25/03/2026
ໃນລະຫວ່າງວັນທີ 12-13 ມີນາ 2026, ໂຄງການຈຳປາ ສະວັນນະເຂດ - ໂຄງການຈຳປາ ວັດພູ ຮ່ວມກັບ ສະຖາບັນຝຣັ່ງແຫ່ງຕາເວັນອອກໄກ EFEO ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຮ່ວມກັນຈັດກິດຈະກຳປູກຈິດສຳນຶກໃນການຮັກສາມໍລະດົກ ແລະ ໃຫ້ຄວາມຮູ້ດ້ານການບູລະນະຮູບແຕ້ມຝາຜະໜັງ ທີ່ຫໍແຈກວັດຕາແຫຼວເກົ່າ ໂດຍການເຂົ້າຮ່ວມຈາກ ອຳນາດການປົກຄອງເມືອງ, ບ້ານ ແລະ ນ້ອງນັກຮຽນຈຳນວນ 60 ນ້ອງ. ກິດຈະກຳໄດ້ຈັດຂື້ນທີ່ບ້ານຕາແຫຼວ, ເມືອງຈຳພອນ ແຂວງ ສະຫວັນນະເຂດ.
🎯ກິດຈະກຳພາຍໃນງານ:
- ການບັນຍາຍພິເສດ: ຈາກວິຊາການພະແນກ ວທ ແລະ ຊ່ຽວຊານຈາກ EFEO ກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງມໍລະດົກ.
- ວິທີການກອບກູ້ຮີບດ່ວນ ແລະ ການບູລະນະຮູບແຕ້ມຝາຜະໜັງ: ແລກປ່ຽນເຕັກນິກການບູລະນະຮູບແຕ້ມຝາຜະໜັງຈາກຊ່ຽວຊານທັງພາຍໃນ ແລະຕ່າງປະເທດ.
- ການສ້າງສ່ວນຮ່ວມ: ນ້ອງໆນັກຮຽນ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮຽນຮູ້ກ່ຽວກັບສະຖານທີ່ຕົວຈິງ ແລະ
ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ໃຫ້ຄວາມຮູ້ ແຕ່ຍັງເປັນການປຸກຈິດສຳນຶກໃຫ້ຊຸມຊົນເຫັນເຖິງຄຸນຄ່າ ແລະ ພ້ອມໃຈກັນຮັກສາສົມບັດທາງວັດທະນະທຳນີ້ໄວ້ໃຫ້ຄົນຮຸ່ນຫຼັງ. ສຳລັບແຜນການບູລະນະໃນຂັ້ນຕອນຕໍ່ໄປ ແມ່ນຈະເລີ່ມຈັດຕັ້ງປະຕິບັດໃນໄວໆນີ້!
#ອະນຸລັກມໍລະດົກ #ບ້ານຕາແຫຼວ #ສະວັນນະເຂດ
#ວັດທະນະທຳລາວ #ໂຄງການຈຳປາ
During March 12-13, 2026, the CHAMPA Savannakhet - CHAMPA Vat Phou Project, in collaboration with the École française d'Extrême-Orient (EFEO) and Savannakhet Provincial Department of Culture, and Tourism, organized a heritage awareness and mural restoration educational activity at the old Hor Jack of Vat Taleo Kao. The event was attended by local district and village authorities, along with 60 students, and took place in Taleo Village, Champhone District, Savannakhet Province.
🎯 Key Activities:
- Special Lectures: Presentations by provincial officials and EFEO experts on the meaning and significance of cultural heritage.
- Emergency Salvage and Mural Restoration: Technical exchanges on mural restoration methods led by local and international specialists.
- Community Engagement: Local students and authorities participated in on-site learning to better understand the historical location.
This initiative not only provided technical knowledge but also raised community awareness regarding the value of these cultural treasures, fostering a collective commitment to preserve them for future generations. The next phase of the restoration plan is set to begin in the near future!