ສູນພຸດທະທັມ ວັດພຣະມະຫາທາຕຸ Watphramahathat

ສູນພຸດທະທັມ ວັດພຣະມະຫາທາຕຸ Watphramahathat Contact information, map and directions, contact form, opening hours, services, ratings, photos, videos and announcements from ສູນພຸດທະທັມ ວັດພຣະມະຫາທາຕຸ Watphramahathat, Church of God, ສູນພຸດທະທັມຫຼວງພຣະບາງ Buddhadhamma center of Luangprabang, Luang Prabang.

ຂໍເຊີນຍາດໂຍມພາລູກຫຼານມາສະມັກເຂົ້າອົບຮົມຂອງຄ້າຍທຳມະ ເພື່ອເຍົາວະຊົນ ແລະ ຊາວໝຸ່ມ ຢູ່ ສູນພຸດທະທັມ ວັດສີພຸດທະບາດ ບ້ານຊຽງມ່ວນ ...
23/08/2026

ຂໍເຊີນຍາດໂຍມພາລູກຫຼານມາສະມັກເຂົ້າອົບຮົມຂອງຄ້າຍທຳມະ ເພື່ອເຍົາວະຊົນ ແລະ ຊາວໝຸ່ມ
ຢູ່ ສູນພຸດທະທັມ ວັດສີພຸດທະບາດ ບ້ານຊຽງມ່ວນ ນະຄອນຫຼວງພະບາງ ຈະໄດ້ເປີດຮັບສະມັກນັບແຕ່ມື້ນີ້ຮອດວັນທີ່ 26 ສິງຫາ 2026

ເປັນກິດຈະກໍາທີ່ດີ ໃຫ້ລູກຫລານມາເຝິກອົບຮົມໃຫ້ລູກຫຼານເປັນຄົນດີຕໍ່ພໍ່ແມ່ ຮູ້ຈັກຮິດຄອງປະເພນີ ມີຄວາມເຄົາລົບຮັກແພງພໍ່ແມ່ ແລະ ໝູ່ເພື່ອນ

ເປີດອົບຮົມວັນທີ່ 26-30/8/2026 (ໃຊ້ເວລາ 5 ມື້) ມາເຊົ້າແລງກັບບ້ານ.
——————
ຈັດໂດຍຄະນະກໍາມາທິການເຜີຍແຜ່ສີລະທໍາ ແລະປະຕິບັດກໍາມະຖານ ສູນກາງ ຮ່ວມກັບອົງການພຸດທະສາສະນາສໍາພັນລາວ ແຂວງຫຼວງພະບາງ

ໄດ້ຈັດກິດຈະກຳຕັ້ງຄ້າຍທຳມະ ເພື່ອເຍົາວະຊົນ ແລະ ຊາວໜຸ່ມ ຂຶ້ນ ໂດຍມີຈຸດປະສົງດັ່ງນີ້:
1. ເພື່ອປູກຝັງຄຸນນະທຳ, ຈະລິຍະທໍາ,
2. ສົ່ງເສີມການຮຽນຮູ້ຫຼັກທໍາຄຳສອນຂອງພຸດທະສາສະໜາ
3. ສ້າງຈິດສຳນຶກໃຫ້ເຍົາວະຊົນ ແລະ ຊາວໜຸ່ມ ນຳຫຼັກທຳໄປປະຍຸກໃຊ້ໃນຊີວິດປະຈຳວັນ

ເຊິ່ງກິດຈະກໍາດັ່ງກ່າວຈະໄດ້ຈັດຂຶ້ນ ເປັນເວລາ 5 ວັນ( 26 ສີງຫາ ຫາ 30 ສິງຫາ 2026) ຈື່ງຈະສໍາເລັດ.

ຈຸດປະສົງຂອງການຈັດກິດຈະກໍາຕັ້ງຄ້າຍທັມມະໃນຄັ້ງນີ້ ກໍ່ເພື່ອເປັນການເຜີຍແຜ່ພຣະທັມຄໍາສອນຂອງພຣະພຸທທະເຈົ້າໃຫ້ເຂົ້າເຖິງ ບັນດາລູກຫຼານເຊຶ່ງເປັນຜູ້ສືບທອດອະນາຄົດຂອງຊາດ. ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງກັມມະທິການເຜີຍແຜ່ສີລະທັມແລະປະຕິບັດກຳມະຖານ ທີ່ວ່າ “ຊຸມຊົນມີສີລະທັມ ສັງຄົມມີຄວາມຜາສຸກ”

ເພື່ອເຮັດໃຫ້ຊຸມຊົນໃນສັງຄົມ ລວມທັງເຍົາວະຊົນ ແລະ ຊາວໜຸ່ມ ໄດ້ຮຽນຮູ້ຄໍາສອນຂອງພຣະພຸດທະເຈົ້າ, ໄດ້ຮຽນຮູ້ສີລະທັມ, ໄດ້ຮຽນຮູ້ຄວາມເປັນຜູ້ມີລະບຽບວິໃນ, ຮູ້ຈັກເຄົາລົບກົດໝາຍບ້ານເມືອງ, ຮູ້ຈັກຮີດຄອງປະເພນີອັນດີງາມຂອງຊາດ, ມີຈິດໃຈອ່ອນໂຍນມີຄວາມເມດຕາ, ມີຄວາມກະຕັນຍູຮູ້ບຸນຄຸນ, ຮູ້ຈັກໃຊ້ເວລາໃຫ້ເປັນປະໂຫຍດໃນຊ່ວງພັກໂຮງຮຽນ ແລະ ຫ່າງໄກສິ່ງເສບຕິດ.

ເຊິ່ງເນື້ອໃນທີ່ນໍາມາສອນໃນຄັ້ງນີ້ ປະກອບມີ:
1. ສາສະນະພິທີ ແລະ ຮຽນຮູ້ການກາບ-ໄຫວ້ພຣະຣັຕຕະນະໄຕຣ
2. ມາລະຍາດຊາວພຸດ
3. ພຸດທະປະຫວັດ
4. ອະນິສົງຂອງການມີສິນ ແລະ ວິບາກທຸສິນ
5. ໜ້າທີ່ທີ່ຕ້ອງປະຕິບັດຕາມທິດ 6
6. ອະບາຍຍະມຸກ 6
7. ການຕອບແທນບຸນຄຸນມານດາບິດາຢ່າງສູງສຸດ
8. ຂັນ 5 ແລະ ກົດໄຕຣລັກ ໂດຍສັງເຂບ
9. ອະລິຍະສັດ 4 ໂດຍສັງເຂບ
10. ເລື່ອງຂອງກັມ ໂດຍສັງເຂບ
11. ອິດທິບາດ 4
12. ຝຶກວິປັດສະນາກັມມະຖານ (ສະມາທິ - ພາວະນາ ແລະ ຍ່າງຈົມກົມ); ທ່ອງຈໍາ ກົດອິທະປັດຈາຍະຕາ - ປະຕິຈະສະມຸປບາທ
13. ສິນຫ້າ
14. ຜົນຮ້າຍຂອງສິ່ງເສບຕິດ ແລະ ການນໍາໃຊ້ມືຖື ຫລື ສື່ອອນໄລ ທີ່ບໍ່ຖືກວິທີ
15. ຟັງທັມມະເທດສະໜາຈາກພຣະສົງຄູບາອາຈານ ໃນຫົວຂໍ້ຕ່າງໆ.

ສໍາລັບກິດຈະກຳຕັ້ງຄ້າຍທັມມະ ໃນຄັ້ງນີ້ ຖືເປັນໂອກາດອັນດີເລີດ ທີ່ຈະໄດ້ນໍາເອົາຫຼັກທໍາຄໍາສັ່ງສອນ ໃນພຸດທະສາສະໜາ ມາປູກຝັງ ແລະ ປັບໃຊ້ໃນຊີວິດປະຈຳວັນ ຂອງນ້ອງໆ. ບໍ່ວ່າຈະເປັນ ການເຝິກອົບຮົມ ສີລະທັມ ແລະ ຄວາມມີລະບຽບວິໃນ; ການເຝິກສະມາທິ-ກຳມະຖານ ເພື່ອສ້າງຄວາມສະຫງົບ, ສຸມຈິດໃຈ ແລະ ປັນຍາ.

ການສ້າງຈິດສໍານຶກ ຄວາມກະຕັນຍູ, ກະຕະເວທີ, ຄວາມຮັກຊາດ, ຄວາມສາມັກຄີ ແລະ ການຢູ່ຮ່ວມກັນໃນສັງຄົມຢ່າງມີຄວາມສຸກ ແລະເຊື່ອໝັ້ນວ່າ ນ້ອງໆ ຈະໄດ້ຮັບທັງຄວາມຮູ້ປະສົບການທີ່ດີ ແລະ ແຮງບັນດານໃຈ ໃນການເປັນຄົນດີ, ເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ ແລະ ເປັນພົນລະເມືອງດີຂອງຊາດ ແລະຮຽກຮ້ອງໃຫ້ນ້ອງໆ ເຍົາວະຊົນ ແລະ ຊາວໜຸ່ມ ທຸກຄົນ ຈົ່ງຕັ້ງໃຈເກັບກ່ຽວເອົາຄວາມຮູ້ ແລະ ສີລະທັມ ນໍາໄປປະຕິບັດໃນຊີວິດປະຈຳວັນໃຫ້ເກີດປະໂຫຍດສູງສຸດ.
ຂອບໃຈຂໍ້ມູນ ພາບ-ຂ່າວ:ດາວເພັດ
_____________
#ຂໍບອກບຸນຍາດໂຍມ ຂໍເຊີນຍາດໂຍມຜູ້ໃນບຸນທັງມາຮ່ວມເປັນເຈົ້າພາບອຸປະຖຳ ງານບຸນຈັດຄ້າຍທັມມະ ເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທີ່ ສູນພຸດທະທັມ ວັດສີພຸດທະບາດ ບ້ານຊຽງມ່ວນ ຫຼວງພະບາງ ມີເຍົາວະຊົນເຂົາອົບຮົມປະມານ 100 ຄົນ ມີພຣະອາຈານມາເທດແລະນໍາພາປະຕິບັດປະມານ 10 ອົງ
ຂໍແຜ່ນໍ້າດື່ມນໍາທ່ານສັດທາທັງຫຼາຍ 100 ແພັກ ອາຫານທ່ຽງຄາບລະ 5 ລ້ານກີບ ຫຼື ຕາມກໍາລັງສັດທາ
#ຕິດຕໍ່ສອບຖາມ:
1. ຕິດຕໍ່ໂມທະນານໍາສາທຸສົມບັດ ບຸດຕະສິດ ຫົວໜ້າເຜີຍແຜ່ສິນລະທັມ ແລະ ຫົວໜ້າສູນພຸດທະທັມ 020 55080448
2. ຕິດຕໍ່ລົງສະມັກເຂົ້າອົບຮົມ ນໍາສາທຸສົມກຽດ ສະມະຫິໂຕ ໂທ 020 77827486

ຂອບໃຈມະຫາວິທະຍາໄລໄດ້ປະສິດປະສາດຄວາມຮູ້ໃຫ້ມາ
23/08/2026

ຂອບໃຈມະຫາວິທະຍາໄລໄດ້ປະສິດປະສາດຄວາມຮູ້ໃຫ້ມາ

ມາຈັດກຽມເອົາບຸນນໍາກັນເນີຈັດງານ ອົບຮົມທັມມະເຍົາວະຊົນ ແລະ ຊາວໝຸ່ມ ຫຼວງພະບາງ 23/8/2026
23/08/2026

ມາຈັດກຽມເອົາບຸນນໍາກັນເນີ
ຈັດງານ ອົບຮົມທັມມະເຍົາວະຊົນ ແລະ ຊາວໝຸ່ມ ຫຼວງພະບາງ
23/8/2026

ສອບສູດຄັ້ງທີ່ 3 ມື້ນີ້ເປັນມື້ສອບສູດພຣະແລະສາມະເນນ ວັດພຣະມະຫາທາຕຸ ເພື່ອເປັນກາສຶກສາທັມມະພາສາບາລີ ແລະ ເຝິກຄວາມຊົງຈໍາ ສອບສູດທ...
22/08/2026

ສອບສູດຄັ້ງທີ່ 3
ມື້ນີ້ເປັນມື້ສອບສູດພຣະແລະສາມະເນນ ວັດພຣະມະຫາທາຕຸ ເພື່ອເປັນກາສຶກສາທັມມະພາສາບາລີ ແລະ ເຝິກຄວາມຊົງຈໍາ

ສອບສູດທຸກໆ 1 ຄໍ່າ ແລະ 9 ຄໍ່າ ໃນລະດູເຂົ້າພັນສາ
______________
ວັນທີ່ 22 ສິງຫາ 2026
ຂື້ນ 9 ຄໍ່າ ເດືອນ 9

ກຽມສູດມົນພາວະນາມື້ນີ້ວັນສິນ ຂື້ນ ໘ ຄໍ່າ ເດືອນ ໙
21/08/2026

ກຽມສູດມົນພາວະນາ
ມື້ນີ້ວັນສິນ ຂື້ນ ໘ ຄໍ່າ ເດືອນ ໙

21/08/2026

🪷ມື້ນີ້ສູດມົນແລງຢູ່ວັດພຣະມະຫາທາຕຸ
🪷ວັນສິນ ຂໍເຊີນຍາດໂຍມມາເຂົ້າວັດຟັງທັມ ສູດມົນພາວະນາ

—————————-
ຜູ້ຟັງດ້ວຍດີ ຍ່ອມໄດ້ປັນຍາ
ຜູ້ຂະຫຍັ່ນດຸໝັ່ນ ຍ່ອມຫາຊັບໄດ້
ຄົນຍ່ອມມີກຽດ ເພາະຄວາມຊື່ສັດ
ຜູ້ໃຫ້ ຍ່ອມຜູກມິດໄວ້ໄດ້.

21/08/2026

🪷🪷🪷

ເລັ່ງປ່ຽນສາຍໄຟ ດອກໄຟສິມ ເພາະວ່າມັນເປື່ອຍໝົດແລ້ວ ໝົດຄຸນນະພາບ ເກືອບຈະຊອດແຕ່ວ່າບໍ່ໄດ້ພັກໄດ້ຜ່ອນ ເຮັດວຽກຫຼາຍ ວຽກຍ່ອຍຫຼາຍ ຮ່າ...
20/08/2026

ເລັ່ງປ່ຽນສາຍໄຟ ດອກໄຟສິມ ເພາະວ່າມັນເປື່ອຍໝົດແລ້ວ ໝົດຄຸນນະພາບ ເກືອບຈະຊອດ

ແຕ່ວ່າບໍ່ໄດ້ພັກໄດ້ຜ່ອນ ເຮັດວຽກຫຼາຍ ວຽກຍ່ອຍຫຼາຍ ຮ່າງກາຍກໍ່ອ່ອນເພຍຊໍ້າ
ມື້ໃດກໍ່ວ່າມື້ນັ້ນສິຫວ່າງ ຈະໄດ້ພັກຜ່ອນຢ່ອນໃຈ ແຕ່ບໍ່ຫວ່າງຈັກມື້ ຝົນຕົກ ຝົນລິນ ແດດອອກກໍ່ໄດ້ຂື້ນໄດ້ແປງ
____________________
#ຢາກໃຫ້ທຸກຄົນໄດ້ອ່ານ ອ່ານຈົບ 2 ຮອບຍິ່ງດີ

ການເຮັດວຽກສ້ອມແປງວັດ ຫຼື ການບູລະນະປະຕິສັງຂອນ ຖືເປັນວຽກທີ່ມີຄວາມໝາຍ ແລະ ມີຂໍ້ດີຫຼາຍດ້ານ ທັງຕໍ່ກັບຕົນເອງ, ສັງຄົມ, ແລະ ການປົກປັກຮັກສາວັດທະນະທຳ:
ໄດ້ສ້າງບຸນກຸສົນ ແລະ ຈິດໃຈສະຫງົບ:

ໃນທາງພຸດທະສາສະໜາ,
ການປະຕິສັງຂອນວັດວາອາຮາມຖືເປັນ "ມະຫາທານ" ທີ່ຊ່ວຍຄ້ຳຊູພຸດທະສາສະໜາ. ການໄດ້ເຮັດວຽກຢູ່ສະຖານທີ່ສັກສິດ ແລະ ສະຫງົບ ຊ່ວຍໃຫ້ຈິດໃຈເຢັນລົງ, ມີສະມາທິ, ແລະ ເກີດຄວາມອີ່ມເອີບໃຈ.
ສືບທອດ ແລະ ປົກປັກຮັກສາສິລະປະວັດທະນະທຳ: ວັດເປັນສູນໂຮມຂອງສິລະປະ, ສະຖາປັດຕະຍະກຳ, ແລະ ຫັດຖະກຳພື້ນເມືອງ. ການສ້ອມແປງຊ່ວຍຮັກສາເອກະລັກ, ລວດລາຍ, ແລະ ປະຫວັດສາດຂອງທ້ອງຖິ່ນບໍ່ໃຫ້ສູນຫາຍໄປຕາມການເວລາ.

ພັດທະນາຝີມື ແລະ ທັກສະສະເພາະດ້ານ:
ໄດ້ຮຽນຮູ້ ແລະ ຝຶກຝົນທັກສະຊ່າງທີ່ຫາຍາກ ເຊັ່ນ: ງານແກະສະຫຼັກໄມ້, ງານປູນປັ້ນ, ງານແຕ້ມຈິດຕະກໍາ, ຫຼື ການລົງຮັກປະທັບຄຳ ເຊິ່ງເປັນຊ່ຽວຊານທີ່ມີຄຸນຄ່າສູງ.

ເປັນບ່ອນຮ່ວມຈິດຮ່ວມໃຈຂອງຊຸມຊົນ: ວັດເປັນສູນກາງຂອງບ້ານ.
ການເຂົ້າຮ່ວມວຽກສ້ອມແປງຊ່ວຍໃຫ້ໄດ້ພົບປະ, ສ້າງຄວາມສາມັກຄີ, ແລະ ເຮັດວຽກຮ່ວມກັບຄົນໃນຊຸມຊົນ ແລະ ຜູ້ເຖົ້າຜູ້ແກ່.
ສ້າງປະໂຫຍດໃຫ້ສ່ວນລວມ: ວັດທີ່ໄດ້ຮັບການສ້ອມແປງໃຫ້ສົມບູນ, ງົດງາມ ແລະ ປອດໄພ ຈະກາຍເປັນບ່ອນທີ່ພະສົງ ແລະ ສັດທາຊາວພຸດສາມາດເຂົ້າມາເຮັດບຸນ, ປະຕິບັດທຳ, ຫຼື ໃຊ້ເປັນບ່ອນຈັດງານປະເພນີຕ່າງໆ ໄດ້ຢ່າງອຸ່ນໃຈ.

🪷ຂໍເຊີນຜູ້ມີຈິດສັດທາມາຮ່ວມບຸນບູລະນະວັດພຣະມະຫາທາຕຸ ຣາຊະບໍວໍຣະວິຫາຣ

Address

ສູນພຸດທະທັມຫຼວງພຣະບາງ Buddhadhamma Center Of Luangprabang
Luang Prabang
071

Telephone

+8562055080448

Website

Alerts

Be the first to know and let us send you an email when ສູນພຸດທະທັມ ວັດພຣະມະຫາທາຕຸ Watphramahathat posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category