ກັມມຸນາ

ກັມມຸນາ Contact information, map and directions, contact form, opening hours, services, ratings, photos, videos and announcements from ກັມມຸນາ, Religious Center, ນະຄອນຫຼວງວຽງຈັນ, Vientiane.

11/08/2022
28/01/2019
23/01/2019

ຈະເລີນພອນ ເຊີນຊວນທ່ານຜູ້ໃຈບຸນຮ່ວມອຸປະຖຳພັດຕາຫານແລະນ້ຳດື່ມ ໃນງານບຸນເຂົ້າປະຕິບັດທັມ ນັກຮຽນສົງ 500ກວ່າອົງ ທີ່ ໂຮງຮຽນ ມສ.ສົງ ວັດພູຄວາຍໂພຄາຣາມ ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ

ລະຫວ່າງ ວັນທີ 25/01/2019-02/02/2019
ຕິດຕໍ່ທຳບຸນ: 020-5567-3785, 5600-6534, 030-5876-947.

20/11/2017

ຂໍຮຽນເຊີນຈະເລີນພອນ ຍາດໂຍມທີ່ໃຈບຸນທັງຫລາຍ ຮ່ວມທຳບຸນ ຖວາຍພັດຕະຫານເພນ ແລະທອດຜ້າປ່າສາມັກຄີ
ທີ່ ວັດຂຸນຕາວະຣາຣາມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
-------------------------------
🌺 ວັນອັງຄານ ທີ່ 21-11-17
⏰ ເວລາ 9:00 ໂມງເຊົ້າ ເຕົ້າໂຮມຍາດໂຍມ
💰 ເວລາ 10:30 ນາທີ ທອດຜ້າປ່າສາມັກຄີ
🌸 ເວລາ 11:00 ໂມງ ຖວາຍພັດຕະຫານເພນ.
💛 ເວລາ 12:00 ໂມງ ເຊີນຍາດໂຍມ ຮັບປະທານອາຫານທ່ຽງ
(ຈົບພິທີ)

🌹 ຂໍອວຍພອນໃຫ້ທຸກທ່ານ ຈົ່ງມີຄວາມສຸກ ຄວາມຈະເລີນ ມີອາຍຸ ວັນນະ ສຸຂະ ພະລະ ຕະຫລອດກາລະນານເທີ້ນ. ຂໍຂອບໃຈ❤️

🌼We would like to invite all lay devotee to make a great merit in Khountavaram, as we will have Dana and offer lunch to Sangha and make a donate for construction in khountavararam , sikottabong district , Vientiane , which is still under constructed. 🌸

ເຂົາດ່າເຮົາ ດີກວ່າ ເຮົາດ່າເຂົາເຂົາຊັງເຮົາ ດີກວ່າ ເຮົາຊັງເຂົາເຂົານິນທາເຮົາ ດີກວ່າ ເຮົານິນທາເຂົາເຂົາເອົາປຽບເອົາ ດີກວ່າ ເຮົ...
06/09/2017

ເຂົາດ່າເຮົາ ດີກວ່າ ເຮົາດ່າເຂົາ
ເຂົາຊັງເຮົາ ດີກວ່າ ເຮົາຊັງເຂົາ
ເຂົານິນທາເຮົາ ດີກວ່າ ເຮົານິນທາເຂົາ
ເຂົາເອົາປຽບເອົາ ດີກວ່າ ເຮົາເອົາປຽບເຂົາ
ເຂົາຄຽດເຮົາ ດີກວ່າ ເຮົາຄຽດເຂົາ
ເຂົາຮ້າຍເຮົາ ດີກວ່າ ເຮົາຮ້າຍເຂົາ...

ເພາະວ່າ ສິ່ງທັງໝົດທີ່ເຂົາເຮັດນັ້ນ ມັນເປັນກຳຂອງເຂົາເອງ
ເຮົາບໍ່ໄດ້ເຮັດກັບເຂົາ ເຮົາກໍບໍ່ໄດ້ສ້າງກຳບໍ່ດີ...ຈິ່ງວ່າດີທີ່ບໍ່ເຮັດຫຍັງໃຫ້ເຂົາກ່ອນ ບໍ່ຕໍ່ເວນ/ບໍ່ຕໍ່ກຳ (ຢຸດກຳ ຢຸດການກະທຳ)

ແລະບໍ່ເປັນເຈົ້າກຳນາຍເວນຕໍ່ກັນ.

#ພຣະອາຈານແກ້ວ ສຸທັມໂມ

13/08/2017
14/07/2017

ແຈ້ງຂ່າວມໍຣະນະພາບ:
ຍາທ່ານໃຫຍ່ ມະຫາບຸນສີ ວົງພູມີ, ຄະນະປະຈຳ ສູນກາງ ອພສ., ຫົວໜ້າກຳມາທິການປົກຄອງສົງ ສູນກາງ ອພສ.,
ໄດ້ລະສັງຂານແລ້ວ ໃນເວລາ 09:25 ໂມງ ວັນທີ 14/07/2017.
-----------------------------
ຕັ້ງສົບບໍາເພັນກຸສົນໄວ້ ທີ່ ວັດໂພນສີນວນ ໂພທິຍາຣາມ
ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ລວມສິຣິອາຍຸໄດ້ : 66 ປີ, 44 ພັນສາ.

ລາຍລະອຽດ : ຕິດຕາມເບິ່ງແຈ້ງການຕາມພາຍຫຼັງ.

27/05/2017

ຂໍເຊີນຮ່ວມສ້າງບຸນປາຣະມີ
ໄຫວ້ພຣະຂໍພອນພຣະເຈົ້າໃຫຍ່ອົງຕື້ ໃສ່ບາດຖວາຍທານພຣະເຖຣະ 49 ອົງ ແລະຮ່ວມຫົດສົງເຖຣາພິເສກ ມຸທິຕາຈິດ
ພຣະອາຈານໃຫຍ່ ປອ.ພວງປະເສີດ ພູມາວົງ
ຄະນະປະຈຳສູນກາງ ອພສ., ເຈົ້າອະທິການວັດພຣະເຈົ້າໃຫຍ່ອົງຕື້ ມະຫາວິຫານ
-------------------
ລາຍການເຮັດບຸນ ຄື:
ລະຫວ່າງ ວັນທີ 27-28/05/2017 ມີດັ່ງນີ້ :

- ວັນທີ 27/05/2017; ເວລາ 08:00 ໂມງ : ຫ້າງຫາກະກຽມ ກອງບຸນເຖຣາພິເສກ
- ວັນທີ 28/05/2017; ເວລາ 07:15 ໂມງ : ພິທີໃສ່ບາດ ຖວາຍທານ ພຣະສົງ 49 ອົງ ແລະສັນຈັ່ງຫັນ/ຮັບປະທານອາຫານເຊົ້າ
ເວລາ 09:30 ໂມງ : ພິທີເຖຣາພິເສກ (ຫົດສົງ) ອ່ານໃບປາກນາມ ຖວາຍພອນ ປັດໄຈໄຊຍະທານ ແລະສັນເພນ (ຈົບພິທີເຮັດບຸນ)

- ດ້ວຍເຫດນັ້ນ ຄະນະສິດສານຸສິດ ຂໍເຊີນທ່ານຜູ້ໃຈບຸນ ຮ່ວມສ້າງບຸນປາຣະມີທັມ ປາຣະມີທານດ້ວຍກັນເຖີດ
ຂໍທ່ານທັງຫຼາຍ ຈົ່ງຈະເລີນໄປດ້ວຍພອນໄຊທັງ 4ຄື ອາຍຸ ວັນໂນ ສຸຂັງ ພະລັງເທີ້ນ...

ຕິດຕໍ່ສອບຖາມໄດ້ທີ່ :
- ວັດອົງຕື້ ມະຫາວິຫານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
- ຫຼື ໂທມືຖື ; +856-20-5545-4669, 2222-2916.

Address

ນະຄອນຫຼວງວຽງຈັນ
Vientiane
10210

Alerts

Be the first to know and let us send you an email when ກັມມຸນາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share