02/09/2020
ພາບບັນຍາກາດ ງານບຸນເຂົ້າສະຫລາກ
ທີ່.ວັດໂພໄຊຍະຣາມ ບ້ານ.ນາແຄມ ເມືອງພຽງ
ແຂວງ. ໄຊຍະບູລີ
#ຊ່ວຍກັນເເຊຣ໌ ເພື່ອເປັນທັມມະທານ !
#ມູນເຫດເເຫ່ງການທໍາບຸນເຂົ້າສະຫຼາກ(ບຸນຫໍ່ເຂົ້າໃຫຍ່)
ມູນເຫດທີ່ຈະໄດ້ມີພິທີເຮັດບຸນເຂົ້າສະຫຼາກນີ້ ມີ
ກ່າວໄວ້ເປັນສອງທາງຄື ທາງໜຶ່ງ ເປັນເລື່ອງຂອງສາສະ
ໜາພາມ ອີກທາງໜຶ່ງ ເປັນເລື່ອງທີ່ມີມາໃນພຣະພຸດທະ
ສາສະໜາ. ເເຕ່ໃນທີ່ນີ້ ຈະກ່າວທາງພຣະພຸດທະສາສະ
ໜາ.
1. ມູນເຫດທີ່ມີມາໃນທາງພຸດທະສາສະໜານັ້ນ ກໍມີ
ຄວາມຄ້າຍຄືກັນນີ້ ຄືມີເລື່ອງກ່າວໄວ້ໃນຄໍາພີທໍາມະ
ບົດວ່າ "ແຕ່ປາງສາສະໜາພຣະພຸດທະເຈົ້າວິປັດສີ ມີ
ຊາຍສອງພີ່ນ້ອງ ຜູ້ອ້າຍຊື່ມະຫາການ ຜູ້ນ້ອງຊື່ຈຸລະ
ການ ໄດ້ພາກັນໄປເຮັດນາ ພໍເຖິງເດືອນສິບ ເຂົ້າເປັນ
ມານເເລ້ວ ທ້າວຈຸລະການ ຜູ້ນ້ອງອອກໄປນາ ເດັດ
ເອົາມານເຂົ້າມາຫຍໍ້າດູດກິນ ຮູ້ສຶກເເຊບຫຼາຍ ເມື່ອ
ກັບມາເຮືອນ ຈິ່ງຊວນອ້າຍເອົາມານເຂົ້າມາເຮັດເຂົ້າ
ປາຍາດ(ເຂົ້າປາດ) ທານເເກ່ພຣະສົງ ອັນມີພຣະພຸດ
ທະເຈົ້າວິປັດສີ ເປັນປະມຸກ ແຕ່ອ້າຍບໍ່ເຫັນດີນໍານ້ອງ
ຊາຍ ຈິ່ງຂໍເເບ່ງນາກັນ ອ້າຍກໍຕົກລົງ ແລ້ວທ້າວຈຸລະ
ການ ກໍເອົາມານເຂົ້າໃນສ່ວນນາຂອງຕົນ ມາເຮັດເຂົ້າ
ມະທຸປາຍາດ ທານເເກ່ພຣະພຸດທະເຈົ້າ ພ້ອມທັງໄດ້
ຕັ້ງຄວາມປາຖະໜາໄວ້ວ່າ: ຂໍໃຫ້ໄດ້ຕັດສະຮູ້ເປັນພຣະ
ອໍຣະຫັນ ກ່ອນຜູ້ອື່ນ ໃນສໍານັກຂອງພຣະພຸດທະເຈົ້າ
ອົງໜຶ່ງ ທີ່ຈະມີມາພາຍໜ້າ ພຣະພຸດທະເຈົ້າວິປັດສີ
ກໍຊົງອະນຸໂມທະນາສາທຸການ ເມື່ອທໍາທານເສັດແລ້ວ
ຈຸລະການອອກໄປນາ ເຫັນຕົ້ນເຂົ້າບ່ອນທີ່ກ່ຽວເເລ້ວ
ນັ້ນ ກັບມີຮວງມີມານເຕັມຢູ່ຄືເກົ່າ ຈຸລະການເເຮງດີ
ໃຈຫຼາຍ ຈິ່ງໄດ້ທໍາທານດ້ວຍເຂົ້າໃນນານັ້ນຕໍ່ໆມາຈົນ
ເຖິງ 9 ເທື່ອ ນັບເເຕ່ເຂົ້າເປັນນໍ້ານົມມາ ຈົນເຖິງເວລາ
ເອົາຂຶ້ນເລົ້າ ຄັນມາໃນຊາດນີ້ຄື ໃນສາສະໜາຂອງ
ພຣະພຸດທະເຈົ້າໂຄຕະມະ ເຮົານີ້ ຈຸລະການໄດ້ເກີດ
ມາເປັນໂກນທັນຍະພາມ ເເລ້ວໄດ້ອອກບວດບັນລຸ
ພຣະອໍຣະຫັນກ່ອນສາວົກອື່ນໆ ສົມຄວາມປາຖະ
ໜາ ເຊິ່ງໃນພຣະພຸດທະສາສະໜາ ຮຽກວ່າ: ພຣະອັນ
ຍາໂກນທັນຍະ ນັ້ນແລ !.
ຕາມເລື່ອງນີ້ ກໍແມ່ນເອົາປະຖົມຄັບພະສາລິ ຄືມານ
ເຂົ້າມາເຮັດເຂົ້າມະທຸປາຍາດ ທານກ່ອນເປັນຄັ້ງເເຮກ
ຄືກັນ ແລະບໍ່ໄດ້ກ່າວວ່າເຮັດບຸນເຂົ້າສາກ ຫຼືສະຫຼາກ
ທານຫາຜີເຜດ ຫຼືຍາດພີ່ນ້ອງຕາຍໄປເເລ້ວເເຕ່ຢ່າງ
ໃດ ແຕ່ວ່າໃນພິທີບຸນເຂົ້າສະຫຼາກ ຫຼືສາດນີ້ ແຕ່ປາງ
ນາງນົບພະມາດ ກໍມີການໃຫ້ທານອຸທິດເຖິງເຜດຄື
ກັນ ເຂົ້າທີ່ອຸທິດໃຫ້ເຜດນັ້ນ ຕາມໜັງສືນາງນົບພະ
ມາດຮຽກວ່າ: ເຂົ້າກຣູ(ມາຈາກຄໍາພາສາບາລີວ່າ ກຸ
ຣະ ແປວ່າ ເຂົ້າຊະນິດໜຶ່ງ ຫຼືເຂົ້າຕົ້ມ) ແລະການອຸ
ທິດເຂົ້າກຣູ ຫຼືຂອງທານອື່ນໆ ໃຫ້ເຜດນັ້ນ ກໍມີເລື່ອງ
ນິທານດັ່ງກ່າວເເລ້ວ ໃນບຸນເຂົ້າປະດັບດິນ ສະນັ້ນ,
ໃນເລື່ອງນີ້ ຈິ່ງບໍ່ກ່າວອີກ ເເຕ່ເຖິງຢ່າງໃດກໍດີ ຕາມ
ທາງທີ່ເປັນຈິງເເລ້ວ ເມື່ອເຮົາໄດ້ກິນຂອງເເຊບໆ ເຮົາ
ກໍຄຶດເຖິງພໍ່ແມ່ພີ່ນ້ອງ ລູກຫຼານ ສ່ຽວເຫີຍເກີຍຮັກ
ຂອງເຮົາສະເໝີ ໂດຍຢາກໃຫ້ໄດ້ກິນນໍາກັນ ມ່ວນນໍາ
ກັນ ສະນັ້ນ, ເມື່ອທ້າວຈຸລະການ ໄດ້ເຮັດເຂົ້າມະທຸ
ປະຍາດ ຈາກມານເຂົ້າ ຫຼືເຂົ້າພໍເປັນນໍ້ານົມກໍດີ ຫຼືຄົນ
ເເຕ່ກ່ອນເຮັດນາເເລ້ວໄດ້ຜົນ ຄືເຂົ້າເປັນຕົ້ນເປັນຮວງ
ພົ້ນຈາກອັນຕະລາຍ ຈິ່ງເອົາຮວງເຂົ້າເເຮກ ຫຼືມານເຂົ້າ
ມາເຮັດເຂົ້າໜົມກິນ ຮູ້ສຶກເເຊບຫຼາຍກໍຄົງຢາກໃຫ້
ຜູ້ມີສິນມີທໍາ ແລະຍາດພີ່ນ້ອງທຸກຖ້ວນໜ້າໄດ້ຮັບ
ປະທານນໍາ ບໍ່ທໍ່ເເຕ່ຜູ້ຍັງຢູ່ ຜູ້ຕາຍເເລ້ວກໍຢາກໃຫ້
ໄດ້ກິນນໍາກັນ ຈິ່ງໄດ້ທໍາບຸນການອຸທິດເເຈກຢາຍໄປ
ຫາຕາມໃຈຄຶດຂອງຕົນ ອັນນີ້ນັບເປັນການອັນ
ບໍ່ມີໂທດ ທັງເປັນການສະເເດງເຖິງຄວາມກະຕັນຍູ
ກະຕະເວທີດ້ວຍ ສະນັ້ນ, ການທໍາບຸນເຂົ້າສະຫຼາກ
ທີ່ມີການອຸທິດສ່ວນບຸນກຸສົນໄປຫາຍັງຍາດຕິພີ່
ນ້ອງຜູ້ຕາຍໄປເເລ້ວນັ້ນ ຈິ່ງເປັນການບຸນອັນສົມ
ຄວນ ແລະເປັນບຸນປະເພນີຂອງລາວເຮົາ ໄດ້ເຄີຍ
ເຮັເມາເເລ້ວເເຕ່ງເຫິງນານ ບາງທີອາດເຄີຍເຮັດມາ
ກ່ອນມີພຣະພຸດທະສາສະໜາກໍເປັນໄດ້ ເພາະເປັນ
ພິທີບຸນສະຫຼອງການເຮັດນາ ແລະສະຫຼອງວັນເຄິ່ງ
ປີ ນັບວ່າເດືອນ ຫ້າ ມາ ດ້ວຍປະການ ດັ່ງນີ້ແລ ! .
-------------2. ທັງໝົດນັ້ນ ເຮົາຈະເຫັນໄດ້ວ່າ ຈຸດປະ
ສົງຂອງການເຮັດບຸນຫໍ່ເຂົ້າສະຫຼາກ ດັ່ງນີ້:
1.) ເຮັດບຸນອຸທິດສະຜູ້ທີ່ລ່ວງລັບດັບຂັນໄປສູ່ປະຣະ
ໂລກໜ້າ;
2.) ເປັນການສະຫຼອງຜົນລະປູກເຄິ່ງປີຂອງຊາວກະ
ສີກອນ;
3.) ເປັນການສະເເດງຄວາມຮູ້ບຸນຄຸນຕໍ່ ເຈົ້ານໍ້າ ເຈົ້າ
ດິນ ດິນດອນຕອນຫຍ້າ ທີ່ເປັນບ່ອນປູກພືດພັນທັນ
ຍະຫານຕ່າງໆ ຕະຫຼອດເຖິງຜູ້ປົກປັກຮັກສາດິນໄຮ່
ນາຮົ້ວສວນ;
4.) ເປັນຍາມທີ່ຜົນລະປູກ ຜົນລະໄມ້ ເກີດດອກອອກ
ຜົນ ແລ້ວປະຊາຊົນກໍນ້ອມຖວາຍພຣະສົງ-ສາມະເນນ
ເພາະຄະຕິບູຮານເພິ່ນ ໃຫ້ຜູ້ເພິ່ນມີສິນມີທໍາ ສັນກ່ອນ;
5.) ເພື່ອເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງ
ຍາດຕິພີ່ນ້ອງ ແລະປະຊາຊົນດ້ວຍກັນ ໂດຍສະເພາະ
ຢູ່ຕາມວັດຕາມວາ.
3. ວິທີປະຕິບັດ (ແຕ່ລະທ້ອງຖິ່ນເເຕກຕ່າງກັນ)
ຊ່ອງເຂົ້າສະຫລາກເຂົ້າວັດ ຖວາຍສົງແລ້ວ ເອົາເຈ້ຍລາຍ
ຊື່ ຂອງເຈົ້າສັດທາ ມາລວມກັນ ລົງໃສ່ໃນບາດ ຫລື ຂັນ
ແລ້ວເອົາໄປໃຫ້ພຣະສົງ-ສາມະເນນ ຈັບສະຫຼາກ ຖ້າ
ພຣະສົງ-ສາມະເນນຈັບຖືກເຈ້ຍຂອງໃຜ ຜູ້ນັ້ນ ກໍຈະນຳ
ເອົາເຄື່ອງໄປຖວາຍອົງນັ້ນ ຫລື ບໍ່ດັ່ງນັ້ນ ກໍ່ຂຽນຊື່ພຣະ
ເນນລົງໃນບາດ ແຕ່ໃຫ້ເຈົ້າສັດທາເປັນຜູ້ຈັບ ເມື່ອຖືກຊື່ພຣະອົງໃດ ກໍ່ເອົາເຄື່ອງໄທຍະທານຂອງຕົນໄປຖວາຍອົງນັ້ນ ການເຮັດບຸນໃນລັກສະນະຢ່າງນີ້ ຮຽກວ່າ " ບຸນເຂົ້າສະຫລາກ" ຫຼື ຈະເຮັດວິທີອື່ນ ກໍຕ້ອງຖວາຍຕາມ ສະ
ຫລາກ.
-----------------------------------
●ເຊິ່ງວ່າ ບຸນຫໍ່ເຂົ້າສະຫຼາກ ໃນປີນີ້ ກົງກັບວັນເພັງ
ຂຶ້ນ 15 ຄໍ່າ ເດືອນ 10 ລາວ ພ.ສ 2563, ມື້ວັນພຸດ
ວັນທີ 02 ກັນຍາ 2020.
Ctk Update today !