ວັດປ່າວັງຊ້າງ - Vang Xang Forest Temple

ວັດປ່າວັງຊ້າງ - Vang Xang Forest Temple ...ເມື່ອທ່ານຮູ້ຈັກເສຍສະຫຼະແລ້ວ ທ່ານຈະໄປໄດ້ໄກ...

..                      ~~`ນາທີປະຫວັດສາດ`~~                        ..         ພາກບ່າຍຂອງວັນທີ 10 ມັງກອນ 2026 ກົງກັບ ມື້ກ...
13/01/2026

.. ~~`ນາທີປະຫວັດສາດ`~~ ..
ພາກບ່າຍຂອງວັນທີ 10 ມັງກອນ 2026 ກົງກັບ ມື້ກາບສັນ ແຮມ 7 ຄໍ່າ ເດືອນ 2 ພ.ສ 2568 ເວລາ 15ໂມງ 13 ນາທີ ສຽງຄ້ອງ 9 ບາດ ໄດ້ດັງສະນັນ ເປັນທີ່ຮັບຮູ້ຂອງເຫຼົ່າເທວະດາ ແລະ ມວນມະນຸດ "ວັດປ່າວັງຊ້າງ" ໄດ້ເກີດຂື້ນ ແລະ ເປີດຢ່າງເປັນທາງການແລ້ວ!
ພິທີເປີດວັດດັ່ງກ່າວ ໄດ້ຮັບຄວາມເມດຕາຢ່າງສູງສົ່ງ ເປັນປະທານຝ່າຍສົງ ໂດຍພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານ ສູນກາງ ອພສ, ຫົວໜ້າກັມມາທີການສາທາຣະນູປະການ ສູນກາງ ອພສ. ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ, ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ. ມີພຣະອາຈານ ຄະນະ​ບໍລິຫານງານປະຈຳການ ສູນກາງ ອພສ, ຄະນະກຳມມະການ ສູນກາງ ອພສ, ພຣະອາຈານ ປະທານ ອພສ ແຂວງວຽງຈັນ ຕະຫຼອດເຖິງພຣະເຖຣະນຸເຖຣາ ໄດ້ເມດຕາເຂົ້າຮ່ວມພິທີຢ່າງພ້ອມພຽງ ແລະ ໄດ້ຮັບກຽດເປັນປະທານພິທີຝ່າຍນອກ ໂດຍມີທ່ານ ຄຳພັນ ສິດທິດຳພາ ອະດີດ ກຳມະການສູນກາງພັກ, ອະດີດ ເຈົ້າແຂວງວຽງຈັນ. ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ທ່ານ ຄຳເມີງ ພົງທະດີ ອະດີດ ລັດຖະມົນຕີຫົວໜ້າຫ້ອງວ່າການປະທານປະເທດ, ອະດີດ ເຈົ້າແຂວງວຽງຈັນ. ມີບັນດາການພັກລັກ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ຕະຫຼອດເຖິງແຂກຜູ້ຊົງກຽດ ຜູ້ຊົງຄູນວຸດທິ ອອກຕົນຍາດໂຍມພຸດທະສາສະນິກະຊົນ.

#ປະຫວັດຄວາມເປັນມາ ແລະ ການປະຕິສັງຂອນ ໂດຍຫຍໍ້!
1. ສະພາບລວມ ແລະ ທີ່ຕັ້ງຂອງວັດປ່າວັງຊ້າງ.
ສະຖານທີ່ຊື່ວ່າວັງຊ້າງ ກ່ອນທີ່ຈະເປັນວັດປ່າວັງຊ້າງທີ່ເຮົາຮູ້ຈັກກັນດີຕອນນີ້ ເປັນແຫຼ່ງບູຮານສະຖານ ແລະ ສາສະໜາສະຖານ ທີ່ເຕັມໄປດ້ວຍພູຜາ ປ່າໄມ້ ສາຍນໍ້າ ທຳມະຊາດສວຍສົດງົດງາມ ແລະ ທີ່ສຳຄັນມີພຣະພຸດທະຮູບເກົ່າແກ່ ທີ່ແກະສະຫຼັກໃສ່ຫິນຜາ ເຊິ່ງບົງບອກໃຫ້ເຫັນວ່າເປັນສະຖານທີ່ສັກສິດໃນກາງແຈ້ງ ວັງຊ້າງແຫ່ງນີ້ ໂດຍເຊື່ອກັນວ່າມີອາຍຸ1000 ກວ່າປີ ຕັ້ງແຕ່ສະຕະວັດທີ 10 ຫາ 14 ໂດຍປະມານ ໃນສະໄໝຄອມ ເຊິ່ງກ່ອນອານາຈັກລາວລ້ານຊ້າງ ແລະ ຕໍ່ເນື່ອງມາຈົນເຖິງສະໄໝອານາຈັກລາວລ້ານຊ້າງ ສະຖານທີ່ດັ່ງກ່າວຕັ້ງຢູ່ທາງເລກ13ເໜືອ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ ທິດເໜືອຕິດກັບ ຫຼັກ62, ທິດໃຕ້ທິດກັບບ້ານໂພນສະຫວ່າງ, ທິດຕາເວັນອອກຕິດກັບ ໂຮງຮຽນເດັກກຳພ້າຫຼັກ67 ແລະ ທິດຕາເວັນຕົກຕິດກັບ ກອງຜະລິດກະຊວງ ປກສ ຫຼັກ62 ວັງຊ້າງເຊິ່ງມີໄລຍະທາງຫ່າງໄກຈາກນະຄອນຫຼວງວຽງຈັນ ປະມານ 62 ກິໂລ ແລະ ຫ່າງໄກຈາກເມືອງວັງວຽງ 67 ກິໂລ.

1.1 ຄວາມສຳຄັນທາງດ້ານການປະຕິບັດທາງສາສະໜາ ແລະ ຈິດວິນຍານ
ພຣະພຸດທະຮູບທີ່ແກະສະຫຼັກໃສ່ຜາຫິນນັ້ນເຊິ່ງມີອາຍຸນັບ1000ກວ່າປີ ສະທ້ອນໃຫ້ເຫັນເຖິງ ຄວາມອຸທິດຕົນ ຄວາມເຫຼື້ອໃສສັດທາ ຂອງພຸດທະສາສະໜາຍຸກນັ້ນ ວັງຊ້າງເປັນພື້ນທີ່ສັກສິດທາງຈິດວິນຍານ ເຊິ່ງໃຊ້ເປັນບ່ອນປະຕິບັດທັມ, ຝຶກສະມາທິ ແລະ ປະກອບພິທີກຳທາງພຸດທະສາສະໜາມາແຕ່ອະດີດ. ສະພາບແວດລ້ອມທາງທຳມະຊາດສະທ້ອນໃຫ້ເຫັນເຖິງການປະສົມປະສານລະຫວ່າງພຸດທະສາສະໜາ ແລະ ຄວາມເຊື່ອດັ້ງເດີມ ເຊັ່ນ ການນັບຖືຜີ ແລະ ບັນພະບູຮຸດ.

1.2 ຄວາມສຳຄັນທາງວັດທະນະທຳ, ສັນຍາລັກ ແລະ ຄຸນຄ່າທາງໂບຮານຄະດີ
ຊື່ “ວັງຊ້າງ” ເຊິ່ງມີຄວາມກ່ຽວພັນກັບແນວຄິດເລື່ອງ “ສານຊ້າງ” ຫຼື ພະລາຊະວັງຊ້າງ ເຊິ່ງເປັນສັນຍາລັກແຫ່ງອຳນາດ, ຄວາມມັ່ນຄົງ ແລະ ເອກະລັກຂອງລັດລາວໃນຍຸກລ້ານຊ້າງ. ຊ້າງມີບົດບາດສຳຄັນທັງໃນດ້ານການປົກຄອງ, ການສົງຄາມ, ພິທີກຳ ແລະ ວັດທະນະທຳຂອງຊາວລາວ. ພຣະພຸດທະຮູບແກະສະຫຼັກໃສ່ຜາຫິນ ນັບເປັນຫຼັກຖານສຳຄັນຂອງສິລະປະພຸດທະສາສະໜາໃນຍຸກຕົ້ນ ແລະ ສະທ້ອນໃຫ້ເຫັນພັດທະນາການຂອງແນວຄິດທາງສາສະໜາກ່ອນການກໍ່ສ້າງສະຖາປັດຕະຍະກຳວັດຂະໜາດໃຫຍ່.

1.3 ພູມສັນຖານປະຫວັດສາດອັນສັກສິດ
ວັງຊ້າງບໍ່ມີຄວາມຄ້າຍເໝືອນກັນກັບວັດທີ່ມີຊື່ສຽງໃນຕົວເມືອງໃຫຍ່, ຢ່າງວັດໃນນະຄອນຫຼວງວຽງຈັນ ເຊັ່ນວ່າ: ວັດສີສະເກດ, ວັດຫໍ່ພະແກ້ວ ແລະ ພຣະທາດຫຼວງ. ວັງຊ້າງເປັນຕົວແທນຂອງພູມສັນຖານສັກສິດ - ທີ່ເຕັມໄປດ້ວຍ ພູຜາປ່າໄມ້, ຫີນ, ແລະ ສາສະໜາ ທີ່ມີຄວາມສຳຄັນຢ່າງຍິ່ງ ຝັ່ງເລິກຢູ່ໃນຈິດໃຈຂອງຜູ້ຄົນ ທີ່ບໍ່ສາມາດແຍກອອກຈາກກັນໄດ້. ສິ່ງນີ້ເຮັດໃຫ້ມັນມີຄຸນຄ່າສຳລັບການເຂົ້າໃຈວ່າຄົນລາວບູຮານພົວພັນກັບສະພາບແວດລ້ອມຂອງພວກເຂົາທາງຈິດວິນຍານແນວໃດ. ວັງຊ້າງມີຄວາມສຳຄັນບໍ່ແມ່ນຍ້ອນຂະໜາດ ຫຼື ຄວາມຍິ່ງໃຫຍ່, ແຕ່ຍ້ອນວ່າມັນຮັກສາຮູບແບບທີ່ມີຄວາມງຽບສະຫງົບຂອງຈິດວິນຍານຂອງຄົນລາວໃນສະໄໝນັ້ນ, ສັນຍາລັກຂອງກະສັດ, ແລະ ຄວາມອຸທິດຕົນຂອງພຸດທະສາສະໜາທີ່ແກະສະຫຼັກໂດຍກົງໃສ່ທຳມະຊາດ.

2. ການຈັດຕັ້ງເປັນວັດປ່າ ແລະ ການພັດທະນາໃນໄລຍະຫຼັງ
ວັງຊ້າງເປັນສະຖານທີ່ແຫ່ງໜື່ງທີ່ມີຄວາມໂດດເດັ່ນທາງດ້ານທິວທັດອັນສວຍງົດງາມທາງທຳມະຊາດ ພູຜາປ່າດົງ ສາຍນໍ້າແຈ້ງ ທີ່ມີມົນສະເໜ່ ໂດຍສະເພາະແມ່ນ ພຣະພຸດທະຮູບ (ພຣະເຈົ້າໃຫຍ່ ວັງຊ້າງ) ເຊິ່ງມີອາຍຸ 1000 ກວ່າປີ ເປັນທີ່ໜ້າສົນໃຈ ໜ້າດືງດູດໃຈ ຂອງພຸດທະສາສະນິກະຊົນລາວບັນດາເຜົ່າໃນການເຂົ້າຢ້ຽມຊົມ ກາບໄຫວ້ສັກກາລະບູຊາ ແລະ ເຮັດບຸນກິນສິນທານ ນັບມື້ຫຼາຍຂຶ້ນ ເຊິ່ງຈຳເປັນຢ່າງຍິ່ງທີ່ຄວນມີພຣະສົງອົງຄະເຈົ້າ ປະຈຳຢູ່ ຄອຍເບິ່ງແຍງ ບົວລະບັດປົກປັກຮັກສາ ແລະ ຕໍ່ຍອດ ສືບຕໍ່ສ້າງສາພັດທະນາສະຖານທີ່ດັ່ງກ່າວນີ້ ດ້ວຍເຫດນີ້ທາງອົງການປົກຄອງບ້ານ ເຖົ້າແກ່ແນວໂຮມ ພໍ່ແມ່ປະຊາຊົນຊາວບ້ານໂພນເງິນພາກັນຄົ້ນຄວ້າ ປຶກສາຫາລືກັນ ຈື່ງໄດ້ແຕ່ງຂັນນິມົນ ພຣະອາຈານ ສົມບູນ ວິລະວົງ ຂ້ານ້ອຍເອງ ມາປະຈຳຢູ່ວັດປ່າວັງຊ້າງ ຄັ້ງວັນທີ 16 ກໍລະກົດ (7) 2024 ເພື່ອນຳພາສ້າງສາພັດທະນາໃຫ້ສະຖານທີ່ນີ້ ເປັນສູນປະຕິບັດທັມ ເປັນບ່ອນສັກກາລະບູຊາ ຂາບໄຫວ້ ເປັນທີ່ເພີງທາງດ້ານຈິດໃຈ ເປັນບ່ອນເຕົ້າໂຮມສາມັກຄີຂອງພຸດທະສາສະນິກະຊົນ.
ນັບຕັ້ງແຕ່ ວັນທີ16 ກໍລະກົດ (7) 2024 ເປັນຕົ້ນມາ ພວກຂ້ານ້ອຍ ຄະນະສົງວັດປ່າວັງຊ້າງ ແລະ ອອກຕົນຍາດໂຍມ ໂດຍສະເພາະແມ່ນຊາວບ້ານໂພນເງິນ ກໍໄດ້ຕັ້ງໜ້າມີຄວາມຕັ້ງໃຈ ຫ້າວຫັນ ອົດທົນ ເສຍສະຫຼະ ແລະ ສຸ່ມທຸກເຫືອແຮງ ທັງສະຕິປັນຍາ ນຳພາພຣະສົງສາມະເນນພາຍໃນວັດ ແລະ ຊາວບ້ານໂພນເງີນ ໄດ້ສ້າງສາພັດທະນາວັດປ່າວັງຊ້າງ ພ້ອມທັງເມດຕານຳພາສັ່ງສອນອອກຕົນຍາດໂຍມຊາວບ້ານໂພນເງີນ ປະຕິບັດຮິດຄອງປະເພນີອັນດີງາມຂອງຊາວພຸດ ຖືກຕ້ອງຕາມພຣະທັມມະວິນັຍ ແລະ ລະບຽບກົດໝາຍບ້ານເມືອງ ວັດປ່າວັງຊ້າງໄດ້ພັດທະນາເທື່ອລະກ້າວຕາມການເວລາ ຫຼັງຈາກມີພຣະສົງສາມະເນນມາປະຈຳຢູ່.
ຄວາມສຳເລັດທີ່ເຫັນເປັນປະຈັກໃນຕອນນີ້ ຍ້ອນມີຜູ້ຄົນສຳຄັນໃນການນຳພາ ຊີ້ນຳພວກຂ້ານ້ອຍທັງຫຼາຍ ສ້າງສາພັດທະນາຮອບດ້ານ ທັງວັດຖຸ ແລະ ສັບພະຍາກອນມະນຸດ ວັດຈຶ່ງເປັນທີ່ຮູ້ຈັກດີຂອງຜູ້ຄົນທັງຄົນພາຍໃນ ແລະ ຕ່າງປະເທດປະເທດ ໂດຍສະເພາະແມ່ນ ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ທ່ານ ຄຳພັນ ສິດທິດຳພາ ອະດີດ, ກຳມະການສູນກາງພັກ, ອະດີດ, ເຈົ້າແຂວງວຽງຈັນ, ທ່ານ ຄຳເມິງ ພົງທະດີ ອະດີດ, ລັດຖະມົນຕີຫົວໜ້າຫ້ອງວ່າການປະທານປະເທດ, ອະດີດ, ເຈົ້າແຂວງວຽງຈັນ ທີ່ໄດ້ກຽດໃຫ້ຄຳປຶກສາ ແນວທາງ ຊີ້ນຳ ນຳພາ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນການພັດທະນາວັດ ບຸກຄົນເຫຼົ່ານີ້ສົມຄວນແກ່ຈາລຶກຄຸນງາມຄວາມດີ ແລະ ບັນທຶກໄວ້ໃນປະຫວັດສາດຂອງວັດປ່າວັງຊ້າງ ແລະ ທີ່ສຳຄັນທີ່ສຸດຍັງມີພໍ່ແມ່ຄູບາອາຈານ ສະເພາະແມ່ນ ພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານ ສູນກາງ ອພສ ແລະ ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ ຜູ້ປຽບສະເໝືອນອົງບິດາຈານ ທີ່ຄອຍສະໜັບສະໜູນໃຫ້ກຳລັງໃຈທີ່ດີ, ໃຫ້ແນວທາງໃນການປະຕິພຶດປະຕິບັດຕາມແນວທາງພຣະພຸດທະສາສະໜາໃຫ້ຖືກຕ້ອງ ສ່ອດຄອງກັບນະໂຍບາຍຂອງພັກ_ລັດ ແລະ ທຳມະນູນສົງ ພ້ອມທັງໃຫ້ທິດຊີ້ນຳ ໃນການພັດທະນາວັດປ່າວັງຊ້າງໃນໄລຍະຜ່ານມາ ນອກຈາກນັ້ນຍັງມີອົງການປົກຄອງບ້ານ ພໍ່ແມ່ປະຊາຊົນຊາວບ້ານໂພນເງິນ, ບ້ານໄກ້ຄຽງ ຕະຫຼອດເຖິງອອກຕົນຍາດໂຍມ ທີ່ໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານວັດຖຸ ແລະ ແຮງງານ ເພື່ອສ້າງສາພັດທະນາວັດປ່າວັງຊ້າງແຫ່ງນີ້ໃຫ້ເປັນຈຸດສູນລວມຮອບດ້ານ ສູນປະຕິບັດທັມ, ແຫຼ່ງທ່ຽວຊົມວັດທະນະທຳ ແລະ ທີ່ເພິງສູນລວມໃຫຍ່ຂອງຜູ້ຄົນ ເພື່ອໃຫ້ວັດປ່າວັງຊ້າງ ເປັນວັດທີ່ສົມບູນ ແລະ ຖືກຕ້ອງຕາມທຳມະນູນສົງລາວ ຖືກຕ້ອງຕາມກົດໝາຍບ້ານເມືອງ ໃນວັນທີ 26 ມີນາ 2025 ອົງການພຸດທະສາສະໜາສັມພັນລາວ ແຂວງວຽງຈັນ ໄດ້ສະເໜີໄປຍັງອົງການປົກຄອງແຂວງວຽງຈັນ ເພື່ອຂໍອະນຸມັດສ້າງຕັ້ງວັດປ່າວັງຊ້າງ ແລະ ຕໍ່ມາ ໃນວັນທີ 23 ພຶດສະພາ 2025 ທາງກະຊວງພາຍໃນກໍ່ໄດ້ອອກດຳລັດ ເລກທີ 330/ພນ ຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ກໍ່ສ້າງວັດ ເຊິ່ງມີຊື່ວ່າ (ວັດປ່າວັງຊ້າງ)
ຕັ້ງແຕ່ນັ້ນເປັນຕົ້ນມາ ວັດປ່າວັງຊ້າງໄດ້ມີການພັດທະນາຢ່າງຕໍ່ເນື່ອງ ຢ່າງຮອບດ້ານທັງວັດຖຸ ແລະ ຈິດໃຈ ພັດທະນາວັດຖຸກໍຄື ການກໍ່ສ້າງພື້ນຖານໂຄງລ່າງທີ່ຢູ່ອາໄສ ສະຖານທີ່ໃຫ້ຈົບງາມ ເໝາະສົມແກ່ການເຂົ້າມາຂາບໄຫວ້ ປະຕິບັດທັມ ຂອງຍາດໂຍມ ທີ່ຫວັງຫຼຸດພົ້ນຄວາມທຸກທັງປ່ວງ ແລະ ພັດທະນາຈິດໃຈ ກໍຄືພັດທະນາພື້ນຖານໂຄງລ່າງໃນການພັດທະນາຄົນ ສ້າງບຸກຄະລະກອນສົງ ໂດຍສະເພາະແມ່ນພຣະສົງສາມະເນນທີ່ເປັນໜໍ່ແໜງ ຜູ້ສຶບທອດພຣະພຸດທະສາສະໜາ ຕະຫຼອດຮອດອອກຕົນຍາດໂຍມ.
ປະຈຸບັນວັດປ່າວັງຊ້າງ ມີຈຳນວນພຣະສົງສາມະເນນປະຈຳຢູ່ທັງໝົດ 36 ອົງ ພຣະສົງ 06 ອົງ ສາມະເນນ 30ອົງ. ວັດປ່າວັງຊ້າງມີລະບົບ ກົນໄກ ໃນການຄຸມຄອງບໍລິຫານວັດ ແລະ ມີແບບແຜນທີ່ຊັດເຈນ ໃນການສ້າງສາພັດທະນາວັດ ການບໍລິຫານວັດ ແລະ ການສ້າງສາໄດ້ຍຶດຖືເອົາພຣະທັມວິໄນ ແລະ ທຳມະນູນສົງເປັນຫຼັກ ມີລະບົບກົນໄກເຮັດວຽກທີ່ຊັດເຈນ ແບ່ງໜ່ວຍງານເຮັດວຽກຕ່າງໆ ຄືວຽກງານເຜີຍແຜ່ສີລະທັມ, ວຽກງານປົກຄອງ ວຽກງານສຶກສາ ແລະ ວຽກງານສາທາລະນຸປະການ ເປັນຕົ້ນ.

2.1 ວຽກງານເຜີຍແຜ່ສິນລະທຳ ແລະ ປະຕິບັດກັມມະຖານ
ວັດປ່າວັງຊ້າງໄດ້ສົ່ງເສີມຢ່າງຫ້າວຫັນໃນການເຜີຍແຜ່ ພຣະທັມຄຳສອນຂອງອົງສົມເດັດພຣະສັມມະສັມພຸດທະເຈົ້າ ໃຫ້ແກ່ທັງພຣະສົງ ແລະ ຍາດໂຍມ ພຣະສົງສາມະເນນໄດ້ປະຕິບັດຕົນສົມຄວນແກ່ເປັນສະມະນະ ປະຕິບັດກິດຈະວັດຢ່າງເຄັ່ງຄັດ ສຶກສາຮໍ່າຮຽນພຣະທັມວິໄນ ປະຕິບັດທັມ ແລະ ອອກຕົນຍາດໄດ້ປະຕິບັດຮິດຄອງປະເພນີອັນດີງາມຂອງຊາວພຸດ ຖືກຕ້ອງຕາມພຣະທັມມະວິນັຍ ແລະ ລະບຽບກົດໝາຍບ້ານເມືອງ ຄວາມພະຍາຍາມເຫຼົ່ານີ້ມີຈຸດປະສົງເພື່ອຊຸກຍູ້ການນຳໃຊ້ຄຳສອນຂອງພຣະພຸດທະເຈົ້າໃນຊີວິດປະຈຳວັນ, ໂດຍສະເພາະການປະພຶດຕົນທີ່ມີສິນທັມ, ມີສະຕິ, ແລະ ຄວາມລຽບງ່າຍ ຜ່ານການປະຕິບັດ ແລະ ການສິດສອນແບບແຜນມີທັງທິດສະດີ ແລະ ພາກປະຕິບັດຕົວຈິງ.

2.2 ວຽກງານການສົ່ງເສີມການສຶກສາ
ເພື່ອສອດຄ່ອງກັບຫຼັກທັມຄຳສອນຂອງພຣະພຸດທະເຈົ້າ, ວັດປ່າວັງຊ້າງໄດ້ຖືເອົາວຽກງານສຶກສາເປັນບູລິມະສິດ ສືບຕໍ່ສະໜັບສະໜູນສົ່ງເສີມການສຶກສາ ແລະ ການຝຶກອົບຮົມພຣະສົງສາມະເນນຢ່າງຮອບດ້ານ ທັງທາງທັມ ແລະ ທາງໂລກ. ທາງທັມໄດ້ນຳພາປະຕິບັດທຸຣະສຳຄັນພຣະສົງທັງສອງທຸຣະຄື: ຄັນທະທຸຣະ ແລະ ວິປັສສະນະທຸຣະ ສຶກສາຮໍ່າຮຽນພຣະທັມວິໄນ ລົງສູ່ພາກປະຕິບັດ ແລະ ນຳໄປເຜີຍແຜ່ໃຫ້ຍາດໂຍມ. ທາງໂລກ ໄດ້ສົ່ງເສີມໃຫ້ພຣະສົງສາມະເນນໄດ້ເຂົ້າໂຮງຮຽນທາງສາຍສາມັນທົ່ວໄປ.

2.3 ວຽກງານສາທາລະນຸປະການ.
ຄຽງຄູ່ກັບການລິເລີ່ມດ້ານການສຶກສາ ແລະ ເຜີຍແຜ່ສິນທຳ, ວັດປ່າວັງຊ້າງ ໄດ້ດຳເນີນຄວາມພະຍາຍາມຢ່າງຫຼວງຫຼາຍໃນການພັດທະນາພື້ນຖານໂຄງລ່າງ ແລະ ສະຫວັດດີການສັງຄົມ ການສ້າງສາພັດທະນາ ທີ່ເປັນປະຈັກຄື: ຖົ່ມດິນ ປັບເນື້ອທີ່ວັດ, ສ້າງຫ້ອງປົດທຸກ (ຫ້ອງນໍ້າ), ເສັ້ນທາງ, ແລະ ກຸຕິທີ່ຢູ່ອາໄສຂອງພຣະສົງສາມະເນນ. ນອກນັ້ນວັດປ່າວັງຊ້າງຍັງໄດ້ຊ່ວຍເຫຼືອສັງຄົມສົ່ງເຄາະ ບໍ່ວ່າຈະເປັນການຊ່ວຍເຫຼືອ ຄອບຄົວທີ່ຂາດເຂີນ, ອຸປະກອນການຮຽນ ແລະ ສາທາລະນະປະໂຫຍດ ໂດຍຄິດເປັນມູນຄ່າທັງໝົດ ປະມານ 5.500.000.000 ກີບ (ຫ້າຕື້ຫ້າຮ້ອຍລ້ານກີບ) ຕະຫຼອດໄລຍະທີ່ຜ່ານມາ ການພັດທະນາເຫຼົ່ານີ້ບໍ່ພຽງແຕ່ສະໜັບສະໜູນການສ້າງສາວັດປ່າວັງຊ້າງເທົ່ານັ້ນ ແຕ່ຍັງສົ່ງເສີມພັດທະນາພຣະພຸດທະສາສະໜາ ແລະ ປັບປຸງການເຂົ້າເຖິງຂອງນັກທ່ອງທ່ຽວ, ດັ່ງນັ້ນຈຶ່ງເສີມສ້າງບົດບາດຂອງວັດໃນຖານະເປັນສະຖາບັນສາສະໜາ ແລະ ຊຸມຊົນທີ່ຍືນຍົງ.

3. ແຫຼ່ງທຶນ
ແຫຼ່ງທຶນຫຼັກໃນການພັດທະນາວັດປ່າວັງຊ້າງໃນໄລຍະທີ່ຜ່ານມາ ໂດຍສ່ວນໃຫຍ່ແມ່ນໄດ້ມາຈາກການຈັດກິດຈະກຳງານບຸນຕ່າງໆ ເຊັ່ນ: ບຸນຜ້າປ່າສາມັກຄີ, ບຸນປະຕິບັດທັມ, ບຸນກະຖິນ ແລະ ອອກຕົນຍາດໂຍມທີ່ຮ່ວມໂມທະນາບຸນທົ່ວໄປ.

ພຣະເຖຣານຸເຖຣະ ການນຳພັກ-ລັດ ແຂກຜູ້ຊົງກຽດ ພຸດທະສາສະນິກະຊົນທັງຫຼາຍ
ວັດປ່າວັງຊ້າງມີບົດບາດສຳຄັນໃນການອະນຸລັກມໍລະດົກທາງພຸດທະສາສະໜາ ພ້ອມທັງຕອບສະໜອງຄວາມຕ້ອງການຂອງຊຸມຊົນ ວັດໃຫ້ການສຶກສາທີ່ສະໜັບສະໜູນທັງການປູກຝັງທາງຈິດວິນຍານ ແລະ ໃນການດຳເນີນຊີວິດແບບຊາວພຸດ ໂດຍຜ່ານການເຜີຍແຜ່ຄຳສອນທາງສິນທຳຂອງພຸດທະສາສະໜ, ວັດໄດ້ຊຸກຍູ້ໃຫ້ນັກທ່ອງທ່ຽວ ແລະ ຊຸມຊົນທ້ອງຖິ່ນ ໄດ້ນຳໃຊ້ຄຳສອນຂອງພຣະພຸດທະເຈົ້າໃນຊີວິດປະຈຳວັນ, ສົ່ງເສີມພຶດຕິກຳດ້ານການກະທຳ, ວາຈາ ແລະ ໃຈ ທີ່ປະກອບດ້ວຍສະຕິ. ວຽກງານການສ້າງສາພັດທະນາວັດວາອາຮາມ ແລະ ການສົ່ງເສີມດ້ານຮີດຄອງປະເພນີອັນດີງາມ ແມ່ນວຽກງານພັນທະລວມຂອງພວກເຮົາຊາວພຸດທັງໝົດ ການປົກປັກຮັກສາ ສ້າງສາພັດທະນາວັດວາອາລາມ ກຸດຕິວິຫານ ກໍແມ່ນໜ້າທີ່ຂອງພວກເຮົາທຸກຄົນ ທີ່ຈະຕ້ອງຊ່ວຍກັນປະກອບສ່ວນໂມທະນາທານຕາມກຳລັງສັດທາ ຫຼື ຊ່ວຍເຫຼືອດ້ານເຫື່ອແຮງ ເພາະການສ້າງສາວັດວາພຸດທະສາສນາຖືໄດ້ວ່າເປັນການສ້າງມໍລະດົກຖາວອນໃຫ້ແກ່ພຣະພຸດທະສາສະໜາ ແລະ ປະເທດຊາດ.

ຂອບໃຈຫຼາຍໆເນີ່ ສຳລັບທ່ານທີ່ອ່ານຈົນຈົບ!
ທ່ານໃດອ່ານຈົບ ສົ່ງສັນຍາສາທຸການໂມທານະບຸນເນີ່

..           `~ພິທີປະກາດແຕ່ງຕັ້ງເຈົ້າອະທິການວັດ~`      ..ພຣະອາຈານສົມບູນ ວິລະວົງ ເປັນເຈົ້າອະທິການວັດປ່າວັງຊ້າງ 👉ວັນທີ 10 ...
06/01/2026

.. `~ພິທີປະກາດແຕ່ງຕັ້ງເຈົ້າອະທິການວັດ~` ..
ພຣະອາຈານສົມບູນ ວິລະວົງ ເປັນເຈົ້າອະທິການວັດປ່າວັງຊ້າງ

👉ວັນທີ 10 ມັງກອນ 2026 ເວລາ14:30ນາທີ 16:00ສູດມຸງຄຸນ ຟັງທັມມະເທດສະໜາ

👉ວັນທີ11ມັງກອນ2026 ຕ່ອນເຊົ້າໃສ່ບາດ 9:00ພິທີຫຼໍ່ພຣະປາງປະທານພອນ ຟັງທັມມະເທດສະໜາ

ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ

..                      `~ສຸກສັນປີໃໝ່ ຄສ 2026~`                      ..                 ຂໍໃຫ້ສິລະທຳເປັນເຄື່ອງຄຸ້ມຄອງທ່ານ...
01/01/2026

.. `~ສຸກສັນປີໃໝ່ ຄສ 2026~` ..
ຂໍໃຫ້ສິລະທຳເປັນເຄື່ອງຄຸ້ມຄອງທ່ານ, ແລະ ປັນຍາເປັນທີ່ເພິ່ງຂອງທ່ານ, ຕະຫຼອດປີ!
. `~Happy New Year C.E 2026~` ..
May moral discipline be your protection, and wisdom your refuge, throughout the year!

ນັບວ່າເປັນເຫດການຄັ້ງປະຫວັດສາດ ທີ່ນໍ້າຖ້ວມນາດິນແດນສັກສິດ ວັດປ່າວັງຊ້າງ ພຣະເຈົ້າໃຫຍ່ 1000 ກວ່າປີ 🙏🏻🙏🏻🙏🏻ບ້ານໂພນເງິນ ເມືອງໂພ...
02/10/2025

ນັບວ່າເປັນເຫດການຄັ້ງປະຫວັດສາດ ທີ່ນໍ້າຖ້ວມນາດິນແດນສັກສິດ ວັດປ່າວັງຊ້າງ ພຣະເຈົ້າໃຫຍ່ 1000 ກວ່າປີ 🙏🏻🙏🏻🙏🏻
ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ
ວັນທີ2_ຕຸລາ2025

ສາທຸການ:                     ໂມທະນາບຸນນຳ ພຣະອາຈານ ສົມບູນ ວິລະວົງ  ທີ່ໄດ້ເປັນສະພານບຸນບອກປ່າວຂາວບຸນຕໍ່ຍາດໂຍມສິດສານຸສິດລວມຍ...
01/12/2023

ສາທຸການ:
ໂມທະນາບຸນນຳ ພຣະອາຈານ ສົມບູນ ວິລະວົງ ທີ່ໄດ້ເປັນສະພານບຸນບອກປ່າວຂາວບຸນຕໍ່ຍາດໂຍມສິດສານຸສິດລວມຍອດສະເພາະເງີນໂອນຜ່ານຍອດປາຣະມີກະຖິນ ຈຳນວນ ປັດໄຈ 70,000,000 ກີບ (ເຈັບສິບລ້ານກີບ) ຖອດຖວາຍ ທີ່ວັດພູຄວາຍ ໂພຄະຣາມ ນະຄອນຫຼວງພະບາງ ລວມປັດໃຈທັງໝົດ 239.999.999ກິບ (ສອງຮ້ອຍສາມສິບເກົ້າລ້ານເກົ້າແສນເກົ້າສິບເກົ້າພັນເກົ້າຮ້ອຍເກົ້າສິບເກົ້າກິບ) ໃນວັນທີ 27 ພະຈິກ 2023 ທີ່ຜ່ານມາ...

ຂໍໃຫ້ເປັນບຸນ ເປັນປາລະມີ ນຳຄວາມຮົ່ມເຢັນຜາສຸກ ມາສູ່ ພຣະອາຈານ ແລະ ສັດທາຍາດໂຍມ ຈົ່ງປະສົບພົບແຕ່ຄວາມສຸກ ຄວາມຈະເລີນ ກິດຈະການ ການເງິນ ການງານ ຈະເລີນງອກງາມ ຮຸ່ງເຮືອງ ລາບລື່ນ ຍິ່ງໆດ້ວຍເທີ້ນ...

ພຽງແຕ່ທ່ານນ້ອມຈິດໃຫ້ເປັນກຸສົນແລ້ວ ກ່າວຄຳວ່າ ສາທຸ ສາທຸ ສາທຸ ອະນຸໂມທາມິ ທ່ານກໍໄດ້ຮັບສ່ວນບຸນນັ້ນແລ້ວ🙏🏻

Address

ຖະໜົນ13ເໜືອ Road 13 North
Phonhong
013000

Alerts

Be the first to know and let us send you an email when ວັດປ່າວັງຊ້າງ - Vang Xang Forest Temple posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Place Of Worship

Send a message to ວັດປ່າວັງຊ້າງ - Vang Xang Forest Temple:

Share