VMC News ຂ່າວປະຈຳສຳນັກວິປັດສະນາກຳມະຖານ.ວັດປ່ານາຄູນນ້ອຍ

ຂໍເຊີນຮ່ວມພິທີໃສ່ບາດ ສາມະເນນ 200 ອົງ------------------------ໃນມື້ປິດທ້າຍໂຄງການບັນພະຊາສາມະເນນ " ປີນີ້ເກີດມາທັງທີ ເປັນຄົນດ...
18/08/2016

ຂໍເຊີນຮ່ວມພິທີໃສ່ບາດ ສາມະເນນ 200 ອົງ
------------------------
ໃນມື້ປິດທ້າຍໂຄງການບັນພະຊາສາມະເນນ " ປີນີ້ເກີດມາທັງທີ ເປັນຄົນດີໃຫ້ໄດ້ "

ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ເວລາ 7:45 ນາທີ ຂອງວັນທີ 21/ 08/ 2106

ສອບຖາມລາຍລະອຽດໂທຣ: 020 22228443, 22222916

ບໍ່ຂ້າສັດ               ຄົນອາຍຸຍືນບໍ່ບຽດບຽນສັດ         ສຸກຂະພາບດີອົດທົນບໍ່ໂກດຕອບ      ຜີວພັນດີ  ບໍ່ອິດສາຄົນອື່ນ        ມ...
09/08/2016

ບໍ່ຂ້າສັດ ຄົນອາຍຸຍືນ
ບໍ່ບຽດບຽນສັດ ສຸກຂະພາບດີ
ອົດທົນບໍ່ໂກດຕອບ ຜີວພັນດີ
ບໍ່ອິດສາຄົນອື່ນ ມີເດຊານຸພາບມາກ
ບໍລິຈາກທານ ມີສົມບັດມາກ
ອອ່ນນອ້ມ ມີຕະກຸນສູງສັກ
ຄົບແຕ່ບັນດິດ ມີປັນຍາມາກ.....ຯ

09/08/2016
ການຖວາຍ ຫຼື ການເຄນ ອັດຖະບໍຣິຂານ ປັຈຈັຍໄທຍະທັມແດ່ພຣະສົງສາມະເນນທີ່ຖຶກຕ້ອງ ຊາຍ-ຍິງ ມີຄວາມແຕກຕ່າງກັນ _______________________...
23/06/2016

ການຖວາຍ ຫຼື ການເຄນ ອັດຖະບໍຣິຂານ ປັຈຈັຍໄທຍະທັມແດ່ພຣະສົງສາມະເນນທີ່ຖຶກຕ້ອງ
ຊາຍ-ຍິງ ມີຄວາມແຕກຕ່າງກັນ
________________________
ພຣະຮັບສອງມືດ້ວຍຄວາມເຄົາລົບຂອງທານ
ຍາດໂຍມຈັບເຄືອງຖວາຍດ້ວຍມືສອງເປື້ອງໂດຍນອບນ້ອມທີ່ສຸດ
-ຫາກເປັນຊາຍຖວາຍເຄນ ພຣະຮັບກັບມື້ໄດ້
-ຫາກເປັນຍິ່ງ ພຣະໃຊ້ຜ້າຮອງຮັບ.
*ສັ່ງເກດເບິ່ງໃນຮູບພາບ.
______________________
ເພື່ອຜູ້ຍັງບໍ່ທັນຮູ້ບໍ່ທັນເຂົ້າໃຈແທ້
ທ່ານກ໋ອບປີໄວ້ ເຊບໄວ້ເບິ່ງຫຼືບອກສອນຕໍ່ໆກັນໄປ ເປັນບຸນ ເປັນວິດທະຍາທານຕໍ່ໆ ກັນໄປ.
ຂໍ້ມູນ(fb)Monk sombat.

 #ເຕືອນຄວາມປອດໄພໃນການກິນ12/5/2016 ເນື້ອທີ່ປ່າໄມ້ອອ່ນທໍາມະຊາດຖືກທໍາລາຍຢ່າງຫລວງຫລາຍຈາກໄຟລາມປ່າຢູ່ເຂດແລວຕໍ່ລະຫວ່າງເມືອງຄໍາ ...
12/05/2016

#ເຕືອນຄວາມປອດໄພໃນການກິນ
12/5/2016 ເນື້ອທີ່ປ່າໄມ້ອອ່ນທໍາມະຊາດຖືກທໍາລາຍຢ່າງຫລວງຫລາຍຈາກໄຟລາມປ່າຢູ່ເຂດແລວຕໍ່ລະຫວ່າງເມືອງຄໍາ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ໂດຍ: ສອດສ່ອງ

ລວຍຈົນລົ້ນ ຈົນໆຕາຍ #ແຊຣ໌ບອກກັນແນ່ຢ່າເຫັນແກ່ຕົວ.
20/03/2016

ລວຍຈົນລົ້ນ ຈົນໆຕາຍ

#ແຊຣ໌ບອກກັນແນ່ຢ່າເຫັນແກ່ຕົວ.

ພຣະເກົ່າແກ່ ໃຜ Like ໃຜແຊຣ໌ ຈະມີໂຊກ.
19/03/2016

ພຣະເກົ່າແກ່ ໃຜ Like ໃຜແຊຣ໌ ຈະມີໂຊກ.

“ຄວາມເປັນມາຂອງບຸນປີໃໝ່ລາວ ຫຼື ຫຼາຍຄົນເອີ້ນວ່າ ກຸດສົງການ”ພໍແຕ່ຮອດຍາມເດືອນສີ່ຕໍ່ໃສ່ເດືອນຫ້າລ່ວງເຂົ້າມາເຖິງ (ຫມາຍເຖິງເດືອນລ...
19/03/2016

“ຄວາມເປັນມາຂອງບຸນປີໃໝ່ລາວ ຫຼື ຫຼາຍຄົນເອີ້ນວ່າ ກຸດສົງການ”

ພໍແຕ່ຮອດຍາມເດືອນສີ່ຕໍ່ໃສ່ເດືອນຫ້າລ່ວງເຂົ້າມາເຖິງ (ຫມາຍເຖິງເດືອນລາວ) ກໍ່ພໍດີແມ່ນໄລຍະແຫ່ງການກະກຽມເພື່ອສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະຕ້ອນ ຮັບປີໃຫມ່ລາວ( ສົ່ງ ພ.ສ ເກົ່າ ຕ້ອນຮັບ ພ.ສ ໃຫມ່) ເຊິ່ງເປັນວັນແຫ່ງການໄຂສັງກາດໃຫມ່ວັນຂຶ້ນປີໃຫມ່ ຫຼື ບາງທ້ອງຖິ່ນມັກນິຍົມເອີ້ນວ່າ: ກຸດສົງການ. ເຊິ່ງເລີ່ມແຕ່ວັນທີ 13-15 ຫລື 16 ຂອງເດືອນເມສາໃນທຸກໆປີ. ຄຳວ່າ "ກຸດ" ສົງການໃນທີ່ນີ້ກໍຄືຫມາຍເຖິງການຂາດ ຫຼື ສິ້ນໄປຂອງວັນເດືອນປີເກົ່າຫລືຂາດຈາກປີເກົ່າ ແລ້ວຕໍ່ໃສ່ປີໃຫມ່ຈິ່ງເອີ້ນວ່າ ປີໃຫມ່ນັ້ນເອງ. ຕາມປະຫວັດ ຫລື ປະເພນີຂອງວັນຂຶ້ນປືໃຫມ່ໄດ້ມີການກ່າວໄວ້ດັ່ງນີ້: ກ່ອນຫນ້ານີ້ຫລາຍພັນປີຜ່ານມາແລ້ວ ໄດ້ມີບູລຸດຜູ້ຍິ່ງໃຫຍ່ທ່ານຫນຶ່ງເຊິ່ງມີນາມວ່າ: ທ້າວ ທຳມະບານກຸມມານ ເປັນຄົນທີ່ມີສະຕິປັນຍາທີ່ແຫລມຄົມສະຫລຽວສະຫລາດ ແລະ ມີໄຫວພິບປະຕິພານທີ່ສູງສົ່ງສາມາດຮຽນຮູ້ຈົບໄຕເພດ (ຮູ້ໂລກທັງສາມຄືມະນຸດສະໂລກ, ເທວາໂລກ ແລະ ພົມມະໂລກ), ນອກຈາກນັ້ນ ກໍຍັງເປັນຜູ້ຮູ້ພາສາສັດນຳອີກ. ເມື່ອຄວາມເກັ່ງກ້າສາມາດຂອງບູລຸດທ່ານນີ້ຊ່າລືໄປຮອດໄປເຖິງຫູຂອງພະຍາກະບິນ ລະພົມ (ຜູ້ເປັນໃຫຍ່ກ່ວາພົມທັງຫລາຍ) ກໍເກີດມີແນວຄິດຢາກລົງມາທົດສອບ ຫລື ທົດລອງເບິ່ງສະຕິປັນຍາຂອງ ທ້າວທຳມະບານ ກຸມມານ, ຢູ່ມາວັນຫນຶ່ງພະຍາກະບິນລະພົມຈິ່ງຕັດສິນໃຈລົງມາເພື່ອທົດລອງເບິ່ງສະຕິປັນຍາຂອງທ້າວທຳມະບານກຸມມານ, ຝ່າຍພະຍາກະບິນລະພົມໄດ້ຍື່ນຄຳຂາດເປັນຄຳຖາມປິດສະຫນາ 3 ຂໍ້ເພື່ອໃຫ້ ເປັນໂຈດແກ່ທ້າວທຳມະບານກຸມມານຄຳຖາມ 3 ຂໍ້ມີດັ່ງນີ້:

1. ຕອນເຊົ້າລາສີຂອງຄົນຢູ່ໃສ?
2. ຕອນສວາຍລາສີຂອງຄົນຢູ່ໃສ?
3. ຕອນຄໍ່າລາສີຂອງຄົນຢູ່ໃສ?

ຕໍ່ຄຳຖາມທັງ 3 ຂໍ້ນີ້ແມ່ນໃຫ້ເວລາໃນການຄົ້ນຄິດພິຈາລະນາ 7 ວັນ ຈິ່ງລົງມາຫາຄຳຕອບ, ແຕ່ຝ່າຍພະຍາກະບິນລະພົມໄດ້ຕັ້ງເດີມພັນໄວ້ວ່າ: ຖ້າຕອບບໍ່ໄດ້ແມ່ນໃຫ້ຕັດຄໍ ແລະ ຖ້າຕອບຖືກຕົນເອງກໍຂໍຍອມຕັດຄໍເຊັ່ນກັນ. ໃນເມື່ອພະຍາກະບິນລະພົມກັບໄປແລ້ວ, ບັນຫາ ດັ່ງກ່າວໄດ້ສ້າງຄວາມຫນັກອົກຫນັກໃຈໃຫ້ແກ່ທ້າວທຳມະບານກຸມມານຢ່າງມະຫາສານຢູ່ມາຮອດມື້ທີ 6 ກໍຍັງຫາຄຳຕອບບໍ່ໄດ້ ທ້າວຈິ່ງ ຕັດສິນໃຈຍ່າງຫນີອອກຈາກບ້ານ ເພື່ອໄປຕາຍເອົາດາບຫນ້າດີກ່ວາ, ດ້ວຍຄວາມອິດເມື່ອໂຮຍແຮງໃນການເດີນທາງຫມົດມື້ ທ້າວຈິ່ງເຂົ້າໄປພັກຜ່ອນຫລັບນອນຢູ່ກ້ອງຮົ່ມຕົ້ນຕານຕົ້ນຫນຶ່ງຢູ່ແຄມທາງ. ພໍໄກ້ຮອດຍາມອະລຸນວັນໃຫມ່ມາເຖິງທ້າວທຳມະບານກຸມມານໄດ້ຍິນສຽງຂອງນົກອິນຊີສອງຜົວເມຍທີ່ນອນຢູ່ເທິງປາຍຕົ້ນຕານ ນັ້ນລົມກັນວ່າ: ມື້ອື່ນເຊົ້າພວກເຮົາ ຈະໄປຫາກິນຢູ່ທາງໃດ, ນົກອິນຊີໂຕຜົວຕອບເມຍວ່າ: ບໍ່ຍາກມື້ອື່ນເຮົາຈະໄດ້ກິນຊີ້ນ ແລະ ເລືອດຂອງ ທ້າວ ທຳມະບານ ກຸມມານ ຢ່າງແນ່ນອນ. ເພາະວ່າລາວຕອບບັນຫາຂອງພະຍາກະບິນລະພົມບໍ່ໄດ້. ອິນຊີໂຕເມຍຖາມ ຜົວວ່າບັນຫານັ້ນມີຫຍັງແດ່ເຈົ້າຕອບໄດ້ບໍ? ຝ່າຍຜົວວ່າຕອບໄດ້, ບັນຫາມີດັ່ງນີ້:

1. ຕອນເຊົ້າລາສີຂອງຄົນແມ່ນຢູ່ໃບຫນ້າດັ່ງ ນັ້ນຕື່ນ ນອນມາຄົນຈິ່ງມັກລ້າງຫນ້າເພື່ອ ໃຫ້ສະອາດແລະມີລາສີງົດງາມ.
2. ຕອນສວາຍລາສີຂອງຄົນແມ່ນຢູ່ໃນຫນ້າເອິກ, ດັ່ງນັ້ນຄົນຈິ່ງມັກເອົານ້ຳລ້າງຫນ້າເອິກ.
3. ຕອນຄໍ່າລາສີຂອງຄົນແມ່ນຢູ່ຕີນດັ່ງນັ້ນຄົນຈິ່ງມັກລ້າງຕີນແລ້ວຈິ່ງເຂົ້ານອນ, ທັງນີ້ ກໍເພື່ອຄວາມສະອາດ ແລະ ຫ່າງໄກຈາກພະຍາດໂລຄາ.
ເມື່ອທ້າວທຳມະບານກຸມມານທີ່ນອນຢູ່ໃນກ້ອງຮົ່ມຕານໄດ້ຮູ້ຄວາມ ຈິ່ງທຸກຢ່າງຈາກນົກອິນຊີທັງສອງຜົວ-ເມຍຄືແນວນັ້ນກໍ່ມີຄວາມຕື່ນເຕັ້ນ, ດີອົກດີໃຈ ແລະ ຟ້າວຟັ່ງ ກັບຄືນເມືອບ້ານດ້ວຍຄວາມປື້ມປິຕິ, ພໍຮອດເວລານັດຫມາຍພະຍາກະບິນລະພົມກໍລົງມາຕາມສັນຍາ ແລະ ທ້າວ ທຳມະບານ ກຸມມານ ກໍ່ສາມາດຕອບໄດ້ໝົດ ທຸກຂໍ້ ແລະ ຖືກກັບຄວາມຈິງ. ດັ່ງນັ້ນ ທັງພະຍາກະບິນລະພົມຈິ່ງຍິນຍອມຕັດຄໍຕົນເອງເພື່ອເປັນການຖວາຍບູຊາໃນພູມປັນຍາ ຂອງທ້າວທຳມະບານກຸມມານ, ດັ່ງນັ້ນ ພະຍາກະບິນລະພົມຈິ່ງເອີ້ນລູກສາວທັງ 7 ຄົນມາຫາ ແລ້ວສັ່ງໃຫ້ເອົາພາພານທອງ ຄຳມາຮອງຮັບເອົາຫົວຂອງພໍ່ເພື່ອເອົາໄປໄວ້ໃນຖ້ຳພູເຂົາໄກລາດ, ເພາະຫົວຂອງພະຍາກະບິນລະພົມຖ້າຕົກໃສ່ນ້ຳ, ອາກາດ, ແຜ່ນດິນກໍຈະເປັນພິດເປັນໄພສົ່ງຜົນອັນຕະລາຍຕໍ່ມວນມະນຸດ, ໃນແຕ່ລະປີໃຫ້ລູກສາວທັງ 7 ຄົນພັດປ່ຽນກັນເອົາຫົວຂອງພໍ່, ຂີ່ເທິງຫລັງສັດອອກມາຈາກຖ້ຳພູເຂົາໄກລາດເພື່ອມາຫົດສົງ.

ໂດຍ: Bounsuay lthc

ຊີວິດ ບໍ່ໄດ້ຈົບລົງດ້ວຍຄວາມຈົນ ຖ້າຍັງອົດທົນ ແລະຂະຫຍັ່ນ.ແຊຣ໌ທະແມ້ ບອກຕໍ່ໆກັນໄປ.
19/03/2016

ຊີວິດ ບໍ່ໄດ້ຈົບລົງດ້ວຍຄວາມຈົນ ຖ້າຍັງອົດທົນ ແລະຂະຫຍັ່ນ.

ແຊຣ໌ທະແມ້ ບອກຕໍ່ໆກັນໄປ.

20/02/2016
ປະມວນພາບ ມວນຊົນນັບລ້ານ 30,000 ຄົນ ຮ່ວມພິທີ ຖວາຍເພິງ ພຣະສົບ ຍາທ່ານໃຫຍ່ ດຣ ມະຫາຜ່ອງ ສະມາເລິກ ປະທານອົງການພຸດທະສາສນາສຳພັນລາວ...
20/12/2015

ປະມວນພາບ ມວນຊົນນັບລ້ານ 30,000 ຄົນ ຮ່ວມພິທີ ຖວາຍເພິງ ພຣະສົບ ຍາທ່ານໃຫຍ່ ດຣ ມະຫາຜ່ອງ ສະມາເລິກ ປະທານອົງການພຸດທະສາສນາສຳພັນລາວ ທີ່ສະຫນາມຫລວງ ເດີນພະທາດຫລວງ,ນະຄອນຫຼວງວຽງຈັນ......................................
ວັນທີ 20 ທັນວາ ປີ 2015

ພິທີ ຖວາຍເພິງ ພຣະສົບຍາທ່ານໃຫຍ່ ດຣ ມະຫາຜ່ອງ ສະມາເລີກປະທານອົງການພຸດທະສາສນາສຳພັນລາວທີ່ສະຫນາມຫລວງ ເດີນພະທາດຫລວງ.ວັນທີ 20 ທັນ...
20/12/2015

ພິທີ ຖວາຍເພິງ ພຣະສົບ
ຍາທ່ານໃຫຍ່ ດຣ ມະຫາຜ່ອງ ສະມາເລີກ
ປະທານອົງການພຸດທະສາສນາສຳພັນລາວ

ທີ່ສະຫນາມຫລວງ ເດີນພະທາດຫລວງ.
ວັນທີ 20 ທັນວາ ປີ 2015.

Address

ວັດປ່ານາຄູນ
Vientane
5081

Alerts

Be the first to know and let us send you an email when VMC News posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share