27/10/2025
ໃນວັນທີ 24 ຕຸລາ ທີ່ຜ່ານມາ, ສົມເດັດພຣະສັນຕະປາປາ ເລໂອ ທີ 14 ໄດ້ຕ້ອນຮັບ ຄຸນພໍ່ ອາຕູໂຣ ໂຊຊາ (Arturo Sosa), ອະທິການໃຫຍ່ ຄະນະນັກບວດເຢຊູອິດ, ພ້ອມດ້ວຍ ບັນດາຄຸນພໍ່ ອະທິການແຂວງ ທີ່ມາຈາກປະເທດຕ່າງໆ.
ພຣະສັນຕະປາປາ ໄດ້ກ່າວວ່າ: “ພຣະສັນຕະປາປາ ເປົາໂລ ທີ 6 ໄດ້ເຄີຍກ່າວໄວ້ວ່າ: 'ບໍ່ວ່າຈະຢູ່ບ່ອນໃດກໍຕາມໃນພຣະກຣິສຕະຈັກ, ເຖິງແມ່ນຈະເປັນບ່ອນທີ່ຍາກລຳບາກ ແລະ ທຸລະກັນດານທີ່ສຸດ, ຫຼື ຈະເປັນທາງແຍກຂອງອຸດົມການ, ກໍຈະມີ ແລະ ຍັງຄົງມີນັກບວດຄະນະເຢຊູອິດຢູ່ສະເໝີ...' ມື້ນີ້, ພໍ່ຂໍຢ້ຳອີກເທື່ອໜຶ່ງວ່າ ພຣະກຣິສຕະຈັກຕ້ອງການພວກທ່ານໃນເຂດພື້ນທີ່ເຫຼົ່ານີ້, ບໍ່ວ່າຈະເປັນທາງດ້ານພູມສາດ, ວັດທະນະທຳ, ຄວາມຮູ້ ຫຼື ຈິດວິນຍານ. ສະຖານທີ່ເຫຼົ່ານີ້ ແມ່ນສະຖານທີ່ແຫ່ງຄວາມສ່ຽງ, ເປັນບ່ອນທີ່ແຜນທີ່ເກົ່າໆ ທີ່ພວກເຮົາຄຸ້ນເຄີຍນັ້ນ ບໍ່ພຽງພໍອີກຕໍ່ໄປ.”
ຄະນະນັກບວດເຢຊູອິດ (ຊື່ເຕັມແມ່ນ "ຄະນະຂອງພຣະເຢຊູ" ຫຼື The Society of Jesus) ແມ່ນຄະນະນັກບວດຊາຍໃນພຣະກຣິສຕະຈັກກາໂທລິກ. ຄະນະນີ້ຖືກສ້າງຕັ້ງຂຶ້ນໃນປີ 1540 ໂດຍ ນັກບຸນ ອີຍາຊີໂອ ແຫ່ງ ໂລໂຢລາ (St. Ignatius of Loyola) ແລະ ໝູ່ເພື່ອນ. ພວກເພິ່ນເປັນທີ່ຮູ້ຈັກກັນດີໃນວຽກງານດ້ານການສຶກສາ (ເຊັ່ນ: ການຕັ້ງໂຮງຮຽນ ແລະ ມະຫາວິທະຍາໄລ), ການຮັບໃຊ້ສັງຄົມ, ແລະການໃຫ້ຄຳປຶກສາດ້ານຈິດວິນຍານ, ແລະການນຳພາການເຂົ້າງຽບ.
ໃນປັດຈຸບັນ, ຄະນະເຢຊູອິດມີສະມາຊິກປະມານ 14,000 ກວ່າຄົນທົ່ວໂລກ (ລວມທັງ ບຣາເດີ [ຫຼືວ່າ ຄູນັກບວດ] ແລະ ພຣະສົງນັກບວດ). ຄະນະເຢຊູອິດຖືກຈັດເປັນ "ແຂວງ" ປະມານ 60 ກວ່າແຂວງທົ່ວໂລກ ເພື່ອໃຫ້ການດູແລສະດວກຂຶ້ນ. ພາລະກິດຂອງຄະນະເຢຊູອິດໃນຍຸກນີ້ ເນັ້ນໃສ່ 4 ເປົ້າໝາຍຫຼັກ ທີ່ພຣະສັນຕະປາປາໄດ້ມອບໝາຍໃຫ້ ຄື: (1). ຊ່ວຍຜູ້ຄົນໃຫ້ພົບກັບພຣະເຈົ້າ: ຜ່ານການສອນການພິຈາລະນາທົບທວນ (discernment) ແລະ ການປະຕິບັດຈິດ (spiritual exercises). (2). ເດີນທາງໄປພ້ອມກັບຄົນທຸກຍາກ: ຊ່ວຍເຫຼືອຄົນທີ່ຂັດສົນ, ຜູ້ອົບພະຍົບ, ແລະ ຄົນທີ່ຖືກສັງຄົມປະຖິ້ມ. (3) ເດີນທາງໄປພ້ອມກັບຊາວໜຸ່ມ: ຊ່ວຍເຫຼືອຄົນຮຸ່ນໃໝ່ໃຫ້ມີຄວາມຫວັງ ແລະ ສ້າງອະນາຄົດທີ່ດີ. (4) ດູແລຮັກສາໂລກ: ປົກປ້ອງສິ່ງແວດລ້ອມ ແລະ ດູແລທຳມະຊາດ.