ຫ້ອງການ ອພສ ເມືອງ ອຸທຸມພອນ

ຫ້ອງການ ອພສ ເມືອງ ອຸທຸມພອນ ຫ້ອງການ ອພສ ເມືອງ ອຸທຸມພອນ

ຄະນະ​ບໍລິຫານງານ​ ອພສ​ ເມືອງ​ອຸທຸມພອນ​ ສະໄໝ​ທີ​ IX
13/09/2025

ຄະນະ​ບໍລິຫານງານ​ ອພສ​ ເມືອງ​ອຸທຸມພອນ​ ສະໄໝ​ທີ​ IX

ໃນຕອນບ່າຍຂອງວັນທີ18ສິງຫາ2025ທີ່ວັດ ອະປະກະວັນນັງບ້ານດົງນ້ອຍໄດ້ມີກອງປະຊຸມຄັດເລືອກແຕ່ງຕັ້ງຮັບເອົາຄະນະບໍລິຫານອພສເຂດດົງນ້ອຍ(ເ...
18/08/2025

ໃນຕອນບ່າຍຂອງວັນທີ18ສິງຫາ2025ທີ່ວັດ ອະປະກະວັນນັງບ້ານດົງນ້ອຍໄດ້ມີກອງປະຊຸມຄັດເລືອກແຕ່ງຕັ້ງຮັບເອົາຄະນະບໍລິຫານອພສເຂດດົງນ້ອຍ(ເຂດ2)​ໂດຍການເປັນປະທານຂອງພຣະອາຈານສົມດີ ສຸທັມໂມ ຮອງປະທານ ອພສ​ເມືອງ​ ພ້ອມດ້ວຍດ້ວຍພຣະເຖຣານຸເຖຣະແລະພ້ອມດ້ວຍອົງການຈັດຕັ້ງພາຍໃນບ້ານເຂົ້າຮ່ວມໃນກອງປະຊຸມໄດ້ມີມະຕິຕົກລົງເຫັນດີ
ເລືອກເອົາຄະນະບໍລິຫານງານ ອພສເຂດ 03 ອົງ
1.ພຣະອາຈານຕຸ ຕິກຂະວິໂຣ ເປັນປະທານ ອພສ ເຂດ
2.ຍາທ່ານບຸນນ້ອມ ໂກວາລີ ເປັນຮອງປະທານ
3.ພຣະອາຈານ​ດ່ອນ ປຸນຍະກຸດສະໂຣ ເປັນຮອງປະທານ

ໃນຕອນບ່າຍຂອງວັນທີ15ສິງຫາ2025ທີ່ວັດທັມມະນິມິດບ້ານໄຊອຸດົມໄດ້ມີກອງປະຊຸມຄັດເລືອກແຕ່ງຕັ້ງຮັບເອົາຄະນະບໍລິຫານອພສເຂດເທດສະບານເມືອ...
15/08/2025

ໃນຕອນບ່າຍຂອງວັນທີ15ສິງຫາ2025ທີ່ວັດທັມມະນິມິດບ້ານໄຊອຸດົມໄດ້ມີກອງປະຊຸມຄັດເລືອກແຕ່ງຕັ້ງຮັບເອົາຄະນະບໍລິຫານອພສເຂດເທດສະບານເມືອງ(ເຂດ1)​ໂດຍການເປັນປະທານຂອງຍາທ່ານຄຳກ້ອນ ໂພທິລາດ ປະທານ ອພສ​ເມືອງ​ ພ້ອມດ້ວຍດ້ວຍພຣະເຖຣານຸເຖຣະແລະພ້ອມດ້ວຍອົງການຈັດຕັ້ງພາຍໃນເມືອງເຂົ້າຮ່ວມໃນກອງປະຊຸມໄດ້ມີມະຕິຕົກລົງເຫັນດີ
ເລືອກເອົາຄະນະບໍລິຫານງານ ອພສເຂດ 03 ອົງ
1.ພຣະອາຈານສີສຸກ ສີປະເສີດ ເປັນປະທານ ອພສ ເຂດ
2.ພຣະອາຈານສໍປະເສີດ ພັນທະເດດ ເປັນຮອງປະທານ
3.ພຣະອາຈານສຸດາລີ ທຳມະວົງສາ ເປັນຮອງປະທານ

ໃນຕອນບ່າຍຂອງວັນທີ1ສິງຫາ2025ໄດ້ມີພິທີສາມີຈີກັມ(ຄາຣະວະ)​ພຣະເດດພຣະຄຸນຍາທ່ານຄຳກ້ອນໂພທິລາດປະທານອພສເມືອງອຸທຸມພອນຂຶ້ນທີ່ວັດສີຈອ...
05/08/2025

ໃນຕອນບ່າຍຂອງວັນທີ1ສິງຫາ2025ໄດ້ມີພິທີສາມີຈີກັມ(ຄາຣະວະ)​ພຣະເດດພຣະຄຸນຍາທ່ານຄຳກ້ອນໂພທິລາດປະທານອພສເມືອງອຸທຸມພອນຂຶ້ນທີ່ວັດສີຈອມແຈ້ອງບ້ານທົ່ງໂດຍມີພຣະສົງສາມະເນນແລະພຸດທະສາສະນິກຊົນອອກຕົນຍາດໂຍມເຂົ້າຮ່ວມໃນພິທີດັ່ງກ່າວ

ສຳເລັດ ກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງອຸທຸມພອນ ສະໄໝທີ IX -------------------------------------      ກອງປະຊຸມໃຫຍ່ຜູ້ແທ...
31/07/2025

ສຳເລັດ ກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງອຸທຸມພອນ ສະໄໝທີ IX
-------------------------------------
ກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງອຸທຸມພອນ ສະໄໝທີ IX ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນຄັ້ງວັນທີ 28 ກຳລະກົດ 2025 ນີ້ທີ່ສະໂມສອນຂອງເມືອງ. ໄດ້ຮັບກຽດພະເດດພະຄຸນ ພຣະອາຈານໃຫຍ່ ປານ ສຸພັນໂທ ກຳມະການ ສູນກາງ ອພສ, ປະທານ ອພສ ແຂວງ ສະຫວັນນະເຂດ,ພຣະອາຈານ ພອນສຸກ ພິມມະຈັກ ຮອງປະທານ ອພສ ແຂວງ ຫົວໜ້າກຳມະທິການປົກຄອງສົງແຂວງ,ຍາທ່ານ ກ້ອນ ໂພທິລາດ ປະທານ ອພສ ເມືອງອຸທຸມພອນ, ພ້ອມດ້ວຍພຣະມະຫາເຖຣານຸເຖຣະ ແຂກ ແລະ ຜູ້ແທນກອງປະຊຸມ, ພາຍນອກ ມີທ່ານ ທອງໃສ ໄຊຍະວົງຄໍາດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງອຸທຸມພອນ, ມີບັນດາທ່ານ ໃນຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍບ້ານ ພ້ອມດ້ວຍອົງການຈັດຕັ້ງແນວໂຮມບ້ານພາຍໃນເມືອງເຂົ້າຮ່ວມ
ພາຍຫຼັງທີ່ ຍາທ່ານ ກ້ອນ ໂພທິລາດ ປະທານ ອພສ ເມືອງອຸທຸມພອນ ກ່າວເປີດກອງປະຊຸມໃຫຍ່ຜູ້ແທນສົງ ທົ່ວເມືອງ ສະໄໝທີ IX ຢ່າງເປັນທາງການແລ້ວ, ພຣະອາຈານ ສົມດີ ສຸທັມໂມ ຮອງປະທານ ອພສ ເມືອງ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ຕະຫຼອດໄລຍະ 5 ປີຜ່ານມາ ຖອດຖອນບົດຮຽນໃນແຕ່ລະດ້ານ ພ້ອມທິດທາງສຳຫຼັບ 5 ປີຂ້າງໜ້າຂອງ ອພສ ເມືອງ ໄດ້ມີການເຄື່ອນໄຫວຖືກຕ້ອງສອດຄ່ອງ ກັບຫຼັກພຣະທັມະວິໄນ,ທັມະນູນສົງລາວ,ລັດຖະທັມະນູນ ແລະ ກົດໝາຍຂອງ ສປປ ລາວ ຮັກສາໄດ້ຄວາມສາມັກຄີປອງດອງຊາດ,ສາສະໜາ,ພຸດທະສາສະນິກະຊົນ ແລະ ປະຊາຊົນບັນດາເຜົ່າທັງພາຍໃນ, ປັດຈຸບັນທົ່ວເມືອງ ມີວັດທັງໝົດ 95 ວັດ, ສຳນັກສົງ 02 ແຫ່ງ, ມີພຣະສົງ 129 ອົງ, ສາມະເນນ 169, ແມ່ຂາວ 04 ຕົນ,ມີພຣະສົງບວດໃໝ່ 25 ອົງ,ສາມະເນນບວດໃໝ່ 42 ອົງ,ມີພຣະພິກຂຸສົງລາສິກຂາ 17 ອົງ,ສາມະເນນລາສິກຂາ 19 ອົງ,ພຣະພິກຂຸສົງມໍລະນະພາບ 15 ອົງ,ສາມະເນນມໍລະນະພາບ 02 ອົງ,ມີຄະນະກັມະການ ອພສ ເມືອງ 08 ອົງ,ຄະນະປະຈັມ ອພສ ເມືອງ 05 ອົງ,ແກ້ໄຂອະທິກອນໄດ້ 25 ຄັ້ງ,ສັບຊ້ອນຄະນະ ອພສ ແລະ ແຕ່ງຕັ້ງ ອພສ ເຂດ,ແຕ່ງຕັ້ງເຈົ້າອະທິການວັດລວມ 07 ຄັ້ງ, ຈາກນັ້ນ ຕາງໜ້າໃຫ້ຫ້ອງການບໍລິຫານງານ ອພສ ແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ສົມຄວນຈະຄັດເລືອກເຂົ້າໃນຄະນະບໍລິຫານງານ ອພສ ເມືອງ ອຸທຸມພອນຊຸດໃໝ່,ໂອກາດດັ່ງກ່າວພຣະມະຫາ ບຸນຍາລັດ ວິສຸດໂທ ຄະນະປະຈຳ ອພສ ແຂວງ ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສະໄໝທີ IX (2025-2030) ໂດຍປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ອອກຂໍ້ຕົກລົງ ຮັບຮອງເອົາ ຄະນະບໍລິຫານງານປະຈຳການ ອົງການພຸດທະສາສະໜາສັມພັນລາວເມືອງ ອຸທຸມພອນ ປະກອບມີ 7 ອົງ, ຮັບຮອງເອົາ ກັມະການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວເມືອງ ອຸທຸມພອນ ປະກອບມີ 15 ອົງ,ຮັບຮອງເອົາ ຄະນະທີ່ປຶກສາ ຄະນະບໍລິຫານວຽກງານ ອົງການພຸດທະສາສະໜາສັມພັນລາວເມືອງ ປະກອບດ້ວຍ 02 ອົງ
ຈາກນັ້ນຕາງໜ້າໃຫ້ກັມະທິການປົກຄອງສົງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປະທານອົງການພຸດທະສາສະໜາສັມພັນລາວ ເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໂດຍປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ໄດ້ຕົກລົງແຕ່ງຕັ້ງຍາທ່ານ ກ້ອນ ໂພທິລາດ ເປັນປະທານອົງການພຸດທະສາສະໜາສັມພັນລາວເມືອງອຸທຸມພອນ,ພຣະອາຈານ ສົມດີ ສຸທັມໂມ ແລະ ພຣະອາຈານ ສິດດາ ອານັນໂທ ເປັນຮອງປະທານ,ໄດ້ຮັບກຽດພະເດດພະຄຸນຂອງພຣະອາຈານໃຫຍ່ ປານ ສຸພັນໂທ ກຳມະການ ສູນກາງ ອພສ, ປະທານ ອພສ ແຂວງ ສະຫວັນນະເຂດ ມອບໃບແຕ່ງຕັ້ງ ແລະ ໃບກຽດຕິຄຸນໃຫ້ແຕ່ລະອົງຢ່າງສົມກຽດ.
ໂອກາດດັ່ງກ່າວພຣະອາຈານໃຫຍ່ ປານ ສຸພັນໂທ ກຳມະການ ສູນກາງ ອພສ ປະທານ ອພສ ແຂວງ ສະຫວັນນະເຂດ ກໍ່ໄດ້ເນັ້ນໜັກໃຫ້ ຄະນະ ອພສ ເມືອງອຸທຸມພອນ ຊຸດໃໝ່ຈົ່ງໄດ້ເອົາໃຈໃສ່ໃນວຽກງານ 4 ກັມມາທິການຫຼັກ,ພ້ອມກັນສຶກສາດ້ານຫຼັກພຣະທັມະວິໄນ,ທັມະນູນສົງລາວ,ສິດ ແລະ ໜ້າທີ່ຂອງແຕ່ລະກຳມາທິການ ເຮັດດ້ວຍນໍ້າໃສໃຈຈິງ ດ້ວຍຄວາມເສຍສະຫຼະເພື່ອຊາດ,ເພື່ອພຣະພຸດທະສາສະໜາ,ບໍ່ເຫັນແກ່ຕົວ,ບໍ່ຕົກອຳນາດແຫ່ງຄວາມກິເຣດຕັນຫາ ຕ້ອງໄດ້ນຳພາກັນຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມທິດທາງແຜນການທີ່ວາງໄວ້.

ໃນນາມອົງການພຣະພຸດທະສາດສະຫນາສັມລາວ ເມືອງອຸທຸມພອນ ຂໍນ້ອມໄຫວ້ອາໄລ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ  ປະທານສູນກາງອົງການພຸດທະສາ...
16/04/2025

ໃນນາມອົງການພຣະພຸດທະສາດສະຫນາສັມລາວ ເມືອງອຸທຸມພອນ ຂໍນ້ອມໄຫວ້ອາໄລ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ດ້ວຍຄວາມເຄົາຣົບເປັນຢ່າງຍິ່ງ.
ຂໍນ້ອມສົ່ງ ພຣະອາຈານໃຫຍ່ ສູ່ ສັນຕິພາວະ ອັນເປັນອະນັນຕະການ ເທີ້ນ.

20/2/2024ກອງປະຊຸມຊຸກຍູ້ວຽກງານບໍລິຫານອົງການພຸດທະສາດສະຫນາສັມພັນລາວ ເມືອງອຸທຸມພອນທີ່ວັດແກ້ວດວງດີ ບ້ານໄຊຍະເພັດ ເມືອງອຸທຸມພອນ...
20/02/2024

20/2/2024
ກອງປະຊຸມຊຸກຍູ້ວຽກງານບໍລິຫານອົງການພຸດທະສາດສະຫນາສັມພັນລາວ ເມືອງອຸທຸມພອນ
ທີ່ວັດແກ້ວດວງດີ ບ້ານໄຊຍະເພັດ ເມືອງອຸທຸມພອນແຂວງສະຫວັນນະເຂດ

ຂໍຈະເລີນພອນຮຽນເຊີນຊາວພຸດທະສາສະນິກກະຊົນ ຮ່ວມງານບຸນສົມໂພດພະເຈົ້າອົງແສນ ທີ່ວັດໃຫຍ່ຫຼັກເມືອງ ບ້ານອຸດົມມີໄຊ ເມືອງ ອຸທຸມພອນ ແຂ...
06/02/2024

ຂໍຈະເລີນພອນຮຽນເຊີນຊາວພຸດທະສາສະນິກກະຊົນ ຮ່ວມງານບຸນສົມໂພດພະເຈົ້າອົງແສນ ທີ່ວັດໃຫຍ່ຫຼັກເມືອງ ບ້ານອຸດົມມີໄຊ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ
ວັນທີ10/2/2024ເລີ່ມສົມໂພດພະຕະຫລອດຄືນ
ວັນທີ11/02/2024ຕອນເຊົ້າມີພິທີໃສ່ບາດຖວາຍສັງຄະທານ

ໃນນາມຫ້ອງການບໍລິຫານງານ ອພສ ເມືອງອຸທຸມພອນ ຂໍນ້ອມໄຫວ້ອາໄລຍິ່ງ ຕໍ່ການຈາກໄປຂອງພໍ່ທ່ານໃຫຍ່ ມະຫາ ບົວຄຳ ສາລິບຸດ ອະດີດຮອງປະທານສູ...
22/09/2022

ໃນນາມຫ້ອງການບໍລິຫານງານ ອພສ ເມືອງອຸທຸມພອນ ຂໍນ້ອມໄຫວ້ອາໄລຍິ່ງ ຕໍ່ການຈາກໄປຂອງພໍ່ທ່ານໃຫຍ່ ມະຫາ ບົວຄຳ ສາລິບຸດ ອະດີດຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ

ສູດປາຕິໂມກ ແປລາວl ພຣະອາຈານ ສິດດາ ອຸດຕະເພົາ
09/11/2021

ສູດປາຕິໂມກ ແປລາວl ພຣະອາຈານ ສິດດາ ອຸດຕະເພົາ

ສູດປາຕິໂມກ ແປລາວl ພຣະອາຈານ ສິດດາ ອຸດຕະເພົາ-----🙏ສຽງທັມ ເພື່ອຊີວິດທີ່ດີງາມ VOICE OF DHARMA FOR HAPPY LIFE🙏 🌿https://sites.google.com/site/dhammavoiceforgoo...

Address

ຫ້ອງການອພສ ເມືອງອຸທຸມພອນ
Seno
130

Opening Hours

Monday 08:00 - 04:00
Tuesday 08:00 - 04:00
Wednesday 08:00 - 04:00
Thursday 08:00 - 04:00
Friday 08:00 - 04:00

Telephone

+8562052822864

Alerts

Be the first to know and let us send you an email when ຫ້ອງການ ອພສ ເມືອງ ອຸທຸມພອນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Place Of Worship

Send a message to ຫ້ອງການ ອພສ ເມືອງ ອຸທຸມພອນ:

Share