01/05/2026
ຖາມຕອບບັນຫາ-ถามตอบปัญหา
ສະເຫຼີມສະຫຼອງສົມໂພດພຣະພຸດທະຮູບອົງໃຫຍ່ ສະຫຼອງຫໍພຣະ ແລະ ປະຕິບັດທັມ
☆ ປະຕິບັດທັມ - ສະຫຼອງສົມໂພດພຣະພຸດທະຮູບ ☆
♧ ปฏิบัติธรรม ฉลองโสมโภชน์พระพุทธรูป ♧
… ແຊຣ໌ບອກຕໍ່ບຸນກັນແດ່ເດີ່ …
ເນື່ອງໃນໂອກາດ ວັນວິສາຂະບູຊາ (ວັນປະສູດ ຕັດສະຮູ້ ປະຣິນິພພານ ຂອງພຣະພຸດທະເຈົ້າ) ຈະໄດ້ມີກິດຈະກັມກຸສົນສະເຫຼີມສະຫຼອງສົມໂພດພຣະພຸດທະຮູບອົງໃຫຍ່ ສະຫຼອງຫໍພຣະ ແລະປະຕິບັດທັມເພື່ອເປັນພຸດທະບູຊາ ທີ່ວັດປ່ານາຂາມ ບ້ານນາແຖ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 29/04 - 03/05/2026
ຄະນະເຈົ້າພາບຜ້າປ່າສາມັກຄີ ຈະໄດ້ຮ່ວມກັນຈັດກິດຈະກັມຈະເລີນກຸສົນ ສົມໂພດສະເຫຼີມສະຫຼອງພຣະພຸດທະຮູບອົງຄ໌ໃຫຍ່ ແລະຫໍພຣະພຸດທະຮູບ ດ້ວຍການປະຕິບັດທັມ ສົນທະນາທັມ ສາທະຍາຍທັມ ເພື່ອມນ້ອມຖວາຍເປັນພຸດທະບູຊາ
ແລະຈະໄດ້ຮ່ວມກັນຈັດຜ້າປ່າສາມັກຄີຖວາຍແກ່ຄະນະສົງຄ໌ ເພື່ອສົມທົບທຶນສ້າງສາລາໂຮງທັມ ທີ່ວັດປ່ານາຂາມ ບ້ານນາແຖ ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກດ້ວຍ ຕາມລາຍລະອຽດລຸ່ມນີ້
- ວັນທີ 29/4/2026 ປະຕິບັດທັມ
- ວັນທີ 30/4/2026 ປະຕິບັດທັມ
- ວັນທີ 1/5/2026 ສະເຫຼີມສະຫຼອງສົມໂພດພຣະພຸດທະຮູບອົງໃຫຍ່ ສະຫຼອງຫໍພຣະ ແລະ ປະຕິບັດທັມ
- ວັນທີ 2/5/2026 ປະຕິບັດທັມ
- ວັນທີ 3/5/2026 ເປັນມື້ຖວາຍຜ້າປ່າ
ຈຶ່ງຂໍເຊີນຊວນ ທ່ານສາທຸຊົນທັງຫຼາຍມາຮ່ວມກັນຈະເລີນກຸສົນໃນຄັ້ງນີ້ນຳກັນ (ໃນງານ ຈະມີການສົນທະນາທັມ ກັບຄູບາອາຈານຜູ້ມີຄວາມຮູ້ໃນທັມ ຫຼາຍໆ ທ່ານ.)
… ຕິດຕໍ່ຮ່ວມບຸນໄດ້ທີ່ເບີ 020 54239515 …
#วิสาขบูชา
#ປະຕິບັດທັມ
#ພຸດທະບູຊາ
#ปฏิบัติบูชา