Bhodhisomphorn Chaiyarama Temple

Bhodhisomphorn Chaiyarama Temple ວັດໂພທິສົມພອນໄຊຍາຣາມ ບ້ານກອງຮັງ ເຂດຫລັກ9 ເມືອງ​ສາມັກຄີ​ໄຊ​ແຂວງ​ອັດ​ຕະປື
Bhodhisombhornchayaram temple

28/08/2024
11/11/2023

ຄາຖາທັມມະບົດ Ep.62

07/06/2023

ໃນສາສະໜາອິສະລາມ ຊາວມຸສະລິມ ຍຶດຖືເອົາຄຳສອນພຣະອັລເລາະຫ໌ ໃນຄຳພີອັລກຸຣອານ
ໃນສາສະໜາຄຣິສຕ໌ ຊາວຄຣິສຕຽນ ຍຶດຖືເອົາຄຳສອນພຣະເຍຊູ ໃນຄຳພີໄບເບິລ
ໃນສາສະໜາພຣາມ-ຮິນດູ ຊາວຮິນດີ ນັບຖືຫລາກຫລາຍສາສະດາ ເປັນ​ຕົ້ນ​ແມ່ນ​ພຣະວິສະນຸ ພຣະພຣົມ ພຣະພິຄະເນດ ມີຫລັກທັມໃນໜັງສືໄຕຣເວທ.

ສ່ວນ​ໃນສາສະໜາພຸດນັ້ນ ຊາວພຸດ ຍຶດຖືເອົາຄຳສອນຂອງໃຜ?​ ແລ້ວຄຳສອນພຣະສາສະດາມີໃນໜັງສືເຫລັ້ມໃດ?​ ຊາວພຸດຄືໃຜ? ເປັນຫຍັງ​ຕ້ອງ​ນັບຖື​ສາສະໜາ​ພຸດ?​ ຊາວພຸດຕ້ອງປະຕິບັດແບບໃດ?

ການອ້ອນວອນ ບໍ່ແມ່ນ​ຄຳສອນໃນສາສະໜາພຸດ
ການຂໍພອນ ບໍ່ມີ​ໃນສາສະໜາພຸດ
ການສະເດາະເຄາະ ຕໍ່ຊະຕາ ຫາໂຊກລາບ ບໍ່ມີໃນສາສະໜາພຸດ
ການເຮັດນ້ຳມົນ ພຣົມນ້ຳມົນ ອາບນ້ຳມົນ ບໍ່ມີໃນສາສະໜາພຸດ
ການເຮັດເຄື່ອງລາງຂອງຂັງ ບໍ່ມີ​ໃນ​ສາສະໜາພຸດ
ການບູຊາຍັນ ກັນ​ເຮືອນຊານ​ ບໍ່ມີໃນສາສະໜາພຸດ
ການຈົ່ມມົນ ເປົ່າຄາຖາ ບໍ່ມີ​ໃນ​ສາສະໜາພຸດ

ແລ້ວ​ສາສະໜາພຸດ​ມີຄຳສອນແບບໃດ?
ຕະຖາຄົຕ ສອນໃຫ້ຮູ້ອະຣິຍະສັຈສີ່ ສອນໃຫ້​ຄົນພົ້ນຈາກທຸກຂ໌ ພົ້ນຈາກສັງສາຣະວັດ ພົ້ນຈາກການວຽນວ່າຍຕາຍເກີດ ສອນໃຫ້ມະນຸດໂລກເຂົ້າເຖິງນິພພານ.
ຕະຖາຄົຕ ແມ່ນໃຜ?

06/06/2023

ພິກຂຸທັງຫລາຍ ! ສະຕິປັຕຖານ ໔ ເຫລົ່ານີ້ ອັນບຸກຄົນ ຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອ ຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄວາມຄາຍກໍານັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິພພານ. ສະຕປັຕຖານ ໔ ເປັນແນວໃດ? ພິກຂຸທັງຫລາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມພິຈາຣະນາ ເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ຍ່ອມກໍາຈັດອະພິຊຊາແລະໂທມະນັສໃນໂລກ ອອກເສຍໄດ້; ຍ່ອມພິຈາຣະນາເຫັນເວທະນາໃນ ເວທະນາຢູ່..., ຍ່ອມພິຈາຣະນາເຫັນຈິດໃນຈິດຢູ່...,

ຍ່ອມພິຈາຣະນາເຫັນທັມໃນທັມຢູ່ ມີຄວາມພຽນ ມີ ສັມປະຊນຍະ ມີສະຕິ ຍ່ອມກໍາຈັດອະພິຊຊາແລະ ໂທ
ມະນັສໃນໂລກອອກເສຍໄດ້. ພິກຂຸທັງຫລາຍ ! ສະຕິປັຕຖານ ໔ ເຫລົ່ານີ້ແລ ອັນ ບຸກຄົນຈະເຣີນແລ້ວກະທຳ
ໃຫ້ຫລາຍແລ້ວ ຍ່ອມເປັນໄປ ເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄວາມຄາຍກໍາ ນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມເພື່ອ
ນິພພານ.

06/06/2023

ດູຣາພິກຂຸທັງຫຼາຍ ! ອິທທິບາທ໔ຢ່າງເຫຼົ່ານີ້ອັນບຸກຄົນໃດ
ຈະເຣີນແລ້ວ ປະຕິບັຕໃຫ້ ຫຼາຍແລ້ວ ຍ່ອມເປັນໄປເພື່ອເຖິງຝັ່ງຈາກທີ່ບໍ່ແມ່ນຝັ່ງ ອິທທິບາທ ໔ ນັ້ນເປັນແນວໃດໜໍ ? ຄື:

ພິກຂຸໃນທັມວິນັຍນີ້ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ
ສັນທະສະມາທິແລະ ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິຣິຍະສະມາທິແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ຈິຕຕະສະມາທິແລະ
ປະທານສັງຂາຣ.
ຍ່ອມຈະເຣີນອິທທິບາທອັນປະກອບດ້ວຍ ວິມັງສາສະມາທິ
ແລະ ປະທານສັງຂາຣ.

ດູຣາພິກຂຸທັງຫຼາຍ ! ອິທທິບາທ ໔ ເຫຼົ່ານີ້ອັນບຸກຄົນໃດຈະ
ເຣີນແລ້ວ ປະຕິບັຕໃຫ້,ຫຼາຍແລ້ວ ຍ່ອມເປັນໄປເພື່ອເຖິງຝັ່ງຈາກທີ່ບໍ່ແມ່ນຝັ່ງ.

10/05/2023
10 ຄວາມເຊື່ອຜິດໆ ທີ່ບໍ່ມີໃນສາສະໜາພຸດ ພຣະພຸດ​ທະ​ເຈົ້າ​ບໍ່ໄດ້ສອນ
29/04/2023

10 ຄວາມເຊື່ອຜິດໆ ທີ່ບໍ່ມີໃນສາສະໜາພຸດ ພຣະພຸດ​ທະ​ເຈົ້າ​ບໍ່ໄດ້ສອນ

Address

Attapu
101450

Telephone

+8562076693390

Website

Alerts

Be the first to know and let us send you an email when Bhodhisomphorn Chaiyarama Temple posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share