Jekir Moon ວັດປ່າດົງຫມາກຄາຍ

ບຸນນີ້ມີອານິສົງ ເມດຕາຄຸນນັງ ອະຣະຫັງ ເມດຕາ
10/02/2025

ບຸນນີ້ມີອານິສົງ ເມດຕາຄຸນນັງ ອະຣະຫັງ ເມດຕາ

05/02/2025
27/01/2025
ເສັ້ນທາງບຸນ 1ທາງທີ່ໄດ້ບຸນງ່າຍໆ ກໍຄື ບຸນສຳເລັດດ້ວຍການອານຸໂມທະນາບຸນ    ສະນັ້ນ, ພຽງກົດໄລ້ ກົດແຊ ຂ່າວບຸນ ບຸນກໍ່ເກີດຂຶ້ນແລ້ວ ...
15/12/2024

ເສັ້ນທາງບຸນ 1ທາງທີ່ໄດ້ບຸນງ່າຍໆ ກໍຄື ບຸນສຳເລັດດ້ວຍການອານຸໂມທະນາບຸນ
ສະນັ້ນ, ພຽງກົດໄລ້ ກົດແຊ ຂ່າວບຸນ ບຸນກໍ່ເກີດຂຶ້ນແລ້ວ
ຂໍແຈ້ງຂ່າວບຸນຜ້າປ່າສາມັກ ແລະສົມໂພດພຣະ ໄປວັດໂພສີສະຫວ່າງ ບ້ານ້ຳພຸ ເມືອງບໍ່ແຕນ ແຂວງໄຊຍະບູລີ 20-22/12/2024 ເຊິ່ງມີລາຍລະອຽດຕາມໃບຂ່າວບຸນທີ່ລົງເຟດໄວ້ນີ້

ກ່ອນເທວະດາຈະໝົດບຸນຈາກສະຫວັນເຂົາຈະອວຍພອນໃຫ້ກັນວ່າ:    ຄັນໂຕໝົດບຸນໄປແລ້ວ ຂໍໃຫ້ໂຕໄດ້ເກີດໃນພົບພູມສຸຄະຕິ  ແລະໄດ້ລາບອັນປະເສີດເ...
20/09/2024

ກ່ອນເທວະດາຈະໝົດບຸນຈາກສະຫວັນເຂົາຈະອວຍພອນໃຫ້ກັນວ່າ: ຄັນໂຕໝົດບຸນໄປແລ້ວ ຂໍໃຫ້ໂຕໄດ້ເກີດໃນພົບພູມສຸຄະຕິ ແລະໄດ້ລາບອັນປະເສີດເນີ
ຄຳວ່າ ຂໍໃຫ້ໄດ້ເກີດໃນພົບພູມສຸຄະຕິຂອງເທວະດານັ້ນ ກໍໝາຍເຖິງການໄດ້ເກີດໃນພົບພູມມະນຸດຫຼື ໄດ້ມາເປັນມະນຸດນີ້ເອງ ເປັນຫຍັງເທວະດາຈຶ່ງຢາກມາເປັນມະນຸດ ກໍຍ້ອນວ່າພົບພູມມະນຸດ ເອື້ອອຳນວຍຕໍ່ການສ້າງບຸນສ້າງກຸສົນໄດ້ງ່າຍແລະດີທີ່ສຸດ
ຄຳວ່າ: ຂໍໃຫ້ໄດ້ພົບລາບອັນປະເສີດນັ້ນ ກໍຄືໃຫ້ໄດ້ມີບຸນເກີດມາພົບພຣະພຸດທະສາສະໜາຫຼື ຄຸນພຣະສີຣັດຕະນະໄຕ ຄື ພຣະພຸດ ພຣະທັມ ພຣະສົງ ນີ້ເອງ
ເພາະການທີ່ອົງສົມເດັດພຣະສັມມາສັມພຸດທະເຈົ້າຈະມາອຸບັດເກີດຂຶ້ນ ຕັດສະຣູ້ໃນໂລກນັ້ນ ແມ່ນເປັນສິ່ງທີ່ພົບໄດ້ຍາກຫຼາຍ
ເຖິງເຮົາຈະມີບຸນໄດ້ມາເກີດເປັນມະນຸດແຕ່ຫາກບໍ່ໄດ້ພົບເຈີພຣະພຸດທະສາສະໜາ ເຮົາກໍຈະເປັນຜູ້ປະໝາດໃນຄຸນງາມຄວາມດີທັງຫຼາຍ ເຊັ່ນ ບໍ່ຮູ້ຈັກທານ ສີນ ພາວະນາ ບໍ່ຮູ້ຈັກ ອະຣິຍະສັດ4 ,ມັກມີອົງ 8, ບໍ່ຮູ້ຈັກໂທດໄພຂອງອະບາຍະມຸກ, ບໍ່ຮູ້ຈັກມຸງຄຸນ 38 ປະການແລະທັມມະທີ່ປະເສີດອື່ນໆ
ສະນັ້ນໆ ການທີ່ເຮົາທ່ານທັງຫຼາຍໄດ້ມີບຸນມາເກີດເປັນມະນຸດແລະໄດ້ພົບເຈີ ພຣະພຸດທະສາສະໜາແລ້ວ ສະແດງວ່າເຮົາມີບຸນຫຼາຍແລ້ວ ໂຊກດີແລ້ວ ໄດ້ລາບອັນປະເສີດແລ້ວ
ແຕ່ບຸນອັນດີທີ່ໄດ້ມາເກີດເປັນມະນຸດນີ້ ຫາກເຮົາບໍ່ສ້າງຕໍ່ ບຸນທີ່ມີຢູ່ກໍຈະຄ່ອຍໆ ໝົດໄປ ເສື່ອມໄປ ເໝືອນນ້ຳໃນໂອ່ງທີ່ດື່ມກິນທຸກວັນແຕ່ບໍ່ຫາມາຕັກໃສ່ໃໝ່ ນ້ຳໃນໂອ່ງໄຫນັ້ນ ກໍຈະຄ່ອຍໆ ໝົດໄປ
ບຸນທີ່ເຮົາມີແລ້ວແຕ່ບໍ່ຍອມສ້າງໃໝ່ ກໍເປັນເຊັ່ນດຽວກັນ
ດ້ວຍເຫດນີ້ ທາງວັດປ່າສະຫວັນພົມ ຈຶ່ງຂໍແຈ້ງຂ່າວບຸນ ປະຕິບັດທັມ ຈະສີນພາວະນາ ຫົດສົງ, ຍົກຍອດຊໍ່ຟ້າ ແລະປ່ອຍປາ ເພື່ອເສີມສ້າງບຸນບາຣະມີແກ່ຊີວິດ ໃຫ້ງອກງາມໄພບູນຍິ່ງໆ ຂຶ້ນໄປ ດັ່ງມີລາຍລະອຽດການຈັດງານທີ່ລົງໄວ້ໃນໃບຂ່າວບຸນນີ້
ພິເສດຍາດໂຍມທ່ານໃດມີສັດທາ ຢາກສ້າງທານນະປາຣະມີ ດ້ວຍການຕັ່ງໂຮງທານ ນ້ຳດື່ມ ອາຫານຫວານຄາວຕ່າງໆ ກໍສາມາດສອບຖາມເບີໂທ 9976,4871

ເແີດແລ້ວງານບວດຈຳສີນ ໄຫວ້ພະສູດມົນ ນັ່ງສະມາທິພາວະ ກາງພັນສາ ເພື່ອເສີມສ້າງບາຣະມີ 11--8/8/2024 ທີ່ວັດປ່າສະຫວັນພມ
12/08/2024

ເແີດແລ້ວງານບວດຈຳສີນ ໄຫວ້ພະສູດມົນ ນັ່ງສະມາທິພາວະ ກາງພັນສາ ເພື່ອເສີມສ້າງບາຣະມີ 11--8/8/2024 ທີ່ວັດປ່າສະຫວັນພມ

ລູກເອີຍປິດພາກຮຽນນີ້ບວດຈຳສີນເພື່ອແມ່ແດ່    ຂໍເຊີນຊວນນັກຮຽນຊາຍ ເຍົາວະຊົນຊາຍ-ຍິງ ຮ່ວມບວດຈຳສີນ ສຶກສາທັມ ໄຫວ້ພະສູດມົນ ນັ່ງສະມ...
08/08/2024

ລູກເອີຍປິດພາກຮຽນນີ້ບວດຈຳສີນເພື່ອແມ່ແດ່
ຂໍເຊີນຊວນນັກຮຽນຊາຍ ເຍົາວະຊົນຊາຍ-ຍິງ ຮ່ວມບວດຈຳສີນ ສຶກສາທັມ ໄຫວ້ພະສູດມົນ ນັ່ງສະມາທິພາວະນາ ທີ່ວັດດປ່າສະຫວັນພົມ ບ້ານດົງໝາກຄາຍ ເມືອງໄຊທານ ນວ ໃນລະຫວ່າງວັນທີ 11-18/ 8 / 20240
- ຄຸນນະສົມບັດ ຊາຍ ອາຍຸ 8-15 ປີ ( ຮັບປະມານ 30 ຄົນ)
ຍິງອາຍຸ 9 ປີ ຂຶ້ນເມືອ
ເພື່ອເສີມສ້າງຄວາຍຮູ້ຄູ່ກັບຄຸນນະທັມ ເພື່ອຈະໄດ້ເປັນລູກທີ່ດີຂອງພໍ່ແມ່ ແລະເປັນພົນລະເມືອງທີ່ດີຂອງຊາດຍິ່ງໆ ຂຶ້ນໄປ
ພ້ອມນັ້ນຍັງເປັນການເສີມສ້າງບຸນບາຣະມີໃຫ້ເພີ່ມພູນແກາໂຕເອງຍິ່ງໆ ຂຶ້ນໄປອີກດ້ວຍ
ດັ່ງມີລາຍລະອຽດຕາມໃບຂ່າວບຸນແຈ້ງໄວ້ລຸ່ມນີ້
ພິເສດ. ຍາດໂຍມທ່ານໃດມີສັດທາຮ່ວມສ້າງບາຣະມີເປັນເຈົ້າພາບອາຫານ ເຂົ້າປຽກ ນ້ຳດື່ມ ຕ່າງໆ ສອບຖາມໄດ້ທີ່ເບີ
ວັດປ່າສະຫວັນພົມ 9976,4871

Address

Kaysone Phomvihane Road
Vientiane

Telephone

008562099764871

Website

Alerts

Be the first to know and let us send you an email when Jekir Moon posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share