05/09/2026
English below
---------
ຮ່ວມກັນສຽງດຽວ — ທຸກສິ່ງໃໝ່: ຄວາມຫວັງເລີ່ມຕົ້ນທີ່ນີ້
ໃນມື້ນີ້, Laos Seventh-day Adventist Church ຢືນຢັນຄວາມເປັນໜຶ່ງດຽວກັນ.
ສະມາຊິກຂອງພວກເຮົາໄດ້ຮ່ວມກັນເຕົ້າໂຮມ ເພື່ອເປີດຕົວ ຮ່ວມກັນສຽງດຽວ ເຊິ່ງເປັນຂະບວນການເຄື່ອນໄຫວອັນເປັນໜຶ່ງດຽວ ເພື່ອປະກາດຂ່າວປະເສີດອັນຕະຫຼອດນິລັນ ແລະ ນຳເອົາຄວາມຫວັງຂອງພຣະເຢຊູໄປສູ່ພີ່ນ້ອງທຸກໆຄົນຂອງພວກເຮົາ.
ໂລກຂອງພວກເຮົາກຳລັງຊອກຫາຄວາມຫວັງ.
ຄອບຄົວຕ່າງໆ ກຳລັງຊອກຫາຄວາມຫວັງ.
ຄົນລຸ້ນໜຸ່ມ ກຳລັງຊອກຫາຄວາມຫວັງ.
ຊຸມຊົນຕ່າງໆ ກຳລັງຊອກຫາຄວາມຫວັງ.
ແລະ ພວກເຮົາເຊື່ອວ່າ ຄວາມຫວັງເລີ່ມຕົ້ນທີ່ນີ້—ດ້ວຍພຣະເຢຊູ.
“ທຸກສິ່ງໃໝ່: ຄວາມຫວັງເລີ່ມຕົ້ນທີ່ນີ້”
ຮ່ວມກັນສຽງດຽວ ບໍ່ແມ່ນພຽງແຕ່ໂຄງການໜຶ່ງ, ແຕ່ມັນແມ່ນ ສຽງຮຽກຮ້ອງສູ່ພັນທະກິດ. ມັນແມ່ນຄຳເຊີນສຳລັບທຸກຄຣິສຕາຈັກ, ສະມາຊິກທຸກຄົນ, ຄົນລຸ້ນໜຸ່ມທຸກຄົນ, ແລະ ທຸກພັນທະກິດເພື່ອນຳຂອງປະທານທີ່ພຣະເຈົ້າປະທານໃຫ້ ເພື່ອເຂົ້າເຖິງຜູ້ທີ່ຕ້ອງການໄດ້ຍິນເລື່ອງລາວຂອງພຣະເຢຊູ.
ຈາກຕົວເມືອງເຖິງຊົນນະບົດ, ຈາກຄຣິສຕາຈັກເຖິງດິຈິຕອນ, ຈາກບ່ອນທີ່ຄຸ້ນເຄີຍຈົນເຖິງເຂດທີ່ຍັງບໍ່ທັນໄດ້ຮັບການເຂົ້າເຖິງ—ພວກເຮົາຈະກ້າວໄປຂ້າງໜ້າດ້ວຍກັນ.
ໜຶ່ງຂົງເຂດ.
ໜຶ່ງຄຣິສຕາຈັກ.
ໜຶ່ງພັນທະກິດ.
ໜຶ່ງສຽງ.
ໜຶ່ງຄວາມຫວັງໃນພຣະເຢຊູ.
ໃນມື້ນີ້, ພວກເຮົາເລີ່ມຕົ້ນດ້ວຍຄວາມເຊື່ອ.
ໃນມື້ອື່ນ, ພວກເຮົາສືບຕໍ່ດ້ວຍຈຸດປະສົງ.
ຈົນກວ່າພຣະເຢຊູຈະສະເດັດມາ, ພວກເຮົາຈະສືບຕໍ່ແບ່ງປັນຄວາມຫວັງຕໍ່ໄປ.
Laos Seventh-day Adventist Church ພ້ອມແລ້ວ. ທ່ານພ້ອມແລ້ວບໍ?
ທຸກສິ່ງໃໝ່: ຄວາມຫວັງເລີ່ມຕົ້ນທີ່ນີ້
ONE VOICE — ALL THINGS NEW: HOPE STARTS HERE
Today, the Laos Seventh-day Adventist Church united as one voice.
Our members gathered together to launch OneVoice27, a united movement to proclaim the gospel and bring the hope of Jesus to each person.
Our world is searching for hope.
Families are searching for hope.
Young people are searching for hope.
Communities are searching for hope.
And we believe that hope starts here—with Jesus.
“All Things New: Hope Starts Here.”
OneVoice27 is not simply a program; it is a call to mission. It is an invitation to every church, every member, every young person, and every ministry to use the gifts God has given us to reach those who need to hear the story of Jesus.
From cities to rural communities, from churches to the digital world, from familiar places to areas that have not yet been reached—we will move forward together.
One territory.
One church.
One mission.
One voice.
One hope in Jesus.
Today, we begin with faith.
Tomorrow, we continue with purpose.
Until Jesus comes, we will continue sharing hope.
The Laos Seventh-day Adventist Church is ready. Are you ready?
ALL THINGS NEW: HOPE STARTS HERE