ຫ້ອງການສູນກາງ ອພສ

ຫ້ອງການສູນກາງ ອພສ ຄະນະຫ້ອງການສູນກາງ ອພສ ເພື່ອແບ່ງປັນຫລັກທັມແລະເລື່ອງລາວຕ່າງໆກ່ຽວກັບພຸດທະສາສນາ ແກ່ຄົນລາວທຸກຄົນ.

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ...
02/06/2026

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ແລະ ອົງການພຸດທະສາສະໜາສັມພັນລາວ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ: ໃນປັດຈຸບັນ ການນໍາໃຊ້ເຕັກໂນໂລຊີ ອິນເຕີເນັດ ເຟສບຸ໊ກ (Facebook), ວ໋ອດແອ໋ບ (WhatsApp), ຕິກຕ໋ອກ (TikTok), ຢູທູບ (YouTube) ແລະ ສື່ສັງຄົມອອນລາຍຕ່າງໆ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນໍາໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມ ສໍາລັບພຣະພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຕໍ່ສະມະນະເພດ. ສະນັ້ນ, ເພື່ອເປັນການຄວບຄຸມການນໍາໃຊ້ໃຫ້ມີຄວາມຖືກຕ້ອງ ແລະ ຄວາມເໝາະສົມຈຶ່ງແຈ້ງມາຍັງ ພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຫ້າມສະແດງອອກທາງສື່ສັງຄົມອອນລາຍດັ່ງນີ້:

1. ຫ້າມໂພສໂຄສະນາຊວນເຊື່ອ, ຊັກຈູງ, ແນະນໍາ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ກ່ຽວກັບເລື່ອງງົມງວາຍ, ບະບົນ ຫຼື ອ້ອນວອນ ບໍ່ມີເຫດຜົນ ຊຶ່ງຂັດກັບຫຼັກພຣະທັມມະວິໄນ;
2. ຫ້າມໂພສອວດອ້າງຄວາມສັກສິດ, ອິດທິລິດ ຫຼື ປາຕິຫານເພື່ອຫວັງຜົນທາງລາບສັກກາລະ;
3. ຫ້າມໂພສຮູບພາບ ຫຼື ວິດີໂອທີ່ບໍ່ເໝາະສົມ: ເຊັ່ນ ການຖ່າຍຮູບອວດສາຣີລະຮ່າງກາຍ, ວິດີໂອໃນລັກສະນະຕະຫຼົກຄຶກຄະນອງ ຫຼື ການສະແດງພຶດຕິກຳທີ່ຜິດຕໍ່ພຣະທັມມະວິໄນ ແລະ ພາບພົດຂອງຄະນະສົງ;
4. ຫ້າມວິພາກວິຈານເລື່ອງສັງຄົມບ້ານເມືອງ: ບໍ່ໃຫ້ໂພສ ຫຼື ສະແດງຄວາມຄິດເຫັນ ທີ່ກ່ຽວຂ້ອງກັບບັນຫາສ້າງຄວາມຂັດແຍ່ງໃຫ້ສັງຄົມບ້ານເມືອງ, ຄວາມໝັ້ນຄົງ, ຫຼື ສ້າງຄວາມແຕກແຍກໃນສັງຄົມ ແລະ ລະຫວ່າງສາສະໜາ;
5. ຫ້າມໄລຟ໌ສົດ (Live) ໃນລັກສະນະທີ່ບໍ່ສຳລວມ: ໄລຟ໌ສົດຮຽກຮ້ອງຄວາມສົນໃຈ, ຫຼື ໄລຟ໌ສົດຂາຍເຄື່ອງວັດຖຸມຸງຄຸນ ແລະ ຣີວິວສິນຄ້າ ເພື່ອຜົນປະໂຫຍດສ່ວນຕົວ;
6. ຫ້າມໃຊ້ຄຳເວົ້າທີ່ບໍ່ສຸພາບ: ການຄອມເມັ້ນ, ຕອບໂຕ້ ຫຼື ຖົກຖຽງກັນຜ່ານສື່ສັງຄົມອອນລາຍ.

ພາຍຫຼັງແຈ້ງການສະບັບນີ້ ໄດ້ຮັບການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງກັນແລ້ວ, ຖ້າຍັງມີພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຍັງມີພຶດຕິກໍາທີ່ລະເມີດຕໍ່ຂໍ້ຫ້າມ ທີ່ແຈ້ງການໄປນັ້ນ ແມ່ນມອບໃຫ້ອົງການພຸດທະສາສະໜາສັມພັນລາວ ແຕ່ລະຂັ້ນ ນໍາຜູ້ກ່ຽວມາສຶກສາອົບຮົມ ໄປຈົນເຖິງຂັ້ນປະຕິບັດວິໄນຂັ້ນເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນທັມມະ - ວິໄນ ແລະ ທັມມະນູນສົງລາວ.

ອ່ານແຈ້ງການລະອຽດ:
https://drive.google.com/file/d/1QYMWfHZngL43R1JluA4nVO2Czwb5WMNE/view?usp=sharing

ເມື່ອວັນທີ 8 ເມສາ 2026, ສູນກາງອົງການພຸດທະສາສນາສັມພັນແຫ່ງປະເທດລາວ ໄດ້ຈັດພິທີສະເຫລີມສະຫລອງວັນພຸດທະສາສນາສາກົນຂື້ນ ທີ່ຫໍທັມມ...
09/04/2026

ເມື່ອວັນທີ 8 ເມສາ 2026, ສູນກາງອົງການພຸດທະສາສນາສັມພັນແຫ່ງປະເທດລາວ ໄດ້ຈັດພິທີສະເຫລີມສະຫລອງວັນພຸດທະສາສນາສາກົນຂື້ນ ທີ່ຫໍທັມມະສະພາ ວັດພຣະທາດຫລວງເໜືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ພຣະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານສູນກາງອົງການພຸດທະສາສນາສັມພັນແຫ່ງປະເທດລາວ ໄດ້ເຂົ້າຢ້ຽມຄາຣະວະສະຣີຣະສັງຂານ ຍາທ່ານໃຫຍ່...
02/04/2026

ພຣະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານສູນກາງອົງການພຸດທະສາສນາສັມພັນແຫ່ງປະເທດລາວ ໄດ້ເຂົ້າຢ້ຽມຄາຣະວະສະຣີຣະສັງຂານ ຍາທ່ານໃຫຍ່ ໜູໄຕ ແກ້ວມະນີໄຊ ອະດີດທີ່ປຶກສາ ສູນກາງ ອພສ. ໃນຂະນະເຂົ້າຢ້ຽມຄາຣະວະສະຣີຣະສັງຂານ ໄດ້ຖວາຍປັດໄຈຕາງໜ້າ ຈາກຄະນະປະຈຳ ແລະ ຄະນະກຳມະການ ສູນກາງ ອພສ ຈຳນວນທັງໝົດ 30,000,000 ກີບ ເພື່ອປະກອບສ່ວນໃນງານຊາປະນະກິດໃນງານອຸທິດກຸສົນ ສະຣີຣະສັງຂານຂອງຍາທ່ານໃຫຍ່.

ເມື່ອວັນທີ 2 ເມສາ 2026  ທີ່ຫ້ອງປະຊຸມໃຫຍ່ແຂວງຄໍາມ່ວນ ກອງປະຊຸມເຜີຍແຜ່ມະຕິກອງປະຊຸມ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ IX ຂອງສູນກາ...
02/04/2026

ເມື່ອວັນທີ 2 ເມສາ 2026 ທີ່ຫ້ອງປະຊຸມໃຫຍ່ແຂວງຄໍາມ່ວນ
ກອງປະຊຸມເຜີຍແຜ່ມະຕິກອງປະຊຸມ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວໃຫ້ແກ່ ອົງການພຸດທະສາສະໜາສັມພັນລາວ ແຂວງຄໍາມ່ວນ
ໂດຍເປັນປະທານ:
- ພຣະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານສູນກາງ ອພສ ຜູ້ປະຈໍາການ
- ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ
- ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ.
- ໂດຍມີ ພຣະອາຈານຈາກສູນກາງ ອພສ ແລະ ພຣະອາຈານຮອງປະທານ ອພສ ແຂວງ ແລະ ພຣະມະຫາເຖຣາ ນຸເຖຣະ ພາຍໃນແຂວງເຂົ້າຮ່ວມ, ຮອງຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ຫ້ອງວ່າການສໍານັກງານນາຍົກ, ຫົວໜ້າພະແນກສາສະໜາພຸດ ສູນກາງແນວລາວສ້າງຊາດ ແລະ ແຂກການນໍາພັກ - ລັດ ຜູ້ຊົງຄຸນວຸດທິພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ ໂດຍມີພຣະສົງ ແລະ ຄະລືຫັດເຂົ້າຮ່ວມ 133 ອົງ/ທ່ານ.

02/04/2026

ຂໍອະໄພ ທ່ານຜູ້ຕິດຕາມທັງຫລາຍ
ເພຈນີ້ຈະຖືກປ່ຽນຊື່ຈາກ ພຣະພຸດທະສາສນາ
ເປັນ ຫ້ອງການສູນກາງ ອພສ
ຈິ່ງແຈ້ງມາເພື່ອຊາບ.

ພາບປະຫວັດສາດ ປີ 2535 ແລະ 2568
19/03/2026

ພາບປະຫວັດສາດ ປີ 2535 ແລະ 2568

ຂໍໃຫ້ທັງສອງພຣະອົງຊົງກະເສມສຳລານ ແລະມີພຣະຊົນມາຍຸຍິ່ງຍືນນານ.
19/03/2026

ຂໍໃຫ້ທັງສອງພຣະອົງຊົງກະເສມສຳລານ ແລະມີພຣະຊົນມາຍຸຍິ່ງຍືນນານ.

ປາຖະກະຖາງານສະຫລອງພຣະໄຕຣປິດົກໂດຍພຣະອາຈານໃຫຍ່ ມະຫາອຸດອນ ອະນຸດຕະໂຣ
27/02/2026

ປາຖະກະຖາງານສະຫລອງພຣະໄຕຣປິດົກ
ໂດຍພຣະອາຈານໃຫຍ່ ມະຫາອຸດອນ ອະນຸດຕະໂຣ

ບັນຍາຍທັມ ງານພຣະໄຕຣປິດົກ ເມື່ອວັນທີ 29​ມັງກອນ 2026 ທີ່ວັດພຣະທາດຫລວງ ນະຄອນຫລວງວຽງຈັນ.

Address

Sethathirath
Vientane
10100

Alerts

Be the first to know and let us send you an email when ຫ້ອງການສູນກາງ ອພສ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Place Of Worship

Send a message to ຫ້ອງການສູນກາງ ອພສ:

Shortcuts

Share