ອົງການພຸດທະສາສະໜາສຳພັນລາວເມືອງປາກຊ່ອງ

ອົງການພຸດທະສາສະໜາສຳພັນລາວເມືອງປາກຊ່ອງ ອົງການພຸດທະສາສະໜາສຳພັນລາວ ເມືອງປາກຊ່ອງ

- ວັນທີ 17 ມີນາ 2023. #ພິທີເຜີຍແຜ່ສີລະທັມ ແລະ ປາຖະກະຖາທັມ.ໃຫ້ແກ່ພະນັກງານພັກ-ລັດ, ພໍ່ແມ່ປະຊາຊົນ, ອອກຕົນຍາດໂຍມພຸດທະສາສະນິກ...
17/03/2023

- ວັນທີ 17 ມີນາ 2023.
#ພິທີເຜີຍແຜ່ສີລະທັມ ແລະ ປາຖະກະຖາທັມ.
ໃຫ້ແກ່ພະນັກງານພັກ-ລັດ, ພໍ່ແມ່ປະຊາຊົນ, ອອກຕົນຍາດໂຍມພຸດທະສາສະນິກກະຊົນ ພາຍໃນເມືອງປາກຊ່ອງ.
- ຈັດໂດຍ: ອົງການພຸດທະສາສະໜາສັມພັນລາວ ແຂວງ ຈຳປາສັກ
ຮ່ວມກັບຄະນະກຳມະການແຮງລາວສ້າງຊາດແຂວງ ຈຳປາສັກ.
- ທີ່: ວັດຫິມມະວັນຕະບັນພົດ ພັດທະນາຣາມ ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ.

ຂໍນ້ອມສະແດງມຸທິຕາຈິດແດ່ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ. ສະໄໝທີ VIII,  ອ...
12/12/2021

ຂໍນ້ອມສະແດງມຸທິຕາຈິດແດ່ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ. ສະໄໝທີ VIII, ອົງທີ 6. ດ້ວຍຄວາມເຄົາລົບຍິ່ງ.

ຂໍອະນຸໂມທະນາສາທຸການເປັນຢ່າງຍິ່ງ ຕໍ່ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ   ...
07/12/2021

ຂໍອະນຸໂມທະນາສາທຸການເປັນຢ່າງຍິ່ງ ຕໍ່ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII
ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ພຣະພຸດທະສັງກາດ 2564, ວັນທີ 9 ທັນວາ 2021

 #ເຈົ້າເມືອງປາກຊ່ອງ ອອກຄຳແນະນຳ ຜັນຂະຫຍາຍຄຳສັ່ງທ່ານເຈົ້າແຂວງຈຳປາສັກ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດ...
20/09/2021

#ເຈົ້າເມືອງປາກຊ່ອງ ອອກຄຳແນະນຳ ຜັນຂະຫຍາຍຄຳສັ່ງທ່ານເຈົ້າແຂວງຈຳປາສັກ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ19 ໄລຍະວັນທີ 16-30 ກັນຍາ 2021.

 #ຄະນະສົງເມືອງປາກຊ່ອງ ແຂວງຈຳປາສັກ.ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງ: ເຈົ້າອະທິການວັດ ທ່ານນາຍບ້ານ ແນວໂຮມ ສາລະວັດ ແລະ ອອກຕົ...
18/01/2021

#ຄະນະສົງເມືອງປາກຊ່ອງ ແຂວງຈຳປາສັກ.
ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງ: ເຈົ້າອະທິການວັດ ທ່ານນາຍບ້ານ ແນວໂຮມ ສາລະວັດ ແລະ ອອກຕົນຍາດໂຍມທຸກໆບ້ານ ພາຍໃນເມືອງປາກຊ່ອງ. ເພື່ອຊາບວ່າ: ພຣະອາຈາຣຍ໌ ປູ່ສັງ ທອງຈະເລີນ ເຈົ້າອະທິການວັດ ປິ່ນແກ້ວທັມມະຣັງສີ ບ້ານສົມສະໜຸກໃໝ່ ກຸ່ມ 4 ເມືອງປາກຊ່ອງ ແຂວງຈຳປາສັກ. ໄດ້ເຖີງແກ່ມໍຣະນະພາບແລ້ວ ໃນວັນທີ 15/01/2021 ກົງກັບວັນສຸກ ຂຶ້ນ 2 ຄໍ່ຳ ເດືອນ 3 ພ.ສ. 2563. ໃນເວລາ: 16 ໂມງ 50 ນາທີ. ດ້ວຍພະຍາດຂອງເພິ່ນເອງ, ສິຣິລວມອາຍຸໄດ້ 86 ປີ 10 ພັນສາ. ປັດຈຸບັນໄດ້ຕັ້ງສົບບຳເພັນກຸສົນທີ່ສາລາໂຮງທັມ ວັດປິ່ນແກ້ວທັມມະຣັງສີ ບ້ານສົມສະໜຸກໃໝ່ ກຸ່ມ 4 ເມືອງປາກຊ່ອງ ແຂວງຈຳປາສັກ. ສ່ວນວັນງານຊາປະນະກິດຖວາຍພຣະເພີງສົບ ຈະໄດ້ຈັດຂຶ້ນໃນວັນທີ 24 / 01 / 2021 ກົງກັບວັນອາທິດ ຂຶ້ນ 11 ຄ່ຳ ເດືອນ 3 ພ.ສ. 2563. ໃນຕອນແລງເວລາ: 13 ໂມງ 30 ນາທີ. ເຄື່ອນຍ້າຍພຣະສົບອອກຈາກສາລາໂຮງທັມໄປສູ່ຫໍພຣະເມຣຸມາດຊົ່ວຄາວ, ອ່ານຊີວະປະຫວັດຫຍໍ້, ວາງພວງມາລາ, ທອດຜ້າບັງສຸກຸນ, ວາງດອກໄມ້ຈັນ, ທູບທຽນ ແລະ ປະຊຸມເພີງເຢັນ. ໃນຕອນກາງຄືນ ເວລາ: 17 ໂມງ 30 ນາທີ ທໍຳພິທີຖວາຍພຣະເພີງຮ້ອນ ເປັນວາລະສຸດທ້າຍ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງຂ່າວມາເພື່ອຊາບໂດຍທົ່ວເຖີງກັນ ແລະ ໄປຮ່ວມໄຫວ້ອາໄລ, ຮ່ວມອຸໂປໂມທະນາ, ເປັນເຈົ້າພາບເຈົ້າສັດທາ ໃນງານບຳເພັນກຸສົນສົບ ແລະ ງານຊາປະນະກິດຖວາຍພຣະເພີງສົບ ຂອງພຣະອາຈາຣຍ໌ ປູ່ສັງ ທອງຈະເລີນ ເຈົ້າອະທິການວັດ ປິ່ນແກ້ວທັມມະຣັງສີ ບ້ານສົມສະໜຸກໃໝ່ ກຸ່ມ 4 ເມືອງປາກຊ່ອງ ແຂວງຈຳປາສັກ. ຕາມການແຈ້ງຂ່າວນີ້ດ້ວຍ.
( ແຈ້ງຂ່າວມາດ້ວຍຄວາມນັບຖືເປັນຢ່າງສູງ )

ພິທີເປີດການບິນປະຕິບັດທັມ ແລະ ວິປັສສະນາກັມມກະຖານ ປະຈຳປີ 2021 ຄັ້ງວັນທີ 7 ມັງກອນ 2021 ພ.ສ. 2563
07/01/2021

ພິທີເປີດການບິນປະຕິບັດທັມ ແລະ ວິປັສສະນາກັມມກະຖານ ປະຈຳປີ 2021 ຄັ້ງວັນທີ 7 ມັງກອນ 2021 ພ.ສ. 2563

ຂໍເຊີນຊາວພຸດທະບໍລິສັດທັງຫຼາຍ ຮ່ວມງານບຸນປະຕິບັດທັມ ແລະ ວິປັສສະນາກັມມະຖານ ພາຍໃນເມືອງປາກຊ່ອງ ປະຈຳປີ 2021 ພ.ສ.2563
06/01/2021

ຂໍເຊີນຊາວພຸດທະບໍລິສັດທັງຫຼາຍ ຮ່ວມງານບຸນປະຕິບັດທັມ ແລະ ວິປັສສະນາກັມມະຖານ ພາຍໃນເມືອງປາກຊ່ອງ ປະຈຳປີ 2021 ພ.ສ.2563

🙏🙏🙏 ກອງປະຊຸມໃຫຍ່ ສະໄໝທີ VIII  ຜູ້ແທນອົງການພຸດທະສາສະໜາສັມພັນລາວ ເມືອງປາກຊ່ອງ ຄັ້ງວັນທີ 27 ພະຈິກ 2020 🙏🙏🙏
24/11/2020

🙏🙏🙏 ກອງປະຊຸມໃຫຍ່ ສະໄໝທີ VIII ຜູ້ແທນອົງການພຸດທະສາສະໜາສັມພັນລາວ ເມືອງປາກຊ່ອງ ຄັ້ງວັນທີ 27 ພະຈິກ 2020
🙏🙏🙏

ວັນສຸກທີ 28/08/2020 ທີ່ສະໂມສອນໃຫຍ່ເມືອງເລົ່າງາມ...ເຈົ້າຄະນະເມືອງປາກຊ່ອງ ຫົວໜ້າຫ້ອງການບໍລິການງານ ພ້ອມຄະນະ ໄດ້ຖືກນິມົນເຂົ້...
29/08/2020

ວັນສຸກທີ 28/08/2020 ທີ່ສະໂມສອນໃຫຍ່ເມືອງເລົ່າງາມ...ເຈົ້າຄະນະເມືອງປາກຊ່ອງ ຫົວໜ້າຫ້ອງການບໍລິການງານ ພ້ອມຄະນະ ໄດ້ຖືກນິມົນເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວເມືອງເລົ່າງາມ ສະໄໝທີ VII ຂອງອົງການພຸດທະສາດສະໜາສຳພັນລາວ ເມືອງເລົ່າງາມ ແຂວງສາລະວັນ. ເພື່ອສະຫຼຸບວຽກງານການເຄື່ອນໄຫວ ໃນໄລຍະ 5 ປີຜ່ານມາ ແລະ ຄາດໝາຍສູ້ຊົນ ທິດທາງແຜນການເຄື່ອນໄຫວວຽກງານໃນຊຸມປີຕໍ່ໜ້າ ພ້ອມທັງແຕ່ງຕັ້ງຄະນະກັມມະການບໍລິຫານງານຊຸດໃໝ່. ເພື່ອສືບຕໍ່ວຽກງານຂອງພຸດທະສາສະໜາຕໍ່ໄປ...ສາທຸໆໆ

ວັນທີ 14/08/2020 ເຈົ້າຄະນະເມືອງປາກຊ່ອງ ພ້ອມດ້ວຍຫົວໜ້າຫ້ອງການບໍລິການງານ ໄດ້ນິມົນເຂົ້າຮ່ວມກອງປະຊຸມໃຫຍ່ ສະໄໝທີ IV ຂອງອົງການ...
15/08/2020

ວັນທີ 14/08/2020 ເຈົ້າຄະນະເມືອງປາກຊ່ອງ ພ້ອມດ້ວຍຫົວໜ້າຫ້ອງການບໍລິການງານ ໄດ້ນິມົນເຂົ້າຮ່ວມກອງປະຊຸມໃຫຍ່ ສະໄໝທີ IV ຂອງອົງການພຸດທະສາດສະໜາສຳພັນລາວ ເມືອງທ່າແຕງ ແຂວງເຊກອງ. ເພື່ອສະຫຼຸບວຽກງານການເຄື່ອນໄຫວ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານໃນຊຸມປີຕໍ່ໜ້າ ພ້ອມທັງແຕ່ງຕັ້ງຄະນະກັມມະການບໍລິຫານງານຊຸດໃໝ່. ເພື່ອສືບຕໍ່ວຽກງານຂອງພຸດທະສາສະໜາຕໍ່ໄປ...ສາທຸໆໆ

ປະກາດຫນັງສືແຈ້ງການ ຈາກຫ້ອງການບໍລິຫານງານສູນກາງ ອພສ. ໜັງສືແຈ້ງການຂອງຫ້ອງການບໍລິຫານງານ ອພສ. ແຂວງໆ ຈຳປາສັກ ແລະ ໜັງສືແຈ້ງການຂ...
08/04/2020

ປະກາດຫນັງສືແຈ້ງການ ຈາກຫ້ອງການບໍລິຫານງານສູນກາງ ອພສ. ໜັງສືແຈ້ງການຂອງຫ້ອງການບໍລິຫານງານ ອພສ. ແຂວງໆ ຈຳປາສັກ ແລະ ໜັງສືແຈ້ງການຂອງເຈົ້າຄະນະ ອພສ. ເມືອງປາກຊ່ອງ. ກ່ຽວກັບການຈັດງານບຸນປີໃໝ່ລາວ ຄ.ສ 2020 ພ.ສ 2563. ໃຫ້ຢຸດຕິການຈັດກິດຈະກຳແຫ່ຂະບວນທີ່ມີມວນຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ໂຄໂຣນາໄວຣັສ (COVID 19).

🙏 ອພສ. ເມືອງປາກຊ່ອງ ຂໍນ້ອມໄຫ້ວອາໄລຍິ່ງ...ຕໍ່ການຈາກໄປຂອງຍາທ່ານໃຫຍ່ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາ...
26/03/2020

🙏 ອພສ. ເມືອງປາກຊ່ອງ ຂໍນ້ອມໄຫ້ວອາໄລຍິ່ງ...ຕໍ່ການຈາກໄປຂອງຍາທ່ານໃຫຍ່ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ລະສັງຂານສ້ຽງອາຍຸແລ້ວ ໃນເວລາ 07:30 ນາທີ ຂອງ ວັນອັງຄານ ທີ 24 ມີນາ 2020 ກົງກັນມື້ ຂຶ້ນ 1 ຄ່ຳ ເດືອນ 5. ສິຣິຊົນມາຍຸ 91 ປີ 71 ພັນສາ. ຂໍແຈ້ງຂ່າວເສົ້າສະລົດໃຈມາຍັງບັນດາພຣະສົງ-ສາມະເນນ, ພໍ່ແມ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທະບໍລິສັດທັງຫລາຍໄດ້ຮັບຊາບໂດຍທົ່ວເຖີງການເຖີ້ນ...

Address

16E
Muang Pakxong

Telephone

+8562098417999

Website

Alerts

Be the first to know and let us send you an email when ອົງການພຸດທະສາສະໜາສຳພັນລາວເມືອງປາກຊ່ອງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share