31/12/2022
🎊🎉ອວຍພອນປີໃຫມ່🎉🎊
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2022 ແລະຕ້ອນຮັບປີໃໝ່ ຄສ 2023.
ຂໍສິ່ງສັກສິດທັ້ງຫລາຍທັ້ງປວງ ຢູ່ໃນສາກົນລະໂລກ, ໃດ້ໂປຼດອຳນວຍພອນໄຊຍ໌ໃຫ້ທ່ານ ແລະ ຄອບຄົວ, ຈົ່ງໃດ້ມີແຕ່ຄວາມສຸກ ໂຊກດີ ມີຄວາມສຳເລັດ ແລະ ສົມຫວັງ ຕະລອດປີໃຫມ່ ແລະ ຕະລອດໄປ.
ຂໍໃຫ້ບຸນຮັກສາ ເທວະດາຄຸ້ມຄອງ, ພຣະຣັຕຕະນະໄຕຼຍ໌ປົກປ້ອງ.
ຂໍຈົ່ງມີແຕ່ສີ່ງດີໆ ເຂົ້າມາໃນຊີວິດ, ມີສຸຂະພາບແຂງແຮງ, ຄອບຄົວຈົ່ງມີແຕ່ຄວາມສຸກ, ມີຄວາມຮົ່ມເຢັນ ລໍ້າລວຍເງີນທອງ ແລະ ຊັບສີນສົມບັດ, ສູງສົ່ງດວ້ຍບຸນບາຣະມີ.
ພອນໃດ ທີ່ປະເສີດ, ຂໍຈົ່ງບັງເກີດແກ່ຄອບຄົວຂອງທ່ານ ພ້ອມຍາຕຕິພີ່ນ້ອງ ຕະລອດໄປ ຕະລອດປີ ຄສ 2023 ພສ 2566 ນີ້ເທີ້ນ.
ສາທຸ ສາທຸ ສາທຸ 🙏🙏🙏"
🎊🎊ໂຊກດີປີໃໝ່ສາກົນ ພສ 2566 ຄສ 2023🎊🎊
🎉Happy New Year 2023🎈