04/06/2020
Lao - top FC ພວກເຮົາພ້ອມແລ້ວ
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ກຽມເປີດສາກຄວາມມັນວັນທີ 25 ກໍລະກົດ 2020
- ອີງຕາມ: ການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ ລົງວັນທີ
29/05/2020.
- ອີງຕາມ: ການແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 510/ສສກ ລົງວັນທີ
29/05/2020
ສະຫະພັນບານເຕະແຫ່ຊາດລາວ ຂໍຖືເປັນກຽດແຈ້ງມາຍັງສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈໍາປີ 2020 ຊາບກ່ຽວກັບກໍານົດເວລາຂອງການແຂ່ງຂັນຂອງການແຂ່ງຂັນຂ້າງເທິງຕາມລາຍລະອຽດດັ່ງລຸ່ມນີ້:
1. ກຳນົດເລິ່ມການແຂ່ງຂັນ
- ເລິ່ມແຂ່ງຂັນໃນວັນທີ 25/07/2020
2. ຮູບແບບການແຂ່ງຂັນ
- ແຂ່ງຂັນແບບແບ່ງກຸ່ມ ແລະ ເຕະຄັດອອກແບບ 2 ນັດໄປ-ກັບໃນຮອບຮອງ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
3. ກຳນົດການລົງທະບຽນ
- ເລິ່ມວັນທີ 17 ມິຖຸນາ 2020 – ຫາ ວັນທີ 17 ກໍລະກົດ 2020
ການລົງທະບຽນບຸກຄະລາກອນສະໂມສອນ ແລະ ນັກກິລາແມ່ນລົງທະບຽນຜ່ານລະບົບບ FIFA Connect, ສຳລັບກໍລະນີ່ນັກກິລາທີ່ໂອນຍ້າຍມາຈາກຕ່າງປະເທດ ແລະ ຍັງບໍ່ເຄີຍລົງທະບຽນໃນການແຂ່່ງຂັນຂອງ ສຕລ ຕ້ອງປະກອບເອກະສານດັ່ງລຸ່ມນີ້ເພື່ອຍື່ນຂໍໃບອະນຸຍາດໂອນຍ້າຍລະຫວ່າງປະເທດ ຫຼື International Transfer Certificate (ITC) ໃຫ້ທັນກໍານົດເວລາການລົງທະບຽນຂ້າງເທິງ.
ເອກະສານປະກອບການລົງທະບຽນ:
1. ຮູບຖ່າຍ ໃສ່ຊຸດສະໂມສອນ ຂະໜາດບໍ່ເກີນ 1 MB
2. ສໍາເນົາໜັງສືຜ່ານແດນ, ບັດປະຈຳໂຕ ຫຼື ສຳມະໂນຄົວ
3. ສັນຍາໃໝ່ກັບສະໂມສອນໃໝ່ (New Contract).
4. ໃບປົດປ່ອຍ ຫຼື ສັນຍາທີ່ສິ້ນສຸດແລ້ວກັບສະໂມສອນເກົ່າ (Release Letter or Proof of Expired Contract).
5. ໃບຢັ້ງຢືນບໍ່ຂື້ນກັບບຸກຄົນທີ່ສາມ (No Third Party Ownership Declaration: TPO) ຈາກສະໂມສອນເດີມ.
6. ໃບຢັ້ງຢືນບໍ່ຂື້ນກັບບຸກຄົນທີ່ສາມ (No Third Party Ownership Declaration: TPO) ຈາກນັກກິລາ.
7. ສໍາເນົາໃບອະນຸຍາດເຮັດວຽກຢູ່ ສປປ ລາວ (Work Permit)
ໝາຍເຫດ: ສະໂມສອນໃດ ປະກອບເອກະສານບໍ່ຄົບຖ້ວນ ເຮັດໃຫ້ການຂໍໃບອະນຸຍາດໂອນຍ້າຍລະຫວ່າງປະເທດ ຫຼື International Transfer Certificate (ITC) ບໍ່ສໍາເລັດ, ນັກກິລາຄົນດັ່ງກ່າວຈະບໍ່ສາມາດລົງແຂ່ງຂັນໄດ້.