ກຳມາທິການ ສາທາຣະນູປະການ, ສູນກາງ

ກຳມາທິການ ສາທາຣະນູປະການ, ສູນກາງ ເຜີຍແຜ່ວຽກງານສາທາຣະນູປະການສູນກາງອົງການພຸດທະສາສະໜາສັມມພັນ ແຫ່ງ ສປປ ລາວ

 #ກັມມາທິການສາທາຣະນູປະການ ສູນກາງ ອພສ ມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 13 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງຈຳພອນ...
28/08/2026

#ກັມມາທິການສາທາຣະນູປະການ ສູນກາງ ອພສ ມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 13 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ

ໃນວັນທີ 25 ສິງຫາ 2026 ຜ່ານມານີ້, ຢູ່ທີ່ຫ້ອງການປົກຄອງເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງປະກອບມີ ນ້ຳດື່ມ ແລະ ໝີ່ໄວໆ ລວມມູນຄ່າທັງໝົດ 13.000.000 ກີບ ຈາກກັມມາທິການສາທາຣະນູປະການ ສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຈຳນວນ 11 ໝູ່ບ້ານ ພາຍໃນເມືອງດັ່ງກ່າວ.

ການລົງເຄື່ອນໄຫວເກັບກຳຂໍ້ມູນຜົນກະທົບ ແລະ ມອບເຄື່ອງຊ່ວຍເຫຼືອດ້ວຍຄວາມເມດຕາໃນຄັ້ງນີ້ ນຳໂດຍ ພຣະອາຈານ ປອ ພົງສະຫວັນ ອານຸສິນ, ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ທັງເປັນຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ ພ້ອມດ້ວຍຄະນະ ເຊິ່ງປະກອບມີ:

1. ພຣະອາຈານ ສົມພອນ ແສງພະຈັນ, ຄະນະກັມມະການສູນກາງ ອພສ, ຫົວໜ້າຫ້ອງການ ກັມມາທິການສາທາຣະນູປະການ ສູນກາງ ອພສ.
2. ພຣະອາຈານ ສົມບູນ ວິລະວົງ, ຄະນະກັມມະການສູນກາງ ອພສ.
3. ພຣະອາຈານ ພອນສະຫວັນ ພູນປະເສີດ, ຄະນະກັມມະການສູນກາງ ອພສ.
3. ພຣະອາຈານ ສຸກທະພົນ ບຸນມີໄຊ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
4. ພຣະອາຈານ ວົງສະຫວັນ ແຫຼ້ພູຄຳ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
5. ພຣະອາຈານ ສີໃສ ດຳມະນີວົງ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
6. ທ່ານ ຈັນທະລາ ຂັນທະລັງສີ, ຫົວໜ້າພະແນກສາສະໜາພຸດ ກົມສາສະໜາ ສູນກາງແນວລາວສ້າງຊາດ.
7. ທ່ານ ປທ ວິໄລ ໄຊເສນາ, ວິຊາການພະແນກຄຸ້ມຄອງຖານຂໍ້ມູນ ແລະ ບໍລິຫານ.
8. ທ່ານ ພັນຕີ ດາວອນ ຫຼວງພູສີ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
9. ທ່ານ ແຊມ ແສງສຸວັນ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.

ໂອກາດດຽວກັນນີ້, ທາງຄະນະກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພາກສ່ວນທ້ອງຖິ່ນ ນຳໂດຍ ທ່ານເລຂາພັກເມືອງຈຳພອນ ພ້ອມດ້ວຍຄະນະກໍາມະການປົກຄອງເມືອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ສຳລັບຝ່າຍສົງທ້ອງຖິ່ນ ທີ່ໄດ້ໃຫ້ກຽດຕ້ອນຮັບ ແລະ ຮ່ວມຮັບມອບໃນຄັ້ງນີ້ ນຳໂດຍ ພຣະອາຈານ ແກ້ວອຸດອນ ໂຊຕິທັມໂມ ຮອງປະທານ ອພສ ແຂວງສະຫວັນນະເຂດ, ທັງເປັນປະທານ ອພສ ເມືອງຈຳພອນ, ພ້ອມດ້ວຍພຣະອາຈານຮອງປະທານ ອພສ ເມືອງຈຳພອນ ເຂົ້າຮ່ວມຢ່າງພ້ອມພຽງ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຖືເປັນການສະແດງອອກເຖິງຄວາມເມດຕາທຳຂອງພຣະພຸດທະສາສະໜາ ແລະ ນ້ຳໃຈຊ່ວຍເຫຼືອເກື້ອກູນກັນຂອງຄົນລາວ ທີ່ບໍ່ຖິ້ມປະກັນໃນຍາມທີ່ປະຊາຊົນພົບພໍ້ກັບຄວາມຫຍຸ້ງຍາກຈາກໄພທຳມະຊາດ ເພື່ອເປັນກຳລັງໃຈໃຫ້ແກ່ພີ່ນ້ອງຊາວເມືອງຈຳພອນ ສາມາດຜ່ານພົ້ນວິກິດການໃນຄັ້ງນີ້ໄປໄດ້ດ້ວຍດີ.

Website: www.templecrs.com
Gmail: [email protected]
ເບີໂທ: 020 9966 5248

 #ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ລົງເກັບກຳຂໍ້ມູນໜັງສືຜູກໃບລານ ທີ່ວັດໜອງລຳຈັນ, ເມືອງຈຳພອນ, ແຂວງສະຫວັນນະເຂດ      ໃ...
25/08/2026

#ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ລົງເກັບກຳຂໍ້ມູນໜັງສືຜູກໃບລານ ທີ່ວັດໜອງລຳຈັນ, ເມືອງຈຳພອນ, ແຂວງສະຫວັນນະເຂດ

ໃນວັນທີ 25 ສິງຫາ 2026, ເວລາ 11:20 ນາທີ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບໜັງສືຜູກໃບລານ ທີ່ວັດໜອງລຳຈັນ, ເມືອງຈຳພອນ, ແຂວງສະຫວັນນະເຂດ ເພື່ອເປັນການສຳຫຼວດ, ປົກປັກຮັກສາ ແລະ ສືບສານມໍລະດົກທາງດ້ານວັດທະນະທຳອັນລ້ຳຄ່າທາງພຸດທະສາສະໜາ.

🔸 ຄະນະທີ່ລົງເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ນຳໂດຍ:

1. ພຣະອາຈານ ປອ ພົງສະຫວັນ ອານຸສິນ, ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ.
2. ພຣະອາຈານ ສົມພອນ ແສງພະຈັນ, ຄະນະກັມມະການສູນກາງ ອພສ, ຫົວໜ້າຫ້ອງການ ກັມມາທິການສາທາຣະນູປະການ ສູນກາງ ອພສ.
3. ພຣະອາຈານ ສົມບູນ ວິລະວົງ, ຄະນະກັມມະການສູນກາງ ອພສ.
4. ພຣະອາຈານ ພອນສະຫວັນ ພູນປະເສີດ, ຄະນະກັມມະການສູນກາງ ອພສ.
5. ພຣະອາຈານ ສຸກທະພົນ ບຸນມີໄຊ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
6. ພຣະອາຈານ ວົງສະຫວັນ ແຫຼ້ພູຄຳ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
7. ພຣະອາຈານ ສີໃສ ດຳມະນີວົງ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
8. ທ່ານ ຈັນທະລາ ຂັນທະລັງສີ, ຫົວໜ້າພະແນກສາສະໜາພຸດ ກົມສາສະໜາ ສູນກາງແນວລາວສ້າງຊາດ.
9. ທ່ານ ປທ ວິໄລ ໄຊເສນາ, ວິຊາການພະແນກຄຸ້ມຄອງຖານຂໍ້ມູນ ແລະ ບໍລິຫານ.
10. ທ່ານ ພັນຕີ ດາວອນ ຫຼວງພູສີ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.
11. ທ່ານ ແຊມ ແສງສຸວັນ, ຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ.

🔸 ການຕ້ອນຮັບຢ່າງອົບອຸ່ນຈາກພາກສ່ວນທ້ອງຖິ່ນ:

ໃນການລົງເຄື່ອນໄຫວຄັ້ງນີ້, ທາງຄະນະໄດ້ຮັບຄວາມເມດຕາຕ້ອນຮັບ ໂດຍ ພຣະອາຈານ ແກ້ວອຸດອນ ໂຊຕິທັມໂມ ຮອງປະທານ ອພສ ແຂວງສະຫວັນນະເຂດ, ປະທານ ອພສ ເມືອງຈຳພອນ, ພ້ອມດ້ວຍພຣະອາຈານຮອງປະທານ ອພສ ເມືອງຈຳພອນ, ພຣະອາຈານຫົວໜ້າເຂດ ແລະ ພຣະອາຈານເຈົ້າອະທິການວັດ. ພາກສ່ວນທີ່ກ່ຽວຂ້ອງກໍໃຫ້ກຽດເຂົ້າຮ່ວມຕ້ອນຮັບຢ່າງພ້ອມພຽງ ເຊິ່ງປະກອບມີ: ທ່ານປະທານແນວລາວສ້າງຊາດເມືອງ, ຄະນະກັມມະການຖະແຫຼງຂ່າວ ແລະ ວັດທະນະທຳເມືອງ, ທ່ານເລຂາພັກບ້ານ ຕະຫຼອດຮອດຄະນະສັດທາຍາດໂຍມພາຍໃນບ້ານທຸກພາກສ່ວນ.

📜 ຜົນການລາຍງານເບື້ອງຕົ້ນ (ຂໍ້ມູນໜັງສືໃບລານ ທີ່ວັດໜອງລຳຈັນ):
ຈາການສຳຫຼວດ ແລະ ລວບລວມຂໍ້ມູນໃນເບື້ອງຕົ້ນ ພົບວ່າມີໜັງສືຜູກໃບລານລວມທັງໝົດ:
▪️ ຈຳນວນ: 219 ເລື່ອງ
▪️ ຈຳນວນ: 326 ມັດ
▪️ ຈຳນວນ: 2,391 ຜູກ

ການລົງເກັບກຳຂໍ້ມູນໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການອະນຸລັກຮັກສາໜັງສືໃບລານ ເຊິ່ງເປັນຄັງປັນຍາ, ຄຳສອນທາງພຸດທະສາສະໜາ ແລະ ປະຫວັດສາດອັນລ້ຳຄ່າຂອງຊາດລາວ ໃຫ້ຄົງຢູ່ຄູ່ອະນຸຊົນຮຸ່ນຫຼັງສືບຕໍ່ໄປ.

ຂໍອະນຸໂມທະນາບຸນມາຍັງທຸກພາກສ່ວນທີ່ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃນຄັ້ງນີ້ດ້ວຍເທີ້ນ 🙏🏻🙏🏻

Website: www.templecrs.com
Gmail: [email protected]
ເບີໂທ: 020 9966 5248

 #ແຈ້ງຂ່າວເຖີງສິດສານຸສິດອອກຕົນຍາດໂຍມທັງພາຍໄນແລະຕ່າງປະເທດ.​----------------------------------------------------- ເລື່ອງກາ...
20/08/2026

#ແຈ້ງຂ່າວເຖີງສິດສານຸສິດອອກຕົນຍາດໂຍມທັງພາຍໄນແລະຕ່າງປະເທດ.​
----------------------------------------------------
- ເລື່ອງການລະສັງຂານຂອງ ພຣະອາຈານໃຫຍ່ ມະຫາ ວັນນາ ສຸຣິຍະວົງສ໌ ອະດີດ ປະທານ ອພສ ນະຄອນຫລວງວຽງຈັນ ອະດີດທີ່ປຶກສາ ສູນກາງ ອພສ ເຈົ້າອະທິການວັດມີໄຊຍາຣາມ
---------------------------
- ຄະນະສົງ ວັດມີໄຊຍາຣາມ ຂໍແຈ້ງຂ່າວ ຄວາມເສົ້າສະລົດໃຈ ມາຍັງ ການນຳພາ ພັກລັດ ການຈັດຕັ້ງ ພໍ່ແມ່ ຄູບາອາຈານ ພຣະສົງສາມະເນນ ອອກຕົນຍາດໂຍມ ພຸດທະສາສະນິກະຊົນລາວ ບັນດາເຜົ່າ ທັງພາຍໃນ ແລະຕ່າງປະເທດ ຊາບວ່າ
ບັດນີ້ ພຣະອາຈານໃຫຍ່ ມະຫາ ວັນນາ ສຸຣິຍະວົງສ໌ອະດີດ ປະທານ ອພສ ນະຄອນຫຼວງວຽງຈັນ ອະດີດ ທີ່ປຶກສາ ສູນກາງ ອພສ ເຈົ້າອະທິການວັດມີໄຊຍາຣາມ ໄດ້ລະສະຣີຣະສັງຂານແລ້ວ ໃນ ເວລາ 22:00 ນາທີ ຂອງ ວັນພຸດ ວັນທີ 19 ສິງຫາ 2026 ລວມສິຣິອາຍຸ ໄດ້ 86 ປີ, 66 ພັນສາ.
ປັດຈຸບັນ ພຣະສະຣີຣະສັງຂານ ໄດ້ປະດິດສະຖານຕັ້ງໄວ້ໃຫ້ບຳເພັນກຸສົນສັກກາບູຊາ ທີ່ ວັດມີໄຊຍາຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ສໍາລັບລາຍລະອຽດເພີ່ມຕື່ມ ຈະແຈ້ງຕື່ມພາຍຫຼັງ.

🙏 ຂໍຈະເລີນພອນອອກຕົນຍາດໂຍມ ແລະ ພຸດທະສາສະນິກະຊົນທຸກທ່ານ ຮ່ວມງານບຸນກອງຜ້າປ່າສາມັກຄີ ມະຫາກຸສົນ! ✨     ກັມມາທິການສາທາຣະນຸປະກາ...
19/08/2026

🙏 ຂໍຈະເລີນພອນອອກຕົນຍາດໂຍມ ແລະ ພຸດທະສາສະນິກະຊົນທຸກທ່ານ ຮ່ວມງານບຸນກອງຜ້າປ່າສາມັກຄີ ມະຫາກຸສົນ! ✨

ກັມມາທິການສາທາຣະນຸປະການ ສູນກາງ ອພສ ຂໍຈະເລີນພອນເຊີນທຸກທ່ານທີ່ມີຈິດສັດທາ ຮ່ວມສ້າງບຸນໃຫຍ່ໃນງານບຸນ "ກອງຜ້າປ່າສາມັກຄີ" ເພື່ອສົມທົບທຶນເຂົ້າໃນວຽກງານຂອງກັມມາທິການ ແລະ ຈັດພິມປຶ້ມສູດໄຊຍະມຸງຄຸນ, ປຶ້ມເທດສະໜາ.

📍 ສະຖານທີ່: ວັດຈອມທອງ ວະນາຣາມ, ບ້ານສວນມອນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

🗓 ວັນທີ: 12 - 13 ກັນຍາ 2026

📌 ກຳນົດການພາຍໃນງານ:

🔸 ວັນເສົາ ທີ 12 ກັນຍາ 2026 (ມື້ຕັ້ງບຸນ)
- 11:00 ໂມງ: ຖວາຍພັດຕາຫານເພນ ແລະ ເຊີນຄະນະຍາດໂຍມຮັບປະທານອາຫານທ່ຽງຮ່ວມກັນ.
- 17:00 ໂມງ: ພິທີສູດປະຣິດຕະມຸງຄຸນ ແລະ ຕອນຄ່ຳມີການຄົບງັນຕາມຮີດຄອງປະເພນີ.
🔸 ວັນອາທິດ ທີ 13 ກັນຍາ 2026 (ມື້ໃສ່ບາດ ແລະ ຖວາຍຜ້າປ່າ)
- 08:00 ໂມງ: ພິທີຖວາຍກອງຜ້າປ່າສາມັກຄີ ແລະ ໃສ່ບາດພຣະສົງ ຈຳນວນ 45 ອົງ.
- 11:00 ໂມງ: ຖວາຍພັດຕາຫານເພນ ແລະ ເຊີນຄະນະຍາດໂຍມຮັບປະທານອາຫານທ່ຽງ.

#ຊ່ອງທາງການຮ່ວມໂມທະນາບຸນ: ສຳລັບທ່ານໃດທີ່ບໍ່ສະດວກມາຮ່ວມງານດ້ວຍຕົນເອງ ສາມາດຮ່ວມເຮັດບຸນຜ່ານບັນຊີ ທະນາຄານການຄ້າຕ່າງປະເທດລາວ (BCEL):

👉 ຊື່ບັນຊີ: COMMITTEE FOR TEMPLE CONSTRUCTION, RENOVATION, AND SOCIAL WELFARE OF CBFOL
👉 (ທ່ານສາມາດສະແກນ QR Code ໃນຮູບພາບໄດ້ເລີຍ ເຊິ່ງຮອງຮັບທັງສະກຸນເງິນ: ກີບ, ບາດ, ໂດລາ ແລະ ຢວນ).

ຂໍອະນຸໂມທະນາບຸນນຳທຸກໆທ່ານ ທີ່ຮ່ວມບໍລິຈາກ ແລະ ແຊຣ໌ບອກຕໍ່. ຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ປາສະຈາກໂລກໄພໄຂ້ເຈັບທັງປວງເທີ້ນ ສາທຸ ສາທຸ ສາທຸ 🙏🙏🙏

📞 ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:

* 020 9966 5248
* 020 2803 7351
* 020 9555 0299

Facebook: ກຳມາທິການ ສາທາຣະນູປະການ, ສູນກາງ
ເວັບໄຊ: Templecrs.com
ອີເມລ: [email protected]

12/08/2026
05/08/2026

#ຂໍເຊີນທ່ານທັງຫລາຍ ຮ່ວມພິທີ
ຖວາຍມຸທິຕາສາມິຈິກັມ ທຳຄອງວັດພຣະມະຫາເຖຣະ ໃນເທສະການພັນສາ ປະຈຳປີ​ ພສ.​2569​ ທີ່​ຫ້ອງ​ພິທີການ​ ຫໍທັມມະສະພາ​ຊັ້ນ​ 2​ ວັດພຣະທາດຫລວງເໜືອ.​ ເມືອງໄຊເສດຖາ.​ນະຄອນຫລວງວຽງຈັນ
#ວັນທີ​ 6​ ສິງຫາ​ 2026​
#ເວລາ​ 13:30​ ໂມງ.

🙏ຖວາຍນ້ຳດື່ມ ເພື່ອສະໜັບສະໜູນວຽກງານກັມມາທິການສາທາຣະນູປະການ ສູນກາງ ອພສ      ໃນວັນທີ 26 ກໍລະກົດ 2026 ທີ່ຜ່ານມາ, ທ່ານ ຫວັງເຊ...
28/07/2026

🙏ຖວາຍນ້ຳດື່ມ ເພື່ອສະໜັບສະໜູນວຽກງານກັມມາທິການສາທາຣະນູປະການ ສູນກາງ ອພສ

ໃນວັນທີ 26 ກໍລະກົດ 2026 ທີ່ຜ່ານມາ, ທ່ານ ຫວັງເຊີງກົ໋ວ (王成国) ຮອງປະທານບໍລິສັດ ຊິນເຫີ ຢິນພິນ ຈຳກັດ (NEW RIVER) ພ້ອມດ້ວຍຄະນະ ໄດ້ນຳເອົານ້ຳດື່ມ (ນ້ຳແຮ່ທຳມະຊາດ) ຈຳນວນ 30 ແກັດ ເຂົ້າຖວາຍແດ່ ກັມມາທິການສາທາຣະນູປະການ ສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ.

ໃນພິທີດັ່ງກ່າວ, ເມຕຕາຕ້ອນຮັບ ແລະ ຮັບການຖວາຍໂດຍ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ຄະນະບໍລິຫານງານປະຈຳການສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ ພ້ອມດ້ວຍຄະນະກັມມາທິການ.

ການນຳມາມອບຖວາຍໃນຄັ້ງນີ້ ມີຈຸດປະສົງ ເພື່ອສົ່ງເສີມ ແລະ ສະໜັບສະໜູນການເຄື່ອນໄຫວວຽກງານພາຍໃນກັມມາທິການສາທາຣະນູປະການ ແລະ ເພື່ອໃຫ້ຄະນະກັມມາທິການມີນ້ຳດື່ມທີ່ສະອາດໃວ້ດື່ມ.

ຂໍອວຍພອນໄຊໃຫ້ທາງບໍລິສັດ ຕະຫຼອດຮອດຄະນະຜູ້ບໍລິຫານ ແລະ ພະນັກງານທຸກທ່ານ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ, ປາສະຈາກໂລກໄພໄຂ້ເຈັບ, ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ການງານ ແລະ ທຸລະກິດການຄ້າໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.

🎉 ແຈ້ງຂ່າວດີ! ເປີດນຳໃຊ້ເວັບໄຊ ຢ່າງເປັນທາງການແລ້ວ 🎉🙏 ກັມມາທິການສາທາຣະນູປະການ ສູນກາງ ອພສ ຂໍເຊີນຊວນທຸກທ່ານ ເຂົ້າເບິ່ງ ແລະ ຕ...
17/07/2026

🎉 ແຈ້ງຂ່າວດີ! ເປີດນຳໃຊ້ເວັບໄຊ ຢ່າງເປັນທາງການແລ້ວ 🎉

🙏 ກັມມາທິການສາທາຣະນູປະການ ສູນກາງ ອພສ ຂໍເຊີນຊວນທຸກທ່ານ ເຂົ້າເບິ່ງ ແລະ ຕິດຕາມຂໍ້ມູນຂ່າວສານຕ່າງໆ ຜ່ານທາງເວັບໄຊ ໃໝ່ຂອງກັມມາທິການຂອງພວກເຮົາ ເພື່ອຄວາມສະດວກສະບາຍໃນການເຂົ້າເຖິງຂໍ້ມູນໃນຍຸກດິຈິຕອນ ທີ່ເວັບໄຊ:

🌐 www.templecrs.com

📌 ພາຍໃນເວັບໄຊ ທ່ານສາມາດເຂົ້າເຖິງຂໍ້ມູນ ແລະ ເອກະສານຕ່າງໆໄດ້ຢ່າງງ່າຍດາຍ:

#ຂ່າວສານ: ອັບເດດຂ່າວສານ ແລະ ກິດຈະກຳການເຄື່ອນໄຫວຕ່າງໆ ທີ່ກ່ຽວຂ້ອງກັບວຽກງານກັມມາທິການ.

#ຄະນະກັມມາທິການ: ຂໍ້ມູນຂອງຄະນະກັມມາທິການ ທັງຂັ້ນສູນກາງ ແລະ ຕ່າງແຂວງທົ່ວປະເທດ.

#ເອກະສານ: ສາມາດດາວໂຫຼດເອກະສານສຳຄັນຕ່າງໆໄດ້ສະດວກເຊັ່ນ: ເອກະສານການສ້າງວັດໃໝ່, ການສ້າງພັດທະສີມາ, ການສ້າງພຣະພຸດທະຮູບ ແລະ ອື່ນໆ.

📞 ຊ່ອງທາງຕິດຕໍ່ ແລະ ຕິດຕາມຂໍ້ມູນເພີ່ມເຕີມ:

🔹 Website: www.templecrs.com
🔸 Page: ກໍາມາທິການສາທາຣະນູປະການ, ສູນກາງ
🔸 WhatsApp / ໂທ: 020 28 037 351

ພັດທະນາໂດຍ: ກັມມາທິການສາທາຣະນູປະການ ສູນກາງ ອພສ

Address

ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ

Alerts

Be the first to know and let us send you an email when ກຳມາທິການ ສາທາຣະນູປະການ, ສູນກາງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Place Of Worship

Send a message to ກຳມາທິການ ສາທາຣະນູປະການ, ສູນກາງ:

Shortcuts

Share