ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສູນກາງອົງການພຸດທະສາສະໜາແຫ່ງ ສປປ ລາ?

ວັນພຸດທີ 02 ກັນຍາ 2026 ep02    ກອງປະຊຸມປຶກສາຫາລືວຽກງານ ອົງການພຸດທະສາສະໜາສັມພັນລາວ 6 ແຂວງພາກກາງ ແລະ ປະກາດແຕ່ງຕັ້ງຜູ້ຊ່ວຍປ...
02/09/2026

ວັນພຸດທີ 02 ກັນຍາ 2026 ep02
ກອງປະຊຸມປຶກສາຫາລືວຽກງານ ອົງການພຸດທະສາສະໜາສັມພັນລາວ 6 ແຂວງພາກກາງ ແລະ ປະກາດແຕ່ງຕັ້ງຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ
ໃຫ້ຄວາມເມດຕາເປັນປະທານໂດຍ: ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງ ອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ແລະ ໃຫ້ກຽດເປັນປະທານຝ່າຍຄາລະວາດໂດຍ: ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊສົມບູນ, ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການເລີ່ມແຕ່ເວລາ: 08:30 ນາທີ ແລະ ດຳເນີນຈົນຮອດເວລາ 15:00 ນາທີຈິ່ງໄດ້ສຳເລັດຢ່າງຈົບງາມ.
ທີ່ສະໂມສອນໃຫຍ່ແຂວງໄຊສົມບູນ

ວັນພຸດທີ 02 ກັນຍາ 2026 ep01       ພາບບັນຍາກາດຄະນະສົງສູນກາງ ອພສ ເມດຕານຳພາຄະນະເຂົ້າພົບຄະນະເລຂາພັກແຂວງໂດຍ: ພຣະອາຈານໃຫຍ່ ມະຫ...
02/09/2026

ວັນພຸດທີ 02 ກັນຍາ 2026 ep01
ພາບບັນຍາກາດຄະນະສົງສູນກາງ ອພສ ເມດຕານຳພາຄະນະເຂົ້າພົບຄະນະເລຂາພັກແຂວງໂດຍ: ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງ ອພສ
ກອງປະຊຸມປຶກສາຫາລືວຽກງານ ອົງການພຸດທະສາສະໜາສັມພັນລາວ 6 ແຂວງພາກກາງ ແລະ ປະກາດແຕ່ງຕັ້ງຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ
ທີ່ສະໂມສອນໃຫຍ່ແຂວງໄຊສົມບູນ

 #ນ້ອມຖວາຍຄວາມໄຫວ້ອາໄລຍິ່ງແດ່ ການລະສັງຂານຂອງພຣະເດດພຣະຄຸນຍາທ່ານໃຫຍ່ ມະຫາວັນນາ ສຸຣິຍະວົງສ໌ ອະດີດທີ່ປຶກສາສູນກາງ ອພສ, ອະດີດປ...
20/08/2026

#ນ້ອມຖວາຍຄວາມໄຫວ້ອາໄລຍິ່ງແດ່
ການລະສັງຂານຂອງ
ພຣະເດດພຣະຄຸນຍາທ່ານໃຫຍ່ ມະຫາວັນນາ ສຸຣິຍະວົງສ໌
ອະດີດທີ່ປຶກສາສູນກາງ ອພສ, ອະດີດປະທານ ອພສ ນະຄອນຫຼວງວຽງຈັນ, ອະດີດເຈົ້າອະທິການວັດມີໄຊຍາຣາມ

ພິທີປິດຊຸດຝືກອົບຮົມວຽກງານຄຸ້ມຄອງ ເອກະສານ ໃຫ້ແກ່ອົງການພຸດທະສາສະໜາສັມພັນລາວ 4 ແຂວງພາກໃຕ້​ແລະ​ 1​ ແຂວງພາກກາງ.ການຝືກອົບຮົມ ໃ...
19/08/2026

ພິທີປິດຊຸດຝືກອົບຮົມວຽກງານຄຸ້ມຄອງ ເອກະສານ ໃຫ້ແກ່ອົງການພຸດທະສາສະໜາສັມພັນລາວ 4 ແຂວງພາກໃຕ້​ແລະ​ 1​ ແຂວງພາກກາງ.

ການຝືກອົບຮົມ ໃນຄັ້ງນີ້ມີ ສຳມະນາກອນເຂົ້າຮ່ວມທັງໝົດ 95 ອົງ/ທ່ານ ທີ່ມາຈາກ 5 ແຂວງຄື: ຄະນະ ອພສ ແຂວງສາລະວັນ, ຄະນະ ອພສ ແຂວງຈໍາປາສັກ, ຄະນະ ອພສ ແຂວງເຊກອງ, ຄະນະ ອພສ ແຂວງອັດຕະປື, ຄະນະ ອພສ ແຂວງສະຫວັນນະເຂດ ແລະ ຄະນະ ອພສ 5 ຕົວເມືອງຂອງແຂວງສາລະວັນ, ພ້ອມດ້ວຍຄະນະການນຳຂັ້ນແຂວງ,​ ຂັ້ນເມືອງ,​ ແລະຂັ້ນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ການຝຶກອົບຮົມປະກອບມີ: ການແຕ່ງເອກະສານ, ປະເພດເອກະສານ, ການສໍາເນົາເອກະສານ, ການຈັດເກັບເອກະສານ, ເອກະສານທາງລັດຖະການ, ການບໍລິຫານ ຫ້ອງການຂອງອົງການພຸດທະສາສະໜາສັມພັນລາວແຕ່ລະຂັ້ນ,

ການຝຶກອົບຮົມວຽກງານການຄຸ້ມຄອງເອກະສານ ແມ່ນວຽກງານໜຶ່ງທີ່ຈຳເປັນ ແລະ ມີ ຄວາມສໍາຄັນ ໂດຍສະເພາະການຮ່າງເອກະສານທາງລັດຖະການ ທີ່ນໍາໃຊ້ໃນວຽກງານບໍລິຫານຫ້ອງການ ຂອງອົງການພຸດທະສາສະໜາສັມພັນລາວ ໃນແຕ່ລະແຂວງ. ເພື່ອເຮັດໃຫ້ວຽກງານການບໍລິຫານຫ້ອງການ ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານກົງຈັກການຈັດຕັ້ງ, ແບບແຜນວິທີການເຮັດວຽກ ໃຫ້ຖືກຕ້ອງ ສອດຄ່ອງກັບຫຼັກສິນທໍາຄໍາສອນ, ທຳມະນູນສົງລາວ, ແນວທາງນະໂຍບາຍ, ດໍາລັດ, ກົດໝາຍ ແລະ ລັດຖະທຳມະນູນ ແຫ່ງ ສປປ ລາວ,

#ຈຸດປະສົງ:
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພຣະສົງໃນການບໍລິຫານງານຫ້ອງການ, ການຄຸ້ມຄອງ, ການຮ່າງເອກະສານທາງລັດຖະການ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ກັບບັນດາ ນິຕິກຳຕ່າງໆ ທີ່ປະກາດໃຊ້ໃນແຕ່ລະໄລຍະ, ພ້ອມດຽວກັນນີ້ກໍເພື່ອສ້າງຄວາມເປັນເອກະພາບໃຫ້ແກ່ໃຫ້ເຄື່ອນໄຫວວຽກງານຂອງພຣະສົງ, ການປະສານງານກັບການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີຄວາມຖືກຕ້ອງ, ສະດວກ ວ່ອງໄວ ຫຼາຍຂຶ້ນຕື່ມ.

#ເນື້ອໃນ
- ວັນທີ 15-17 ສິງຫາ 2026 ທາງຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮັບຟັງການບັນຍາຍເອກະສານ ກ່ຽວກັບຄວາມຮູ້ພື້ນຖານກ່ຽວກັນນິຕິກຳກ່ຽວຂ້ອງກັບການຮ່າງເອກະສານເຊັ່ນ: ກົດໝາຍວ່າດ້ວຍ ການສ້າງຕິນິກຳ, ກົດໝາຍວ່າດ້ວຍ ເອກະສານ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າເອກະສານ. ນອກຈາກນີ້ ຍັງໄດ້ຮັບຟັງກ່ຽວກັບ ລະບຽບ ແລະ ຫຼັກການຄຸ້ມຄອງເອກະສານທາງການ, ການຮ່າງ, ການກວດກາເອກະສານ, ການຈັດຊັ້ນຄວາມລັບ, ການກໍານົດລະຫັດເອກະສານ, ການລົງທະບຽນເອກະສານຂາເຂົ້າ-ຂາອອກ ໃຫ້ຖືກຕ້ອງຕາມລະບຽບການຂອງຮ່າງເອກະສານລັດ. ເຕັກນິກການຈັດເກັບ ແລະ ຄົ້ນຫາເອກະສານ: ວິທີການຈັດ ໝວດໝູ່ເອກະສານ ເພື່ອໃຫ້ສາມາດຄົ້ນຫາເອກະສານໄດ້ຢ່າງວ່ອງໄວ ແລະ ບໍ່ສູນຫາຍ, ເຊິ່ງເປັນການນຳສະເໜີໂດຍທ່ານ ແສງດາວເດດ ກັດຕິຍະສັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;

- ວັນທີ 18 ສິງຫາ 2026 ທາງຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວລະບົບການຈັດຕັ້ງຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ໂຄງຮ່າງທາງດ້ານບຸກຄະລາກອນ, ຂໍ້ກຳນົດຂອງຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຂອດການປະສານງານກັບພາກສ່ວນການຈັດຕັ້ງພັກ-ລັດ, ການກຳນົດຮ່າງເອກະສານທີ່ເປັນມາດຕະຖານຂອງແຕ່ລະແຂວງໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດຕົວຈິງ ແລະ ສອດຄ່ອງກັບນິຕິກຳ ທີ່ວາງອອກໃນແຕ່ລະໄລຍະ ເຊິ່ງນຳສະເໜີໂດຍ ພຣະອາຈານ ອາໂນຊາ ໄມຕີຈິດ ຮອງຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ;

- ວັນທີ 19 ສິງຫາ 2026 ທິດສະດີ ຫຼັກການ ການເຮັດວຽກງານຂອງອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ, ຫຼັກການບໍລິຫານໃນຮູບຂອງຄະນະສົງ, ຫຼັກທັມມະ ທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປຕິບັດວຽກງານຕົວຈິງ ຂອງຜູ້ບໍລິຫານອົງການ.

#ປະເມີນຜົນໄດ້ຮັບ.
ຜ່ານການຈັດຕັ້ງປະຕິບັດຝຶກອົບຮົມເປັນໄລຍະເວລາ 5 ວັນ ສາມາດປະເມີນໄດ້ຜົນໄດ້ຮັບ ດັ່ງນີ້:

ດ້ານຄວາມຮູ້-ທັກສະ: ໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບຂັ້ນຕອນການຄຸ້ມຄອງເອກະສານແບບມືອາຊີບ ລະບົບການບໍລິຫານງານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ໄດ້ຫຼຸດຜ່ອນຂໍ້ຜິດພາດໃນການຮ່າງເອກະສານທາງການ;

​ການນໍາໃຊ້ສູ່ການປະຕິບັດງານ: ຈະນໍາເອົາເຕັກນິກການຄຸ້ມຄອງເອກະສານ ມາປັບປຸງເອກະສານຂັ້ນຂອງຕົນໃຫ້ຖືກຕ້ອງຕາມລະບຽບການ, ນຳເອົາຮູບການບໍລິຫານອົງການໃນແຕ່ລະຂັ້ນ ມານຳໃຊ້ເປັນແບບແຜນໃນການສ້າງຄວາມເຂັ້ມແຂງພາຍໃນອງົການຂັ້ນຂອງຕົນ.

​ການສົ່ງຕໍ່ຄວາມຮູ້: ຈະຈັດກອງປະຊຸມແລກປ່ຽນບົດຮຽນໄລຍະສັ້ນ ໃຫ້ກັບທີມງານ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ນຳໃຊ້ລະບົບຄຸ້ມເອກະສານ, ການບໍລິຫານອົງການໄປໃນທິດທາງດຽວກັນ.

ຝືກອົບຮົມ ຈະດໍາເນີນເປັນເວລາ 5 ວັນ, ເປີດໃນວັນທີ 15​ ສິງຫາ​ 2026​ ແລະ​ ໄດ້ສຳເລັດລົງ ໃນວັນທີ​ 19​ ສິງຫາ​ 2026 ທີ່ຫ້ອງປະຊຸມ ພະແນກອຸດສາຫະກຳ-ການຄ້າແຂວງ, ເມືອງ​ສາລະວັນ​ ແຂວງສາລະວັນ.

#ຂໍ້ມູນ:ບົດລະງານການຝຶກອົບຮົມຂອງ ອພສ​ ແຂວງ​ ສາລະວັນ
ລົງວັນທີ​ 19/8/2026

 #ຕອນເຊົ້າຂອງວັນຈັນ ວັນທີ 17​ ສິງຫາ​ 2026​ຄະນະສົງ​ຈາກ​ສູນກາງ​ ອພສ​ ຮ່ວມກັບ ຄະນະ​ ອພສ ແຂວງຈຳປາສັກ​ ແລະ​ ຄະນະ​ ອພສ​ ເມືອງ​...
17/08/2026

#ຕອນເຊົ້າຂອງວັນຈັນ ວັນທີ 17​ ສິງຫາ​ 2026​
ຄະນະສົງ​ຈາກ​ສູນກາງ​ ອພສ​ ຮ່ວມກັບ ຄະນະ​ ອພສ ແຂວງຈຳປາສັກ​ ແລະ​ ຄະນະ​ ອພສ​ ເມືອງ​ ສຸຂຸມາ ຈັດກອງປະຊຸມຄັ້ງປະຖົມມະເລິກເພຶ່ອປຶກສາຫາລືຄວາມເປັນໄປໄດ້ໃນການສ້າງອະນຸສອນສະຖານ​ ແລະ​ ພຣະທາດເພື່ອປະດິດສະຖານອັດຖິ ທາດຂອງ​ ພຣະອາຈານໃຫຍ່ ດຣ​ ມະຫາວິຈິດ ສິງຫາຣາຊ ອະດິດປະທານສູນກາງ ອພສ​ ອົງທີ 3 ກອງປະຊຸມໄດ້ຈັດຂຶ້ນທີ່ວັດບ້ານອຸທຸມເໜືອ ເມືອງສຸຂຸມາ​ ແຂວງຈຳປາສັກ.

ກອງປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນຢ່າງຍິ່ງ ເພື່ອເອກະພາບດ້ານທິດທາງການສ້າງສະຖານທີ່ສັກສິດ ໃນການປະດິດສະຖານອັດຖິທາດຂອງ ພຣະອາຈານໃຫຍ່ ດຣ ມະຫາວິຈິດ ສິງຫາຣາຊ ອະດີດປະທານສູນກາງ ອພສ ອົງທີ 3 ເພື່ອເປັນບ່ອນສັກກາລະບູຊາ ແລະ ຈາລຶກຄຸນງາມຄວາມດີຂອງເພິ່ນໄວ້ໃຫ້ຄົງຢູ່ເຊັ່ນລູກເຊັ່ນຫຼານ.

#​ຄະນະປະທານ ແລະ ຜູ້ເຂົ້າຮ່ວມ:
​ພຣະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ: ຄະນະປະຈຳສູນກາງ ອພສ, ອົງຊ່ວຍປະທານສູນກາງ ອພສ ຊີນຳວຽກງານ ອພສ 4 ແຂວງພາກໃຕ້, ປະທານ ອພສ ແຂວງຈຳປາສັກ (ປະທານກອງປະຊຸມ).
​ພຣະອາຈານ ປທ ອະທິປະໄຕ ໄມຕີຈິດ: ຮອງປະທານສູນກາງ ອພສ, ຫົວໜ້າຫ້ອງການບໍລິຫານງານສູນກາງ ອພສ.(ຄະນະປະທານ)​
​ພຣະອາຈານ ສາສະດາຈານ ປະລິນຍາເອກ ຄຳຕູ້ ອິນທະວົງ: ຄະນະກຳມະການສູນກາງ ອພສ, ຮອງປະທານ ອພສ ແຂວງຈຳປາສັກ.(ຄະນະປະທານ)

#​ຜູ້ເຂົ້າຮ່ວມ:
ມີຄະນະ ອພສ ແຂວງຈຳປາສັກ, ຄະນະ​ ອພສ​ ເມືອງສຸຂຸມາ​, ພາຍນອກ ມີ​ ອົງການປົກຄອງເມືອງ, ຕາແສງ, ບ້ານ, ເຖົ້າແກ່ແນວໂຮມ ພ້ອມດ້ວຍ ພໍ່ແມ່ປະຊາຊົນຊາວບ້ານອຸທຸມໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.

 #ວັນອາທິດທີ​ 16​ ສິງຫາ​ 2026       ຄະນະສົງຈາກສູນກາງ​ ອພສ​ ນຳໂດຍ ພຣະອາຈານໃຫຍ່​ ອະທິປະໄຕ​ ໄມຕີຈິດ​ ຮອງປະທານ​ສູນກາງ​ ອພສ​ ...
16/08/2026

#ວັນອາທິດທີ​ 16​ ສິງຫາ​ 2026
ຄະນະສົງຈາກສູນກາງ​ ອພສ​ ນຳໂດຍ ພຣະອາຈານໃຫຍ່​ ອະທິປະໄຕ​ ໄມຕີຈິດ​ ຮອງປະທານ​ສູນກາງ​ ອພສ​ ຫົວໜ້າ​ຫ້ອງການ​ບໍລິຫານງານ​ ສູນກາງ​ ອພສ​ ລົງ​ເຄື່ອນໄຫວ​ຢ້ຽມຢາມ,​ຕິດຕາມ​​ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມຄືບໜ້າໃນການກໍ່ສ້າງ ພຣະ​ທາດ​ດອນໄຊ ເພື່ອໃຫ້ສ້າງສຳເລັດ ຕາມເຈຕະນາ ຂອງພຣະອາຈານໃຫຍ່​ ມະຫາ​ບຸນມາ​ ສິມ​ມາ​ພົມ​ ອະດີດປະທານ​ສູນກາງ​ ອພສ​ (ຜູ່ນຳສ້າງ)

ໂດຍປັດຈຸບັນມີພຣະອາຈານ​ ໃໝ​ ຄຳພູມີ ເປັນຜູ່ຢູ່ປະຈຳການຕິດຕາມກວດກາໃນການດຳເນີນການກໍ່ສ້າງ ແລະລາຍງານຄວາມຄືບໜ້າໃນການກໍ່ສ້າງພຣະທາດດອນໄຊ.

ຊື່ເຕັມແມ່ນ ພຣະທາດເກດແກ້ວຈຸນລະມະນີ ສາມັກຄີ ສີດອນໄຊ ທີ່ບ້ານຕູມໃຫຍ່ (ດອນໄຊ) ເມືອງສຸຂຸມາ ແຂວງຈຳປາສັກ.

ພຣະທາດເລີ່ມກໍ່ສ້າງ ໃນວັນທີ 03 ມັງກອນ(01) 2019 ທີ່ບ້ານຕູມໃຫຍ່ (ດອນໄຊ) ເມືອງສຸມາ ແຂວງຈໍາປາສັກ. ນໍາພາກໍ່ສ້າງໂດຍ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ອະດີດປະທານສູນກາງ ອົງການພຸດທະສາສະໜາສັມພັນລາວ.

ຈຸດປະສົງໃນການສ້າງກໍເພື່ອ ເປັນບ່ອນເຕົ້າໂຮມຄວາມສາໝານສາມັກຄີຂອງພໍ່ແມ່ປະຊາຊົນພາຍໃນດອນ ກໍຄືປວງຊົນລາວທັງຊາດ, ເປັນສະຖານທີ່ປະຕິບັດທັມ, ເປັນອະນຸສອນສະຖານ, ບັນຈຸສາຣີລິກະທາດ ທີ່ໄດ້ນໍາມາຈາກປະເທດມຽນມ້າ ແລະ ບັນຈຸອັດຖິພຣະມະຫາເຖຣະ ອົງບິດາຈານ ອົງທີ່ມີບົດບາດສໍາຄັນໃນການເຜີຍແຜ່ພຣະພຸດທະສາສະໜາແລະ ພັດທະນາ ໃນຂົງເຂດດອນໄຊ ແລະ ພາຍໃນແຂວງຈໍາປາສັກ ກໍຄືພາຍໃນປະເທດ.

ພຣະທາດເຈດີ ອົງນີ້ ມີກົມມະລຽນ ກວ້າງຂ້າງລະ 40 ແມັດ , ຕີນພຣະທາດກວ້າງຂ້າງລະ 30 ແມັດ ແລະ ສູງ 35 ແມັດ.

ພິທີເປີດຊຸດຝຶກອົບຮົມ ວຽກງານຄຸ້ມຄອງເອກະສານ ໃຫ້ອົງການພຸດທະສາສະໜາສັມພັນລາວ 5 ແຂວງພາກໃຕ້.        #ເປັນກຽດເຂົ້າຮ່ວມ ແລະເປັນຄະ...
16/08/2026

ພິທີເປີດຊຸດຝຶກອົບຮົມ ວຽກງານຄຸ້ມຄອງເອກະສານ ໃຫ້ອົງການພຸດທະສາສະໜາສັມພັນລາວ 5 ແຂວງພາກໃຕ້.

#ເປັນກຽດເຂົ້າຮ່ວມ ແລະເປັນຄະນະປະທານໂດຍ
1. ພຣະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງ ອພສ ຫົວຫນ້າຫ້ອງການບໍລິຫານງານ ສູນກາງ ອພສ.
2. ພຣະອາຈານ ປະລິນຍາເອກ ສີປະເສີດ ໄຊປັນຍາ ຄະນະກັມມະການ ສູນກາງ ອພສ ປະທານ ອພສ ແຂວງ ສາລະວັນ.
3. ທ່ານທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງສາລະວັນ.
4. ທ່ານ ປະລິນຍາເອກ ສະໄໝ ໂພທິສານ ຄະນະປະຈຳພັກແຂວງ ເລຂາພັກເມືອງສາລະວັນ.
5. ທ່ານຄຳຕູ້ ແກ້ວມະນີ ຮອງຫົວໜ້າຫ້ອງວ່າການແຂວງສາລະວັນ.

ເປັນກຽດເຂົ້າຮ່ວມ ຄະນະວິຊາການຈາກສູນກາງ ອພສ, ວິທະຍາກອນຈາກກົມເອກະສານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະນຳຈາກຫ້ອງວ່າການປົກຄອງແຂວງ, ພຣະອາຈານ ຄະນະບໍລິຫານງານປະຈຳການ ອພສ ແຂວງ, ກັມມະການ ອພສ ແຂວງ 5 ແຂວງ ພຣະເຖຣານຸເຖຣະ ແລະ ອົງການຈັດຕັ້ງບ້ານເທສະບານເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ມີ ສຳມະນາກອນເຂົ້າຮ່ວມທັງໝົດ 84 ອົງ /ທ່ານ ທີ່ມາຈາກ 5 ແຂວງຄື: ຄະນະ ອພສ ແຂວງສາລະວັນ, ຄະນະ ອພສ ແຂວງຈໍາປາສັກ, ຄະນະ ອພສ ແຂວງເຊກອງ, ຄະນະ ອພສ ແຂວງອັດຕະປື, ຄະນະ ອພສ ແຂວງສະຫວັນນະເຂດ ແລະ ຄະນະ ອພສ 5 ຕົວເມືອງຂອງແຂວງສາລະວັນ, ໂດຍວິທະຍາກອນທີ່ມາຈາກຂັ້ນສູນກາງ ແລະ ທ້ອງຖີ່ນ, ການຝຶກອົບຮົມ ຈະດໍາເນີນເປັນເວລາ 5 ວັນ, ຕັ້ງແຕ່ ວັນທີ 15-19 ສິງຫາ 2026.

ພິທີເປີດຝຶກອົບຮົມວຽກງານຄຸ້ມຄອງເອກະສານ ໃຫ້ອົງການພຸດທະສາສະໜາສັມພັນລາວ 5 ແຂວງພາກໃຕ້, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ສິງຫາ 2026, ທີ່ຫ້ອງປະຊຸມ ພະແນກອຸດສາຫະກຳ-ການຄ້າແຂວງ.

 #ຂໍເຊີນທ່ານທັງຫລາຍ ຮ່ວມພິທີຖວາຍມຸທິຕາສາມິຈິກັມ ທຳຄອງວັດພຣະມະຫາເຖຣະ ໃນເທສະການພັນສາ ປະຈຳປີ​ ພສ.​2569​ ທີ່​ຫ້ອງ​ພິທີການ​ ຫ...
05/08/2026

#ຂໍເຊີນທ່ານທັງຫລາຍ ຮ່ວມພິທີ
ຖວາຍມຸທິຕາສາມິຈິກັມ ທຳຄອງວັດພຣະມະຫາເຖຣະ ໃນເທສະການພັນສາ ປະຈຳປີ​ ພສ.​2569​ ທີ່​ຫ້ອງ​ພິທີການ​ ຫໍທັມມະສະພາ​ຊັ້ນ​ 2​ ວັດພຣະທາດຫລວງເໜືອ.​ ເມືອງໄຊເສດຖາ.​ນະຄອນຫລວງວຽງຈັນ
#ວັນທີ​ 6​ ສິງຫາ​ 2026​
#ເວລາ​ 13:30​ ໂມງ.

ເພື່ອທ່ານທີ່ຕ້ອງການສຶກສາຂໍ້ມູນ ຂອງສູນກາງ ອພສສາມາດສຶກສາຂໍ້ມູນຜ່ານເວັບໄຊຂອງສູນກາງ ອພສ ໄດ້ກົດລິ້ງໄດ້ເລີຍ: https://www.cbfol...
02/06/2026

ເພື່ອທ່ານທີ່ຕ້ອງການສຶກສາຂໍ້ມູນ ຂອງສູນກາງ ອພສ
ສາມາດສຶກສາຂໍ້ມູນຜ່ານເວັບໄຊຂອງສູນກາງ ອພສ ໄດ້
ກົດລິ້ງໄດ້ເລີຍ: https://www.cbfol.org/?m=1

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ...
02/06/2026

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ແລະ ອົງການພຸດທະສາສະໜາສັມພັນລາວ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ: ໃນປັດຈຸບັນ ການນໍາໃຊ້ເຕັກໂນໂລຊີ ອິນເຕີເນັດ ເຟສບຸ໊ກ (Facebook), ວ໋ອດແອ໋ບ (WhatsApp), ຕິກຕ໋ອກ (TikTok), ຢູທູບ (YouTube) ແລະ ສື່ສັງຄົມອອນລາຍຕ່າງໆ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນໍາໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມ ສໍາລັບພຣະພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຕໍ່ສະມະນະເພດ. ສະນັ້ນ, ເພື່ອເປັນການຄວບຄຸມການນໍາໃຊ້ໃຫ້ມີຄວາຖືກຕ້ອງ ແລະ ຄວາມເໝາະສົມຈຶ່ງແຈ້ງມາຍັງ ພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຫ້າມສະແດງອອກທາງສື່ສັງຄົມອອນລາຍດັ່ງນີ້:

1. ຫ້າມໂພສໂຄສະນາຊວນເຊື່ອ, ຊັກຈູງ, ແນະນໍາ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ກ່ຽວກັບເລື່ອງງົມງວາຍ, ບະບົນ ຫຼື ອ້ອນວອນ ບໍ່ມີເຫດຜົນ ຊຶ່ງຂັດກັບຫຼັກພຣະທັມມະວິໄນ;
2. ຫ້າມໂພສອວດອ້າງຄວາມສັກສິດ, ອິດທິລິດ ຫຼື ປາຕິຫານເພື່ອຫວັງຜົນທາງລາບສັກກາລະ;
3. ຫ້າມໂພສຮູບພາບ ຫຼື ວິດີໂອທີ່ບໍ່ເໝາະສົມ: ເຊັ່ນ ການຖ່າຍຮູບອວດສາຣີລະຮ່າງກາຍ, ວິດີໂອໃນລັກສະນະຕະຫຼົກຄຶກຄະນອງ ຫຼື ການສະແດງພຶດຕິກຳທີ່ຜິດຕໍ່ພຣະທັມມະວິໄນ ແລະ ພາບພົດຂອງຄະນະສົງ;
4. ຫ້າມວິພາກວິຈານເລື່ອງສັງຄົມບ້ານເມືອງ: ບໍ່ໃຫ້ໂພສ ຫຼື ສະແດງຄວາມຄິດເຫັນ ທີ່ກ່ຽວຂ້ອງກັບບັນຫາສ້າງຄວາມຂັດແຍ່ງໃຫ້ສັງຄົມບ້ານເມືອງ, ຄວາມໝັ້ນຄົງ, ຫຼື ສ້າງຄວາມແຕກແຍກໃນສັງຄົມ ແລະ ລະຫວ່າງສາສະໜາ;
5. ຫ້າມໄລຟ໌ສົດ (Live) ໃນລັກສະນະທີ່ບໍ່ສຳລວມ: ໄລຟ໌ສົດຮຽກຮ້ອງຄວາມສົນໃຈ, ຫຼື ໄລຟ໌ສົດຂາຍເຄື່ອງວັດຖຸມຸງຄຸນ ແລະ ຣີວິວສິນຄ້າ ເພື່ອຜົນປະໂຫຍດສ່ວນຕົວ
6. ຫ້າມໃຊ້ຄຳເວົ້າທີ່ບໍ່ສຸພາບ: ການຄອມເມັ້ນ, ຕອບໂຕ້ ຫຼື ຖົກຖຽງກັນຜ່ານສື່ສັງຄົມອອນລາຍ;

ພາຍຫຼັງແຈ້ງການສະບັບນີ້ ໄດ້ຮັບການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງກັນແລ້ວ, ຖ້າຍັງມີພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຍັງມີພຶດຕິກໍາທີ່ລະເມີດຕໍ່ຂໍ້ຫ້າມ ທີ່ແຈ້ງການໄປນັ້ນ ແມ່ນມອບໃຫ້ອົງການພຸດທະສາສະໜາສັມພັນລາວ ແຕ່ລະຂັ້ນ ນໍາຜູ້ກ່ຽວມາສຶກສາອົບຮົມ ໄປຈົນເຖິງຂັ້ນປະຕິບັດວິໄນຂັ້ນເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນທັມມະ - ວິໄນ ແລະ ທັມມະນູນສົງລາວ.

ອ່ານແຈ້ງການລະອຽດ:
https://drive.google.com/file/d/1QYMWfHZngL43R1JluA4nVO2Czwb5WMNE/view?usp=sharing

Address

Vientiane
01160

Alerts

Be the first to know and let us send you an email when ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share