູດປະຣິດຕະມຸງຄຸນ ຟັງພຣະທັມມະເທສະໜາ
- ເວລາ 19:00 ໂມງນຸ່ງຂາວຮົ່ມຂາວ ໄຫວ້ພຣະສູດມົນປະຕິບັດທັມບຳເພັນບຸນ
ຕາມສົມຄວນແກ່ເວລາ.

#ວັນອາທິດ ວັນທີ 06 ກັນຍາ (09) 2026
- ເວລາ 06:00 ໂມງ ເຕົ້າໂຮມພຣະສົງນິມົນມາ ແລະ ຍາດໂຍມ
- ເວລາ 07:30 ໂມງ ພິທີໃສ່ບາດພຣະສົງ-ສາມະເນນ 45 ອົງ
- ເວລາ 09:09 ໂມງ ພິທີຖວາຍຜ້າປ່າສາມັກຄີ ເພື່ອສົມທົບທຶນ ສາລາໃຫຍ່ໂຮງທັມ (ຫໍແຈກ)

ຍາດໂຍມທ່ານໄດຢາກມາຮ່ວມບຸນເຮັດໂຮງທານໃນງານສາມາດຕິດຕໍ່ສອບຖາມໄດ້:
ຕິດຕໍ່ສອບຖາມ: 020 55777325
@ไฮไลท์

ພຣະອາຈານໃຫຍ່ ປອ ດຳຣົງ ພິມມະຈັກຮອງປະທານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວສະແດງທັ...
16/08/2026

ພຣະອາຈານໃຫຍ່ ປອ ດຳຣົງ ພິມມະຈັກ
ຮອງປະທານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ສະແດງທັມແກ່ຜູ້ປະຕິບັດທັມໃນງານບຸນວັນບູຣະພາຈານ ທີ່ ວັດໄຕຣສິກຂາ ອຳເພີ ຄຳຕາກ້າ ຈັງຫວັດ ສະກົນນະຄອນ ຣາຊະອານາຈັກໄທ

15 ສິງຫາ 2026

🙏🙏🙏🙏

ໄຫວ້ພຣະສູດມົນແລງຈະເລີນພາວະນາສະມາທິ ໃນວັນສິລໃຫຍ່ ແຮມ15ຄ່ຳທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ 13.8.2026
13/08/2026

ໄຫວ້ພຣະສູດມົນແລງຈະເລີນພາວະນາສະມາທິ ໃນວັນສິລໃຫຍ່ ແຮມ15ຄ່ຳ
ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ
13.8.2026

ພິທີສາມີຈິກັມ ຄະນະປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ທີ່ ຫໍທັມມະສະພາ ວັດພຣະທາດຫຼວງເໜືອ ນະຄອນຫຼວງວຽງຈັນ ວັນ...
06/08/2026

ພິທີສາມີຈິກັມ ຄະນະປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ທີ່ ຫໍທັມມະສະພາ ວັດພຣະທາດຫຼວງເໜືອ ນະຄອນຫຼວງວຽງຈັນ
ວັນທີ 06.8.2026 ປະຈຳປີ ພ.ສ. 2569

ພິທີມອບຮັບເຄື່ອງຊ່ວຍເຫຼືອ ຈາກ ຫຼວງພໍ່ທຸຍ ເພື່ອນຳມາອຸປະຖັມ ພຣະສົງ-ສາມະເນນ ວັດທີ່ມີໂຮງຮຽນ ໃນໄລຍະເຂົ້າພັນສາ ພ.ສ. ທີ່ ວັດສີສ...
06/08/2026

ພິທີມອບຮັບເຄື່ອງຊ່ວຍເຫຼືອ ຈາກ ຫຼວງພໍ່ທຸຍ
ເພື່ອນຳມາອຸປະຖັມ ພຣະສົງ-ສາມະເນນ ວັດ
ທີ່ມີໂຮງຮຽນ ໃນໄລຍະເຂົ້າພັນສາ ພ.ສ.
ທີ່ ວັດສີສະເກດ 6.8.2569 (2026)

ຂ່າວສານ ຂອງ ກັມມາທິການ ການຕ່າງປະເທດ ສູນກາງໃນວັນທີ 4 ສິງຫາ 2026 ຄະນະກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ...
04/08/2026

ຂ່າວສານ ຂອງ ກັມມາທິການ ການຕ່າງປະເທດ ສູນກາງ

ໃນວັນທີ 4 ສິງຫາ 2026 ຄະນະກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ຄະນະພຣະສະມະນະທູດລາວ ຊຸດທີ 2 ເຊິ່ງ ປະກອບມີ:

1. ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ
2. ພຣະອາຈານໃຫຍ່ ປອ. ດາວສະເດັດ ເລີດມະນີ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຮອງຫົວໜ້າກັມມາທິການ ການຕ່າງປະເທດ
3. ພຣະອາຈານໃຫຍ່ ປທ. ​ລຳເງິນ ສຸວັນນະສານ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຮອງຫົວໜ້າກັມມາທິການ ການຕ່າງປະເທດ
4. ພຣະອາຈານໃຫຍ່ ປທ. ພູຄຳ ແກ້ວປະທຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຮອງຫົວໜ້າກັມມາທິການ ການຕ່າງປະເທດ
5. ພຣະອາຈານ ປທ. ດາດສະດາ ຊາຕິກະເມທີ ກັມມະການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຄະນະກັມມາທິການ ການຕ່າງປະເທດ
6. ພຣະອາຈານ ປທ. ສິງໄຊ ທຳມະວົງ ກັມມະການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຄະນະກັມມາທິການ ການຕ່າງປະເທດ
ພ້ອມດ້ວຍ ຄະນະກັມມາທິການ ການຕ່າງປະເທດ ແລະ ຄະນະພຣະສະມະນທູດລາວ

ໄດ້ເຂົ້າຂາບສັກກາຣະ ເຮັດພິທີສາມີຈິກັມທຳຄອງວັດ ແດ່ ພຣະເດດພຣະຄຸນ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ອົງພຣະປະມຸກສົງ ແຫ່ງ ສປປ ລາວ ພຣະອົງທີ 7 ທີ່ ວັດສະຕະສະຫັດສາຣາມ (ວັດສີສະເກດ) ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຕາມອະຣິຍະປະເພນີ ໃນ ວະໂຣກາດ ວັດສາການ (ການຢູ່ຈຳພັນສາ) ປີ ພຣະພຸດທະສັງກາດ 2569.

ປະເພນີສັກກາຣະສາມີຈິກັມ ກະທຳຄອງວັດ ຂອງພຸດທະບໍຣິສັດທັງຫຼາຍ ຖືເປັນອະຣິຍະປະເພນີອັນປະເສີດດີງາມ ທີ່ ສືບເນື່ອງມາແຕ່ໃນສະໄໝພຣະພຸດທະການ ພຣະສົງອົງຄະເຈົ້າ ພໍ່ແມ່ຄູບາອາຈານ ໄດ້ກະທຳສືບໆ ກັນມາ ບໍ່ໄດ້ຂາດ ເປັນການບຳເພັນສາຣານິຍຍະທັມ ກັລະຍານະທັມ ເຖຣັສສະທັມ ທັງຫຼາຍ ອັນເປັນປະຕິປະທາ ຂອງພຣະອະຣິຍະເຈົ້າທັງປວງ ເປັນເຫດປັດໄຈກໍ່ອຸປະນິດໄສແຫ່ງ ມັຄ ຜົລ ພຣະນິພພານ.

ສາທຸ ສາທຸ ສາທຸ ຂໍອະນຸໂມທະນາບຸນນຳທຸກທ່ານ.

03.7.2026ພຣະສົງສາມະເນນ ສົມມາຄາຣະວະ ຄູບາອາຈານ ທຳຕາມອະຣິຍະປະເພນີ ໃນໂອກາດເຂົ້າພັນສາ ພ.ສ. 2569 (2026)
02/08/2026

03.7.2026
ພຣະສົງສາມະເນນ ສົມມາຄາຣະວະ ຄູບາອາຈານ ທຳຕາມອະຣິຍະປະເພນີ ໃນໂອກາດເຂົ້າພັນສາ ພ.ສ. 2569 (2026)

30/07/2026

ວຽນທຽນໃນວັນອາສາລະຫະບູຊາ ເຂົ້າພັນສາ 2569 (2026)
ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ

ໄຫວ້ພຮະສູດມົນຈະເລີນພະວະນາຍາມແລງ ໃນບຸນອາສາລະຫະບູຊາ ບຸນເຂົ້າພັນສາ ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈ...
30/07/2026

ໄຫວ້ພຮະສູດມົນຈະເລີນພະວະນາຍາມແລງ ໃນບຸນອາສາລະຫະບູຊາ ບຸນເຂົ້າພັນສາ ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
29.7.2026

ບັນຍາກາດຕັກບາດ ບຸນວັນອາສາລະຫະບູຊາ ບຸນເຂົ້າພັນສາ ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ວັນທີ 29 ກໍລະ...
30/07/2026

ບັນຍາກາດຕັກບາດ ບຸນວັນອາສາລະຫະບູຊາ ບຸນເຂົ້າພັນສາ ທີ່ ວັດຈະເຣີນໄຊ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ວັນທີ 29 ກໍລະກົດ 2026.

ที่อยู่

Mueang Chanthaburi District

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ວັດຈະເຣີນໄຊ ບ້ານຫ້ວຍຫົງผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ทางลัด

แชร์

ประเภท